ຊາຍຊາວຕຸຣກີ ອາສາຊອກຫາຄົນຫາຍກັບເຈົ້າໜ້າທີ່ ສຸດທ້າຍພົບວ່າຄົນທີ່ຫາຍໄປແມ່ນຕົນເອງ


ເຊື່ອວ່າຫຼາຍໆຄົນເວລາໄປສັງສັນ ຫຼື ກິນດື່ມ ຖ້າຫາກວ່າໄດ້ເມົາຂຶ້ນມາແລ້ວມັກຈະມີວິລະກຳຕ່າງໆ ເຊັ່ນ: ເຮັດເຄື່ອງເສຍ, ເຕັ້ນແບບບໍ່ສົນໃຈໃຜ, ແຊັດໄປຫາແຟນເກົ່າ ຫຼື ຮ້ອງໄຫ້ປັບທຸກກັບໝູ່… ແຕ່ສໍາລັບຊາຍຕຸຣກີຄົນນີ້ລາວເຮັດໃຫ້ເລື່ອງເມົາກ້າວຂຶ້ນໄປອີກລະດັບ ເພາະລາວດື່ມຈົນເມົາແລ້ວໄດ້ຫາຍຕົວໄປໃນປ່າໂດຍບໍ່ຮູ້ຕົວ ແລະ ລາວກໍໄດ້ເຂົ້າຮ່ວມທີມຄົ້ນຫາເພື່ອຊອກຫາຕົນເອງໂດຍບໍ່ຮູ້ຕົວອີກເຊັ່ນດຽວກັນ.

ເລື່ອງລາວສຸດມຶນງົງນີ້ເປັນຂອງ ເບຍ໌ຮານ ມູຕລູ (Bayhan Mutlu) ຊາຍຊາວຕຸຣກີ ອາຍຸ 50 ປີ ທີ່ໄດ້ມີລາຍງານວ່າຫາຍຕົວໄປໃນເຂດ ເມືອງ İnegöl ຂອງ ຕຸຣກີ ຫຼັງຈາກທີ່ລາວອອກໄປສັງສັນກັບໝູ່ ໃນຕອນກາງຄືນມາແບບເຕັມເມັດເຕັມໜ່ວຍ ແລະ ໄດ້ຫຼົງຫາຍເຂົ້າໄປໃນປ່າ.

ໃນຕອນເຊົ້າຂອງມື້ຕໍ່ມາກໍຍັງບໍ່ເຫັນ ມູຕລູ ຈະເມືອເຮືອນ ຈຶ່ງເຮັດໃຫ້ໝູ່ເພື່ອນ ພ້ອມພັນລະຍາຂອງມູຕລູເລີ່ມເປັນຫ່ວງແລະຢ້ານເກີດອັນຕະລາຍ ເພາະບໍ່ສາມາດຕິດຕໍ່ມູຕລູໄດ້ ບວກກັບບໍລິວິເວນເມືອງ İnegöl ກໍອ້ອມຮອບໄປດ້ວຍປ່າແລະພູ.

ຕໍ່ມາໝູ່ເພື່ອນ ແລະ ຄອບຄົວຂອງມູຕລູ ກໍໄດ້ພາກັນໄປແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດ ແລະ ພາລະກິດຄົ້ນຫາຕົວມູຕລູກໍໄດ້ເລີ່ມຕົ້ນຂຶ້ນ. ເຈົ້າໜ້າທີ່ກໍລົງພື້ນທີ່ດຳເນີນການຄົ້ນຫາຢ່າງເຂັ້ມຂຸ້ນ ໂດຍໄດ້ກະຈາຍຕົວໄປຮອບບ້ານທີ່ ມູຕລູ ຫາຍຕົວໄປ ແລະ ໄດ້ຮັບອາສາສະໝັກໃນພື້ນທີ່ ເພື່ອຊ່ວຍເຫຼືອໃນການຄົ້ນຫາແລະສອບຖາມຂໍ້ມູນ, ປາກົດວ່າບໍ່ມີໃຜຫາຕົວລາວພົບເລີຍ. ເຈົ້າໜ້າທີ່ຈຶ່ງຕັດສິນໃຈຍ່າງເຂົ້າໄປໃນເຂດປ່າຂອງ ເມືອງ Brasa ບໍລິເວນໃກ້ຄຽງທີ່ມູຕລູຫາຍຕົວໄປ.

