ປາຣີສ ມີແຜນໃຊ້ຖະໜົນໃນເມືອງ ໃຫ້ປະຊາຊົນຮ່ວມແລ່ນມາຣາທອນ ໃນ Olympics 2024


ຫຼັງຈາກທີ່ງານມະຫະກຳກິລາ Tokyo Olympics ຄັ້ງທີ 32 ໄດ້ຈົບໄປແລ້ວ ແລະ ໃນຄັ້ງທີ 33 ປີ 2024 ປາຣີສຈະໄດ້ເປັນເຈົ້າພາບ, ກໍຫວັງວ່າຈະເປັນປີທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19 ແລະ ຫວັງຢ່າງຍິ່ງວ່າຈະມີຜູ້ຄົນເຂົ້າຮ່ວມຮັບຊົມກັນຢ່າງມ່ວນຊື່ນ.

ປາຣີສ (Paris) ເປັນເມືອງຫຼວງຂອງປະເທດຝຣັ່ງ. ນອກຈາກຈະເປັນປະເທດທີ່ຈະເລີນກ້າວໜ້າທາງດ້ານເສດຖະກິດ, ທ່ອງທ່ຽວ ແລະ ວັດທະນະທຳ ທີ່ໂດດເດັ່ນແລ້ວ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ, ມີນັກທ່ອງທ່ຽວຫຼາຍຄົນທີ່ຢາກຈະທ່ອງທ່ຽວ.

ພິເສດໃນປີ 2024 ທີ່ປາຣີສຈະໄດ້ເປັນເຈົ້າພາບງານມະຫະກຳກິລາ Olympics ນັກກິລາຫຼາຍປະເທດກໍຍິນດີໄປຕາມໆກັນ ລວມທັງແຟນໆນັກກິລາກໍດີໃຈເຊັ່ນດຽວກັນ ທີ່ຈະໄດ້ຈັດຂຶ້ນໃນເມືອງຫຼວງທີ່ມີຄວາມງົດງາມແບບນີ້.

ໃນເລື່ອງຂອງການຈັດງານກິລາໃນຄັ້ງນີ້ ກໍມີຄວາມພິເສດຫຼາຍຢ່າງທີ່ທາງຄະນະກຳມະການໄດ້ໃຫ້ຮູ້ເບື້ອງຕົ້ນ ມີທັງເລື່ອງການບັນຈຸປະເພດກິລາເພີ່ມຫຼາຍປະເພດດ້ວຍກັນ, ສ່ວນໃນເລື່ອງການຈັດງານບາງສ່ວນກໍໄດ້ມີການອະນຸມັດໃຫ້ຈັດໃນສະຖານທີ່ຕ່າງໆ ສະໜາມກິລາທີ່ມີຄວາມສະດວກສະບາຍໃນຕົວເມືອງ. ພິເສດໄປກວ່ານັ້ນ ໃນການແຂ່ງຂັນກິລາແລ່ນ-ລານ ທາງຄະນະກຳມະການ Olympics ຈະຈັດແບບພາກສະໜາມກໍຄື ການແຂ່ງຂັນແລ່ນມາຣາທອນ ອ້ອມຕົວເມືອງປາຣີສ, ເຊິ່ງແນ່ນອນຢູ່ແລ້ວວ່າ ຖືກໃຈຄົົນເປັນຈຳນວນຫຼາຍເລີຍກໍວ່າໄດ້ ເພາະຈະໄດ້ແລ່ນໃນຕົວເມືອງທີ່ມີທິວທັດອັນງົດງາມ ແນມໄປຊ້າຍ ຫຼື ຂວາ ກໍສະບາຍຈິດສະບາຍຕາ ແລະ ອາດຈະມີຂໍ້ດີເຮັດໃຫ້ນັກກິລາແລ່ນມາຣາທອນແບບສະບາຍໆບໍ່ກັງວົນໃຈ ແລະ ນັກກິລາທີ່ແຂ່ງຂັນທີ່ບໍ່ຊະນະ ກໍອາດຈະເປັນຜົນດີອີກຢ່າງທີ່ໄດ້ແລ່ນອ້ອມໄປມາໃນຕົວເມືອງທີ່ງົດງາມດັ່ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/