ນັກວິທະຍາສາດຕັ້ງຊື່ກົບສາຍພັນໃໝ່ຕາມຊື່ຂອງສາວນ້ອຍນັກເຄື່ອນໄຫວທາງສິ່ງແວດລ້ອມ Greta Thunberg


ໃນໂລກເຮົາມີຫຼາຍສິ່ງຫຼາຍຢ່າງທີ່ເລິກລັບ ແລະ ໜ້າສົນໃຈ ລໍຖ້າໃຫ້ມະນຸດເຮົາໄປຄົ້ນພົບອີກຫຼາຍ ຈຶ່ງເກີດການຄົ້ນພົບໃໝ່ທາງວິທະຍາສາດຢູ່ເລື້ອຍໆ ເຊັ່ນດຽວກັບການຄົ້ນພົບໃນຄັ້ງນີ້ ທີ່ເປັນກົບສາຍພັນໃໝ່ ແລະ ກໍໄດ້ຕັ້ງຊື່ກົບຊະນິດນີ້ວ່າ “Pristimantis gretathunbergae” ເພື່ອເປັນກຽດໃຫ້ແກ່ສາວນ້ອຍນັກເຄື່ອນໄຫວທາງສິ່ງແວດລ້ອມຄົນດັງທີ່ທັງໂລກຮູ້ຈັກ ‘Greta Thunberg’

ກົບທີ່ຖືກຄົ້ນພົບແມ່ນ RainFrog ເປັນສາຍພັນທີ່ບໍ່ເຄີຍພົບມາກ່ອນໃນປ່າເລິກຂອງປະເທດປານາມາ ເຂດປ່າ Mount Chucanti ເຊິ່ງເປັນເຂດອະນຸລັກທຳມະຊາດ ໂດຍອົງກອນອະນຸລັກປ່າຈາກປານາມາ ADOPTA ແລະ Rainforest Trust.

ກົບສາຍພັນໃໝ່ນີ້ ມີຕາສີດຳໃຫຍ່ໂດດເດັ່ນບໍ່ຄືກັບສາຍພັນອື່ນໃນພາກພື້ນດຽວກັນ, ພວກເຂົາເຊື່ອວ່າ ກົບເຫຼົ່ານີ້ກຳລັງຖືກຄຸກຄາມຈາກການຕັດໄມ້ທຳລາຍປ່າຂະຫຍາຍພື້ນທີ່ທາງກະສິກຳ ແລະ ໄພຈາກໂຣກເຊື້ອຣາ chytrid fungus.

ຈາກການຄົ້ນພົບດັ່ງກ່າວ ໄດ້ມີຈັດການປະມູນສິດໃນການຕັ້ງຊື່ສາຍພັນໃໝ່ນີ້ ຮ່ວມກັບທີມນັກວິໄຈ ເຊິ່ງໄດ້ເຫັນດີໃຫ້ຊື່ Pristimantis gretathunbergae ເພື່ອເປັນກຽດໃຫ້ແກ່ Greta Thunberg ສາວນ້ອຍນັກເຄື່ອນໄຫວທາງສິ່ງແວດລ້ອມ ຊາວສະວີເດັນ ອາຍຸ 19 ປີ.

Greta Thunberg ເປັນທີ່ຮູ້ຈັກຂອງທຸກຄົນ ຈາກຄຳເວົ້າກົງໆທີ່ລາວອອກມາຮຽກຮ້ອງໃນທີ່ສາທາລະນະ, ຮຽກຮ້ອງເຖິງຜູ້ນຳແຕ່ລະປະເທດ ແລະ ທີ່ປະຊຸມການເມືອງ ໃຫ້ມີການດຳເນີນການແກ້ໄຂ ແລະ ຮັບມືກັບວິກິດການພູມອາກາດທັນທີ. Greta ຍັງໄດ້ຂຶ້ນປົກວາລະສານ Time ໃນປີ 2019 ແລະ ຖືກເອີ້ນວ່າ “ຜູ້ນຳຮຸ່ນຕໍ່ໄປ”, ນອກຈາກນັ້ນ ຊື່ຂອງ Greta Thunberg ຍັງເຄີຍຖືກສະເໜີເຂົ້າຊິງຮາງວັນໂນເບລອີກດ້ວຍ. ສຳນັກຂ່າວບາງສຳນັກໄດ້ອະທິບາຍຜົນກະທົບຂອງລາວທີ່ມີຕໍ່ເວທີໂລກວ່າ “ປາກົດການ Greta Thunberg”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/