Toto ແລະ Poko ນົກຄູ່ຮັກທີ່ບໍ່ມີລູກນຳກັນ ຍ້ອນພວກມັນເປັນເພດແມ່ທັງສອງ!


ໃນປີ 2013, ນົກສາຍພັນທູແຄນ (Toucan) ສອງໂຕໄດ້ເຂົ້າມາຢູ່ໃນສວນສັດ ມາຣຸຢາມາ (Maruyama) ເມືອງໃນພາກເໜືອຂອງແຂວງຊັບໂປໂຣ (Sapporo) ພວກມັນມີຊື່ວ່າ Toto ແລະ Poko. ທັງສອງຢູ່ນຳກັນຢ່າງຮັກແພງແບບຄູ່ຮັກ ຫຼັງຈາກທັງສອງໄດ້ຈະເລີນເຕີບໃຫຍ່ຢ່າງເຕັມທີ່ ໃນປີ 2016 ຜູ້ເຝົ້າສວນສັດກໍໄດ້ຄາດຫວັງວ່າພວກມັນທັງສອງຈະມີລູກ. ແຕ່ເມື່ອເວລາຜ່ານໄປ, ຜູ້ເຝົ້າກໍພົບພຽງແຕ່ໄຂ່ສອງໜ່ວຍທີ່ບໍ່ມີຕົວອ່ອນໃນນັ້ນ.

ຜູ້ເຝົ້າສວນສັດຍັງຫາຫົນທາງສະໜັບສະໜູນໃຫ້ທັງສອງມີລູກກັນບໍ່ວ່າຈະເປັນການກະຕຸ້ນທາງອາລົມ, ສ້າງຮັງໃຫ້ໃຫຍ່ຂຶ້ນ ແລະ ຍັງປັບປ່ຽນອາຫານໃຫ້ ແຕ່ພວກມັນກໍຍັງບໍ່ມີລູກຄືເກົ່າ. ຈົນຮອດປີ 2020, ພວກເຂົາໄດ້ຕັດສິນໃຈກວດສອບດີເອັນເອ (DNA) ຂອງນົກຄູ່ຮັກນີ້ ຈົນໄດ້ມາຮູ້ວ່ານົກ Toto ທີ່ພວກເຂົາຄິດວ່າແມ່ນເພດຜູ້ ຜົນລັບແມ່ນເປັນເພດແມ່ຄືກັບ Poko.

ຮິເດຢູກິ ຢາມາໂມໂຕ (Hideyuki Yamamoto),  ຜູ້ຈັດການການປະສົມພັນຂອງສວນສັດໄດ້ກ່າວວ່າ “ຕອນທີ່ໄດ້ຮັບນົກທັງສອງມາ ພວກເຂົາໄດ້ຮັບຂໍ້ມູນມາພ້ອມວ່າມີນົກເພດຜູ້ໜຶ່ງໂຕ ແລະ ເພດແມ່ໜຶ່ງໂຕ” ການແຍກເພດຜ່ານຮູບລັກສະນະພາຍນອກນັ້ນເປັນໄປໄດ້ຍາກຫຼາຍ. ພ້ອມກັນນັ້ນ ພຶດຕິກຳຂອງນົກທັງສອງຍັງຄືກັບຄູ່ຂອງນົກທີ່ຕ້ອງການປະສົມພັນເຊັ່ນ: Toto ຈະເອົາອາຫາມາໃຫ້ Poko ແລະ ຖ້າ Poko ບິນອອກຈາກຮັງ, Toto ຈະບິນຕາມຢ່າງໃກ້ຊິດ. ພ້ອມທັງເສີມວ່າ “ພວກເຮົາຮູ້ແລ້ວວ່າຮັກໃນເພດດຽວກັນສາມາດເກີດຂຶ້ນໄດ້ກັບສັດເຊັ່ນກັນ”

ຜ່ານການສຳຫຼວດກວ່າ 93 ສາຍພັນຂອງນົກ, ນັກວິທະຍາສາດໄດ້ກ່າວວ່າ ບໍ່ວ່ານົກເພດໃດທີ່ຖືກລ້ຽງດູໂດຍໄດ້ຮັບຄວາມຮັບຜິດຊອບວ່າຕ້ອງສືບທອດຕໍ່ໜ້ອຍເທົ່າໃດ ນົກໂຕນັ້ນໆກໍຈະມີພຶດຕິກຳໃນການຮັກເພດດຽວກັນເປັນປົກກະຕິ. ຄວາມໝາຍຄື,​ ເມື່ອສາມາດເລືອກເອງໄດ້ກໍຈະມີອິດສະຫຼະທີ່ຈະໄດ້ເປີດຮັບສິ່ງໃໝ່ໆ.

ບໍ່ພຽງແຕ່ໃນນົກເທົ່ານັ້ນ, ແຕ່ສັດຊະນິດອື່ນໆ ກໍສາມາດມີຄວາມສຳພັນຕໍ່ເພດດຽວກັນແບບຄູ່ຮັກຢ່າງປົກກະຕິ ສະນັ້ນການມັກຮ່ວມເພດກໍບໍ່ສາມາດເອີ້ນວ່າຜິດທຳມະຊາດແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/