Godzilla Minus One ເປີດຕົວແຮງ! ກວາດຄະແນນ 100% ໃນເວັບໄຊ Rotten Tomatoes


ມາແຮງແບບສົມສັກສີຂອງຣາຊາແຫ່ງໄຄຈູອີກຄັ້ງ ສຳລັບຮູບເງົາເລື່ອງ “Godzilla Minus One” ທີ່ເຂົ້າສາຍໃນປະເທດຍີ່ປຸ່ນຮຽບຮ້ອຍເມື່ອວັນທີ 3 ພະຈິກ 2023 ທີ່ຜ່ານມາ ແຖມຍັງສາມາດສ້າງສະຖິຕິທີ່ໜ້າສົນໃຈ ເພາະເຂົ້າສາຍພຽງ 3 ມື້ ກໍສາມາດກວາດເງິນໄດ້ຮອດ 1000 ລ້ານເຢນ.

ແຕ່ມັນບໍ່ຢຸດພຽງເທົ່ານັ້ນ ຫຼ້າສຸດຍັງໄດ້ຄະແນນຈາກເວັບໄຊຊື່ດັງຢ່າງ Rotten Tomatoes ໄປຮອດ 100% ເຖິງແມ່ນວ່າຄະແນນອາດຈະມີການປ່ຽນແປງໃນອະນາຄົດ ແຕ່ເຊື່ອວ່າທັງລາຍໄດ້ ແລະ ຄຳວິຈານ ພ້ອມຄະແນນທີ່ໄດ້ຮັບຈາກຄົນເບິ່ງໃນຕອນນີ້ກໍເປັນເຄື່ອງພິສູດແລ້ວວ່າ “Godzilla Minus One” ເປີດຕົວໄດ້ຢ່າງສົມສັກສີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/