ສະໜາມບິນຄາບູນຖືກໂຈມຕີ ມີຜູ້ເສຍຊີວິດເຖິງ 90 ຄົນ


ສະໜາມບິນຄາບູນ, ອັບການິສຖານໄດ້ຖືກໂຈມຕີຢ່າງໜັກ ໂດຍເລີ່ມຈາກການຖິ້ມລະເບີດໜ່ວຍໃຫຍ່ສອງໜ່ວຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 90 ຄົນ, ບາດເຈັບສາຫັດ 150 ຄົນ. The Pentagon ໄດ້ລາຍງານວ່າມີທະຫານຂອງທາງສະຫະລັດອາເມຣິກາທີ່ເສຍຊີວິດ 13 ຄົນ ຢູ່ໃນກຸ່ມຜູ້ຖືກໂຈມຕີນັ້ນນຳ.

ການຖິ້ມລະເບີດເລີ່ມຂຶ້ນ ຫຼັງຈາກທີ່ທາງລັດຖະບານຂອງກຸ່ມປະເທດຝັ່ງຕາເວັນຕົກໄດ້ຕັກເຕືອນປະຊາຊົນຂອງຕົນເອງໃຫ້ຢູ່ຫ່າງຈາກສະໜາມບິນ ເນື່ອງຈາກວ່າມີສັນຍານການຄຸກຄາມຈາກກຸ່ມກໍ່ການຮ້າຍ IS-K ເຊິ່ງເປັນກຸ່ມລັດອິດສະລາມສາຂາປະເທດອັບການິສຖານ.

ຫຼັງຈາກການວາງລະເບີດຄັ້ງທຳອິດ ກໍຕາມມາດ້ວຍການຍິງປືນ ແລ້ວຈຶ່ງມີລະເບີດຄັ້ງທີ 2 ເຊິ່ງຢູ່ໃກ້ກັບປະຕູ Abbey ເປັນໜຶ່ງໃນປະຕູທາງເຂົ້າຂອງສະໜາມບິນ ໂດຍມີລາຍງານວ່າລະເບີດລູກທີສອງນັ້ນເກີດຂຶ້ນທີ່ຄອງນ້ຳ, ເປັນສະຖານທີ່ທີ່ຊາວອັບການິສຖານລໍຖ້າການອົບພະຍົບໃກ້ກັບປະຕູ ມີບາງຄົນຖືກລະເບີດລົງໄປໃນຄອງ.

ຍ້ອນການໂຈມຕີດັ່ງກ່າວ, ບາງປະເທດໄດ້ຖອນການອົບພະຍົບປະຊາກອນຂອງປະເທດຕົນເອງເຊັ່ນ: ເຢຍລະມັນ, ແຄນນາດາ ແລະ ເນເທີແລນ. ປະເທດຕູລະກີ (Turkey) ທີ່ໄດ້ຈັດກອງກຳລັງປ້ອງກັນທີ່ສະໜາມບິນມາເປັນເວລາ 6 ປີ ກໍໄດ້ຖອນກຳລັງຮຽບຮ້ອຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/