ຜົນຜະລິດເຂົ້າອິນໂດເນເຊຍຫຼຸດລົງ ອາດສົ່ງຜົນຕໍ່ໄພເງິນເຟີ້


ປາກົດການ El Niño ເຮັດໃຫ້ຊາວນາພົບກັບຄວາມແຫ້ງແລ້ງຜິດປົກກະຕິ ສົ່ງຜົນເຮັດໃຫ້ການປູກເຂົ້າຂອງປະເທດອິນໂດເນເຊຍມີຜົນກະທົບ ເຮັດໃຫ້ຕ້ອງຫັນມາໃຊ້ການນຳເຂົ້າເພື່ອຮັກສາປະລິມານເຂົ້າແທນ.

ບັນຫາໄພແຫ້ງແລ້ງ ທີ່ກິນໄລຍະເວລາຍາວນານ ເຮັດໃຫ້ຜົນຜະລິດເຂົ້າຫຼຸດລົງ ແລະ ຊຸກຍູ້ໃຫ້ລາຄາເຂົ້າສູງຂຶ້ນ ເຊິ່ງສົ່ງຜົນກະທົບໂດຍກົງແກ່ປະຊາຊົນ, ເຈົ້າຂອງກິດຈະການອາຫານແບບດັ້ງເດີມຂອງອິນໂດເນເຊຍ ມີລັກສະນະເປັນອາຫານທີ່ລາຄາຖືກ ເຊິ່ງກຳໄລທີ່ໄດ້ຈາກທຸລະກິດຫຼຸດລົງຫຼາຍ ຕັ້ງແຕ່ເດືອນສິງຫາ ແລະ ລູກຄ້າສ່ວນໃຫຍ່ ກໍມີລາຍໄດ້ໜ້ອຍ ເຮັດໃຫ້ບໍ່ສາມາດປັບລາຄາຂຶ້ນໄດ້ ຕ້ອງຫຼຸດປະລິມານເຂົ້າເພື່ອຫຼຸດຕົ້ນທຶນແທນ.

ໃນຂະນະທີ່ປະລິມານເຂົ້າທີ່ບໍ່ແນ່ນອນນີ້ ຍັງສົ່ງຜົນໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນອີກດ້ວຍ ໂດຍຈາກຂໍ້ມູນຂອງ BPS ພົບວ່າ ດັດຊະນີລາຄາຜູ້ບໍລິໂພກໃນເດືອນຕຸລາ ປະມານ 2.56% ຖ້າທຽບແບບປີຕໍ່ປີ ສູງຂຶ້ນເລັກໜ້ອຍຈາກເດືອນກ່ອນໜ້ານີ້ 2.28% ທັງນີ້ມາຈາກລາຄາສິນຄ້າຈຳເປັນ ເຊັ່ນ: ເຂົ້າ ປັບຕົວສູງຂຶ້ນ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/