Google Maps ເປີດຄວາມສາມາດໃໝ່ Immersive View ສາມາດເບິ່ງສະຖານທີ່ສຳຄັນຕ່າງໆຂອງໂລກ ໄດ້ແບບສົມຈິງ


Google Maps ໄດ້ປ່ອຍຄວາມສາມາດໃໝ່ Immersive View ທີ່ພ້ອມໃຊ້ງານແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໃນງານ Google I/O 2023 ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ງານສາມາດຄົ້ນຫາສະຖານທີ່ສຳຄັນທົ່ວໂລກທີ່ສຳຄັນ ແລະ ເບິ່ງສະຖານທີ່ນັ້ນໆໄດ້ຢ່າງສົມຈິງ ແລະ ຍັງສາມາດເລື່ອນເບິ່ງສະພາບອາກາດ ໃນແຕ່ລະໄລຍະໄດ້ອີກດ້ວຍ.

ໂດຍທາງ Google Maps ໄດ້ເພີ່ມ 4 ຫົວເມືອງໃຫຍ່ຂອງໂລກທີ່ພ້ອມໃຊ້ງານໃນ Immersive View ເຊິ່ງໄດ້ແກ່ Amsterdam, Dublin, Florence ແລະ Venice ແຕ່ຈະມີການອັບເດດຫົວເມືອງສຳຄັນຂອງໂລກອື່ນໆຕື່ມອີກ ເຊັ່ນ New York City, San Francisco, London ແລະ Los Angeles.

ນອກຈາກຫົວເມືອງສຳຄັນທົ່ວໂລກ Google Maps ຍັງເພີ່ມສະຖານທີ່ສຳຄັນຕ່າງໆ ທີ່ສາມາດເບິ່ງໄດ້ໃນ immersive View ໄດ້ ເຊັ່ນ: Prague Castle, Sydney Harbour Bridge ແລະ ອີກ 500 ແຫ່ງທົ່ວໂລກ.

ເຊິ່ງວິທີໃຊ້ ຄວາມສາມາດໃໝ່ຂອງ Google Maps ກໍງ່າຍດາຍພຽງແຕ່ຄົ້ນຫາສະຖານທີ່ນັ້ນໆ ແລະ ກົດປຸ່ມຄຳສັ່ງ Immersive View ທີ່ຜູ້ໃຊ້ສາມາດລາກເລື່ອນເບິ່ງໃນມຸມຕ່າງໆ ຂອງສະຖານທີ່ ແລະ ເລື່ອນເບິ່ງສະພາບອາກາດໃນແຕ່ລະໄລຍະເວລາລາໄດ້.

ຂອບໃຈຂໍ້ມູນຈາກ: Google Blog, Beartai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/