Google Meet ອອກຟີເຈີກວດຈັບສຽງສະທ້ອນ ເພື່ອບໍ່ໃຫ້ມີສຽງລົບກວນໃນຂະນະທີ່ປະຊຸມ


ຫຼາຍໆຄົນອາດຈະເຄີຍປະສົບບັນຫາຕ່າງໆໃນຂະນະທີ່ກຳລັງປະຊຸມອອນໄລນ໌ໂດຍຜ່ານໂປຣແກຣມຕ່າງໆ ບໍ່ວ່າຈະເປັນວິດີໂອບໍ່ຊັດເຈນ, ອິນເຕີເນັດຊ້າ ຫຼື ອີກບັນຫາຫຼັກໆກໍຄືມີສຽງສະທ້ອນ ເຮັດໃຫ້ລົບກວນການສົນທະນາ ຫຼື ການນຳສະເໜີຕ່າງໆ.

ທາງ Google ເອງກໍໄດ້ເຫັນເຖິງບັນຫານັ້ນ ຈຶ່ງໄດ້ເພີ່ມຟີເຈີໃໝ່ໃຫ້ແກ່ໂປຣແກຣມ Google Meet ນັ້ນກໍຄື Echo Detection ທີ່ຈະສາມາດກວດຈັບສຽງສະທ້ອນຈາກຜູ້ທີ່ກຳລັງຮ່ວມການປະຊຸມ ແລະ ຂຶ້ນແຈ້ງເຕືອນໃຫ້ແກ່ບຸກຄົນທີ່ເປັນຕົ້ນເຫດຂອງສຽງສະທ້ອນນັ້ນ.

ເຊິ່ງຟີເຈີນີ້ກໍອາດຈະເຂົ້າມາຊ່ວຍໃຫ້ການນຳໃຊ້ Google Meet ເປັນການປະຊຸມທີ່ມີຂໍ້ດີຫຼາຍຂຶ້ນ ໂດຍຈະຖືກຕັ້ງເປັນຄ່າໃຊ້ງານເລີ່ມຕົ້ນໃຫ້ຖ້າຫາກວ່າມີການອັບເດດ Google Meet, ເຊິ່ງຕອນນີ້ ທາງ Google ກໍກຳລັງປ່ອຍຟີເຈີນີ້ໃຫ້ຜູ້ໃຊ້ໄດ້ເລີ່ມໃຊ້ກັນແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/