ສຳລັບຄົນທີ່ໃຊ້ຄອມພິວເຕີເປັນປະຈຳ ໄອເທັມທີ່ຂາດບໍ່ໄດ້ກໍຄົງຈະແມ່ນແປ້ນພິມ ຫຼື ຄີບອດ ເພື່ອໃຊ້ປ້ອນຄຳສັ່ງໃຫ້ຄອມພິວເຕີເຮັດວຽກຕາມທີ່ເຮົາຕ້ອງການ ເຊິ່ງຄີບອດທົ່ວໄປ ທີ່ພວກເຮົາຄຸ້ນເຄີຍກັນ ມັກຈະມີຮູບຮ່າງແປໆມີຊົງເປັນສີ່ຫຼ່ຽມ. ແຕ່ຕອນນີ້ມີການອອກແບບຮູບຮ່າງຂອງຄີບອດອອກມາໃໝ່ໃຫ້ມີຄວາມຫຼາກຫຼາຍ ແລະ ທັນສະໄໝຫຼາຍຂຶ້ນ. ລວມທັງການພັດທະນາຄວາມສາມາດໃຫ້ຄົບວົງຈອນລວມໃນອັນດຽວ ເພື່ອຫວັງວ່າຈະຕອບສະໜອງຄວາມຕ້ອງການຂອງການນໍາໃຊ້ໃນທຸກໆດ້ານ.

ຄີບອດທີ່ເຮົາເວົ້າເຖິງນັ້ນກໍແມ່ນ ຮຸ່ນທີ່ມີຊື່ວ່າ Glove 80 ເປັນຜົນງານອອກແບບຂອງ MoErgo, ບໍລິສັດ Start Up ຈາກນິວຊີແລນ. ມັນເປັນຄີບອດທີ່ມີຮູບຮ່າງໂຄ້ງມົນ ປຸ່ມກົດຕ່າງໆຖືກວາງໃຫ້ເໝາະສົມກັບນິ້ວມືເຮົາຫຼາຍຂຶ້ນ.
ຄີບອດນີ້ຖືກພັດທະນາມາເປັນເວລາ 6 ປີ, ໄດ້ຜ່ານການທົດສອບມາຫຼາຍກວ່າ 500 ເທື່ອ, ມີປຸ່ມກົດ ແບບແຍກກັນຊ້າຍ-ຂວາ ຂ້າງລະ 40 ປຸ່ມ ແຖມຍັງມາພ້ອມຟັງຊັ່ນ ອຳນວຍຄວາມສະດວກແບບຈັດເຕັມ ບໍ່ວ່າຈະເປັນ ການເຊື່ອມຕໍ່ແບບໄຮ້ສາຍ, ພື້ນທີ່ສຳລັບພັກມື ຫຼື ຂາຕັ້ງຄີບອດນ້ອຍໆທີ່ເຮົາສາມາດ ປັບເອງໄດ້ໃຫ້ເໝາະກັບມືຂອງເຮົາທີ່ສຸດ.

Glove80 ຖືກອອກແບບມາເປັນພິເສດເພື່ອໃຫ້ເຮົາສາມາດວາງມືໃນຕໍາແໜ່ງທີ່ດີທີ່ສຸດ ໃນຂະນະທີ່ພິມ. ຍິ່ງໄປກວ່ານັ້ນ ຄວາມໜ້າສົນໃຈຍັງຢູ່ທີ່ ‘ປຸ່ມກົດບໍລິເວນນິ້ວໂປ້’ ທີ່ມີຮູບແບບເປັນເອກະລັກທັງຫມົດ 6 ປຸ່ມທີ່ເຮົາສາມາດພິມໄດ້ໂດຍບໍ່ຕ້ອງ ຍົກຝາມືຂຶ້ນ ຫຼື ບໍ່ຕ້ອງເຄື່ອນຍ້າຍຂໍ້ມືເລີຍ. ດັ່ງນັ້ນຈຶ່ງຊ່ວຍຫຼຸດຜ່ອນຄວາມເມື່ອຍຂອງນິ້ວມື, ຂໍ້ມື, ແຂນແລະບ່າ. ນອກຈາກນີ້ ຍັງສາມາດຊ່ວຍໃຫ້ການພິມໄວຂຶ້ນ ແລະ ພິມໄດ້ດົນກວ່າແຕ່ກ່ອນ.

ຄີບອດມີຂະໜາດທີ່ກະທັດຮັດຫຼາຍ ໂດຍມີນໍ້າໜັກພຽງແຕ່ 600g ເທົ່ານັ້ນ ເຮັດໃຫ້ສະດວກສະບາຍໃນການພົກພາຫຼາຍຂຶ້ນ.
ໂດຍຕົວຄີບອດແມ່ນເລືອກໃຊ້ແຕ່ວັດສະດຸທີ່ມີຄຸນະພາບ ເພື່ອເພີ່ມອາຍຸການໃຊ້ງານ, ໃຊ້ພະລັງງານດ້ວຍແບັດເຕີຣີ ສາມາດເຊື່ອມຕໍ່ Bluetooth ໄດ້ຫຼາຍເຖິງ 4 ໜ່ວຍ ແຖມຍັງສາມາດເຊື່ອມຕໍ່ທັງໃນຮູບແບບໄຮ້ສາຍ ແລະ ມີສາຍ.

ຄວາມພິເສດແມ່ນເຮົາສາມາດປັບແຕ່ງ Layout ຂອງຄີບອດໄດ້ຕາມຄວາມຕ້ອງການ ແລະ ຍັງເອົາໃຈສາວົກ Gamer ໂດຍການໃສ່ທັງໄຟ LED ກັບ RGB ມານຳອີກ ແນ່ນອນວ່າສາມາດປັບແຕ່ງສີໄດ້ຕາມໃຈເຊັ່ນກັນ.
ສຳລັບຄົນທີ່ສົນໃຈຢາກລອງຊື້ຄີບອດຮຸ່ນນີ້ມາໃຊ້, ໄດ້ມີການຄາດການວ່າຈະຖືກວາງຂາຍທົ່ວໂລກໃນເດືອນ ກັນຍາ ປີ 2022 ນີ້ ໂດຍຈະມີ 2 ສີໃຫ້ເລືອກໄດ້ແກ່ ສີຂາວ ແລະ ສີເທົາເຂັ້ມ. ສ່ວນລາຄາຈະຢູ່ທີ່ປະມານ 496 ໂດລາ ຫຼື ປະມານ 5,346,000 ກີບ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/