Hockey ລາວ! ຕີຄີ ກິລາປະເພນີທີ່ຫາເບິ່ງໄດ້ຍາກ ແລະ ມີສະເພາະໃນງານບຸນນະມັດສະການພະທາດຫຼວງເທົ່ານັ້ນ

Hockey ລາວ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີນີ້ ຖືເປັນປີທີ່ຈັດງານຢ່າງຍິ່ງໃຫຍ່ທີ່ສຸດ ໃນຮອບ 2 ປີ ນັບຕັ້ງແຕ່ມີການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ພາຍໃນງານ ນອກຈາກຈະມີກິດຈະກຳທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ສືບຕໍ່ມາແຕ່ດົນນານ ກໍຄື ກິລາຕີຄີ ທີ່ໄວໜຸ່ມໃນຍຸກນີ້ອາດຈະຍັງບໍ່ເຄີຍເຫັນ ຫຼື ບໍ່ຮູ້ຈັກວ່າມັນແມ່ນກິລາຫຍັງແທ້.

Hockey ລາວ

ໃນມື້ຂຶ້ນ 15 ຄໍ່າ ຫຼື ມື້ສຸດທ້າຍຂອງງານພາຍຫຼັງຕັກບາດແລ້ວ ໄດ້ມີການຈັດການແຂ່ງຂັນ ກິລາຕີຄີ ຂຶ້ນທີ່ເດີ່ນ ພະທາດຫຼວງ ເຊິ່ງເປັນກິລາປະເພນີໜຶ່ງທີ່ສຶບທອດກັນມາແຕ່ບູຮານຂອງປະຊາຊົນລາວ ແລະ ມັກຈັດກິລານີ້ໃນວັນບຸນປະເພນີໂດຍສະເພາແມ່ນມື້ສຸດທ້າຍຂອງງານບຸນນະມັດສະການພະທາດຫຼວງ.

ສຳລັບການແຂ່ງຂັນກິລາຕີຄີນີ້ ຮູບແບບການແຂ່ງຂັນກໍຄ້າຍໆກັບ ກິລາ ຮັອກກີ້ ແລະ ຮັອກກີ້ ນໍ້າກ້ອນ ທີ່ເຮົາມັກຈະເຫັນຕາມໂທລະພາບຕ່າງປະເທດ ແຕ່ອຸປະກອນ ແລະ ບັນຍາກາດອາດຈະມີຄວາມແຕກຕ່າງກັນໜ້ອຍໜຶ່ງ.

ໂດຍກິລາຕີຄີນີ້ ເພິ່ນຈະໃຊ້ໄມ້ໄຜ່ໂງະໆ ຄ້າຍຄືດ້າມຂວານ ມາເຮັດເປັນໄມ້ສຳລັບຕີ, ມີຄວາມຍາວປະມານ 1 ວາ, ລູກຄີ ຫຼໍ່ດ້ວຍຂາງປະສົມເຫຼັກ ແລະ ທອງ ໃຫ້ເປັນຮູບມົນໆ. ກ່ອນຈະລົງເດີ່ນຕີຄີເພິ່ນກໍຈັດແບ່ງຄົນອອກເປັນສອງຝ່າຍຄື: ຝ່າຍໜຶ່ງເປັນຝ່າຍປົກຄອງ ແລະ ອີກຝ່າຍໜຶ່ງເປັນຝ່າຍພົນລະເມືອງ ໂດຍກຳນົດເອົາຝ່າຍລະ 20-30 ຄົນ ລົງໄປໃຊ້ໄມ້ນັ້ນຕີ ຫຼື ເກາະລູກຄີໄປຫາໂກນ ຫຼື ປະຕູ ທີ່ເພິ່ນກຳນົດໄວ້ ຄ້າຍຄື ໂກນປະຕູນ້ອຍ ແຕ່ບໍ່ມີຕາໜ່າງຄືໂກນເຕະບານ. ນອກຈາກນີ້ ຍັງຕ້ອງມີການເຮັດພິທີທາງສາສະໜາກ່ອນຈຶ່ງຈະລົງຕີຄີໄດ້.

Hockey ລາວ

ກິດຈະກໍາຕີຄີ ຫຼື ກິລາຕີຄີນີ້ ຖືເປັນກິດຈະກໍາທີ່ຫາເບິ່ງໄດ້ຍາກ ເພາະເພິ່ນຈະເຮັດໃນມື້ບຸນທາດຫຼວງເທົ່ານັ້ນ, ພ້ອມກິລານີ້ ມີເລື່ອງລາວທີ່ໜ້າສົນໃຈ ຢູ່ບ່ອນວ່າ ຄົນສະໄໝກ່ອນມີຄວາມເຊື່ອວ່າການຕີຄີແມ່ນ ການສ່ຽງທວາຍເຖິງເຫດການບ້ານເມືອງ ເພິ່ນເວົ້າວ່າຖ້າຝ່າຍປົກຄອງຊະນະ ກໍທວາຍວ່າ ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີກິນດີ ຈະຖືກພວກຂຸນນາງຈະບັງຄົບຂົ່ມເຫັງ, ແຕ່ຖ້າປີໃດພົນລະເມືອງຊະນະ ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ.

Hockey ລາວ

ໂດຍປົກກະຕິແລ້ວ ການແຂ່ງຂັນຈະຈົບລົງດ້ວຍໄຊຊະນະຂອງຝ່າຍປະຊາຊົນ ເພາະຈະໄດ້ໃຫ້ປະຊາຊົນຢູ່ດີກິນດີກວ່າຝ່າຍປົກຄອງ ຫຼື ວ່າລັດຖະບານນັ້ນເອງ.

ສໍາລັບການຕີຄີໃນການບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2022 ແມ່ນແບ່ງການແຂ່ງຂັນອອກເປັນ 2 ຮອບ ຮອບທີ 1 ທີມປະຊາຊົນ ສະເໝີກັບ ທີມປົກຄອງ ກັນໄປ 3 ປະຕູຕໍ່ 3, ຮອບທີ 2 ທີມປະຊາຊົນ ຊະນະໄປ 2 ປະຕູຕໍ່ 1 ລວມເປັນ ຝ່າຍປະຊາຊົນ ເອົາຊະນະທີມປົກຄອງໄປ 5 ຕໍ່ 4 ປະຕູ.

ຂໍ້ມູນ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/