Neymar ໂຊສະກິວເທບ ຫຼິ້ນເກມ Mobile Legend ຂ້າໄປ 14 ຕາຍ 0 ແຟນໆແຫ່ສະແດງຄວາມເຫັນກັນຢ່າງຫຼວງຫຼາຍ

Neymar

ໃນວັນທີ 7 ພະຈິກ 2022 ເພຈ Neymar Jr. ເຊິ່ງເປັນເພຈ official ຂອງນັກເຕະຊື່ດັງລະດັບໂລກຢ່າງ ເນຍ໌ມາ (Neymar) ໄດ້ໂພສແຄັບຊັ່ນແລະຮູບພາບຜົນຄະແນນການແຂ່ງຂັນເກມ Mobile Legend ໂດຍໃນຮູບດັ່ງກ່າວມີແຄັບຊັ່ນທີ່ຂຽນເປັນພາສາບຣາຊິວວ່າ “O Pai Tá On” ແລະ ເຜີຍໃຫ້ເຫັນວ່າ Neymar ໄດ້ຫຼິ້ນຕົວລະຄອນ Bruno ເຊິ່ງເປັນສາຍ Marksmanship (MM) ຫຼືບ້ານເຮົາຄຸ້ນຫູໃນຊື່ນັກຍິງ. ພ້ອມນັ້ນສະກິວການຫຼິ້ນຂອງ Neymar ຍັງບໍ່ທຳມະດາ ເພາະສາມາດຂ້າຮີໂຣ່ທີມກົງກັນຂ້າມໄປໄດ້ສູງເຖິງ 14 ຄັ້ງ, ຕາຍ 0 ຄັ້ງ ແລະ ຊ່ວຍເຫຼືອ 7 ຄັ້ງ ເຮັດໃຫ້ນັກເຕະຊື່ດັງຂອງເຮົາໄດ້ MVP ປະຈໍາ Match ດັ່ງກ່າວໄປໂດຍທັນທີ.

Neymar

ຈາກໂພສດັ່ງກ່າວເຮັດໃຫ້ແຟນໆແລະຄົນທົ່ວໂລກຕ່າງກໍໄດ້ເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ບາງຄົນກໍບອກວ່າ ຄືບໍ່ຊວນແດ່, ບາງຄົນກໍຊວນ Neymar 1-1 ໃນເກມ, ເປັນຫຍັງ Neymar ຄືບໍ່ເປັນຮີໂຣ່ໃນເກມເລີຍ? ແລະ ອື່ນໆອີກຫຼາຍ ພ້ອມກັນນັ້ນໂພສນີ້ມີຄົນກົດ Like ໄປຫຼາຍກວ່າ 400,000 ຄັ້ງ, ຄອມເມັ້ນອີກ 56,000 ຄັ້ງ ແລະ ຍອດແຊຣ໌ອີກກວ່າ 36,000 ຄັ້ງ.

ໂດຍການໂພສດັ່ງກ່າວຂອງ Neymar ທາງແຟນໆຄາດວ່າໜ້າຈະເປັນການໂປຣໂໝດ Skin ໃໝ່ຂອງຕົວລະຄອນ Bruno ໃນ Mobile Legend (ຊຸດຂອງຕົວລະຄອນໃນເກມ) ທີ່ໄດ້ Neymar ມາເປັນໂມເດລຫຼັກຂອງຕົວລະຄອນດັ່ງກ່າວ ແລະອີກບໍ່ດົນກໍຈະເປີດໃຫ້ແຟນໆໄດ້ຈັບຈອງເປັນເຈົ້າຂອງແລ້ວ.

ເບິ່ງຕົວຢ່າງ Skin ໄດ້ທີ່: https://cutt.ly/iN8saBE

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/