ບໍ່ໄດ້ຫຼຽນ ແຕ່ໄດ້ແຫວນ ນັກກິລາຖືກຄູຝຶກຂໍແຕ່ງງານຫຼັງຈາກຈົບການແຂ່ງຂັນ


ສຳລັບນັກກິລາຫຼາຍຄົນທີ່ບໍ່ໄດ້ຮັບໄຊຊະນະໃນການແຂ່ງຂັນໃຫຍ່ໆລະດັບໂລກ ໂດຍສະເພາະ ງານມະຫະກຳກິລາ Olympics ກໍໜ້າຈະເປັນເລື່ອງທີ່ບໍ່ເປັນຕາຈື່ຈຳ ແລະ ເອົາມາໃສ່ໃຈ. ແຕ່ນັກກິລາຟັນດາບສາວ ສັນຊາດອາເຈນຕິນາ ຕ້ອງຍິ້ມພ້ອມນ້ຳຕາທີ່ອາບແກ້ມ ເມື່ອຖືກແຟນທີ່ເປັນຄູຝຶກຂອງຕົນເອງ ຂໍແຕ່ງງານຫຼັງຈາກຕົກຮອບຈາກການແຂ່ງ Olympics ບໍ່ພໍເທົ່າໃດນາທີ.

ແມ່ຍິງຄົນດັ່ງກ່າວແມ່ນ ນັກກິລາຟັນດາວສາວ ສັນຊາດອາເຈນຕິນາ ທີ່ມີຊື່ວ່າ ມາເລຍ (Maria) ອາຍຸ 33 ປີ. ເຫດການແມ່ນເກີດຂຶ້ນໃນວັນທີ 27 ກໍລະກົດ ປີ 2021 ທີ່ຜ່ານມາ, ໃນຂະນະທີ່ ມາເລຍ ກຳລັງໃຫ້ສຳພາດກັບນັກຂ່າວຢູ່ນັ້ນ ລູຄັສ (Lucas) ແຟນທີ່ເປັນຄູຝຶກຂອງລາວ ເຊິ່ງຄົບກັນມາ 17 ປີແລ້ວ ໄດ້ສ້າງຄວາມແປກໃຈໃຫ້ກັບລາວ ດ້ວຍການຍົກປ້າຍທີ່ມີຂໍ້ຄວາມວ່າ “ເຈົ້າຈະແຕ່ງງານກັບຂ້ອຍບໍ່?” ຢູ່ທາງຫຼັງ ແລະເມື່ອມາເລຍແນມມາທາງຫຼັງ ກໍຕອບຕົກລົງທັນທີ ພ້ອມກັບນ້ຳຕາຂອງຄວາມດີໃຈ.

ເຫດການດັ່ງກ່າວສ້າງຄວາມປະຫຼາດໃຈໃຫ້ແກ່ຄົນທີ່ຢູ່ບໍລິເວນນັ້ນເປັນຈຳນວນຫຼາຍ, ແນວໃດກໍຕາມ ກໍເປັນເຫດການທີ່ສ້າງຄວາມອົບອຸ່ນ, ສ້າງຄວາມສຸກ ແລະ ເຮັດໃຫ້ຫຼາຍຄົນອົມຍິ້ມຕາມໆກັນໄປເລີຍ. 

ທີ່ມາ:

ພາບ: catdumb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/