ເນປານເກີດແຜ່ນດິນໄຫວຂະໜາດ 6,6 ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ

ເນປານ

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນຕອນເຊົ້າຂອງມື້ນີ້ (ວັນທີ 9 ພະຈິກ) ຕາມເວລາທ້ອງຖິ່ນຂອງປະເທດເນປານ ໄດ້ເກີດແຜ່ນດິນໄຫວຂະໜາດ 6,6 ທີ່ເຂດໂດຕິ (Doti) ດ້ວຍເຫດນັ້ນສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ. ນອກນັ້ນຍັງມີຜູ້ໄດ້ຮັບບາດເຈັບສາຫັດອີກ 5 ຄົນ ແລະ ໄດ້ມີການນຳຕົວຜູ້ບາດເຈັບໄປປິ່ນປົວຕໍ່ທີ່ໂຮງໝໍເປັນທີ່ຮຽບຮ້ອຍແລ້ວ ຂະນະທີ່ເຮືອນ 8 ຫຼັງຂອງປະຊາຊົນໄດ້ເປ່ເພ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ກັບຜູ້ເຄາະຮ້າຍ.

ເນປານ

ທາງດ້ານ Bahadur Deuba ນາຍົກລັດຖະມົນຕີຂອງເນປານກໍໄດ້ທະວີດສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວຜູ້ເສຍຊີວິດພ້ອມລະບຸວ່າ ໄດ້ສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງຈັດການດູແລຜູ້ໄດ້ຮັບບາດເຈັບ ແລະຜູ້ທີ່ເປັນເຫຍື່ອຂອງເຫດການດັ່ງກ່າວຢ່າງເໝາະສົມເຕັມທີ່.

ເນປານ

ໃນສ່ວນ Narayan Silwal ໂຄສົກຂອງກອງທັບເນປານກ່າວວ່າ ທີມກູ້ໄພພາກພື້ນດິນໄດ້ເຂົ້າໄປທີ່ເກີດເຫດແລ້ວແລະມີເຮືອບິນເຮີລິຄອບເຕີ 2 ລຳປະຈໍາຢູ່ທີ່ເມືອງໃກ້ຄຽງກັບຈຸດສູນກາງແຜ່ນດິນໄຫວເພື່ອໃຫ້ການຊ່ວຍເຫຼືອຜູ້ປະສົບໄພ.

ທັງນີ້ ສູນກາງແຜ່ນດິນໄຫວເນປານລາຍງານວ່າ ແຜ່ນດິນໄຫວມີຂະໜາດຄວາມຮຸນແຮງ 6,6 ແຕ່ທາງດ້ານສູນກາງແຜ່ນດິນໄຫວຢູໂຣບ-ເມດິເຕີເຣນຽນ ຫຼື EMSC ກ່າວວ່າ ແຜ່ນດິນໄຫວມີຂະໜາດຄວາມຮຸນແຮງຢູ່ທີ່ 5,6 ແລະມີຈຸດສູນກາງຢູ່ຫ່າງຈາກເມືອງໃນລັດອຸຕະຣະປະເທດ (Uttar Pradesh) ປະເທດອິນເດຍໄປທາງຕາເວັນອອກສຽງເໜືອ 158 ກິໂລແມັດ.

ເນປານ

ນອກນັ້ນລາຍງານຈາກສື່ທ້ອງຖິ່ນຍັງລະບຸວ່າ ແຮງສັ່ນສະເທືອນຂອງແຜ່ນດິນໄຫວແມ່ນຮູ້ສຶກໄດ້ເຖິງນະຄອນນິວເດລີ ຂອງອິນເດຍແລະພື້ນທີ່ອ້ອມຮອບເມືອງຫຼວງຂອງອິນເດຍ ແລະທາງດ້ານສູນແຜ່ນດິນໄຫວແຫ່ງຊາດຂອງອິນເດຍກໍໄດ້ກ່າວວ່າ ແຜ່ນດິນໄຫວມີຂະໜາດຄວາມແຮງ 6,3.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/