ຈາກນັ້ນເມື່ອເຈົ້າໜ້າທີ່ຍ່າງເຂົ້າໄປໃນປ່າພວກເຂົາກໍໄດ້ພົບກັບມູຕລູໃນລະຫວ່າງການຄົ້ນຫາ ແລະ ມູຕລູກໍໄດ້ພົບກັບເຈົ້າໜ້າທີ່ ແຕ່ທັງສອງຝ່າຍບໍ່ໄດ້ຄິດຫຍັງ ເພາະເຈົ້າໜ້າທີ່ບໍ່ໄດ້ສົງໄສວ່າຊາຍທີ່ຫາກໍພົບນັ້ນແມ່ນ ມູຕລູ ແລະ ມູຕລູກໍບໍ່ຮູ້ວ່າເຈົ້າໜ້າທີ່ກຳລັງຕາມຫາໃຜ. ດັ່ງນັ້ນລາວເລີຍຕັດສິນໃຈເຂົ້າຮ່ວມກັບເຈົ້າໜ້າທີ່ ໃນການຄົ້ນຫາຊາຍທີ່ກຳລັງສູນຫາຍໃນທັນທີ.

ການຄົ້ນຫາດຳເນີນໄປຫຼາຍຊົ່ວໂມງ ແຕ່ທາງເຈົ້າໜ້າຍັງບໍ່ພົບຕົວມູຕລູ (ທີ່ຈິງ ແມ່ນພົບແລ້ວ) ແລະ ມູຕລູກໍຍັງບໍ່ພົບຕົວຊາຍທີ່ສູນຫາຍ (ເຊິ່ງກໍຄືຕົວຂອງລາວເອງ) ຕໍ່ມາພາລະກິດຊອກຫາຕົວມູຕລູ ກໍໄດ້ສິ້ນສຸດລົງ ເມື່ອທາງເຈົ້າໜ້າທີ່ໄດ້ຮ້ອງອອກໄປ ວ່າ “ມູຕລູ..ມູຕລູ” ເພື່ອຫວັງວ່າມູຕລູຈະໄດ້ຍິນຊື່ຂອງລາວ ໃນຂະນະນັ້ນກໍມີຊາຍຄົນໜຶ່ງໃນທີມຄົ້ນຫາຕອບກັບມາວ່າ “ໂດຍ, ຂ້ອຍຢູ່ນີ້” ເຊິ່ງຊາຍຄົນນັ້ນກໍຄືມູຕລູນັ້ນເອງ ແລະ ລາວກໍໄດ້ຍ່າງອອກມາປາກົດຕົວໃຫ້ທີມຄົ້ນຫາເຫັນ ເຮັດໃຫ້ເຈົ້າໜ້າທີ່ງົງເປັນໄກ່ຕາແຕກ ເພາະຊາຍທີ່ເຂົາເຈົ້າຊອກຫາໝົດມື້ ແມ່ນຢູ່ນຳກັນຕະຫຼອດເວລາ. ໃນເບື້ອງຕົ້ນຫຼັງຈາກທີ່ພົບມູຕລູແລ້ວເຈົ້າໜ້າທີ່ຍັງບໍ່ປັກໃຈເຊື່ອວ່າແມ່ນ ມູຕລູແທ້ຫຼືບໍ່ ຈົນໃນທີ່ສຸດມູຕລູກໍໄດ້ເອີ້ນໝູ່ຂອງລາວມາເພື່ອຢືນຢັນ.

ຫຼັງຈາກນັ້ນເຈົ້າໜ້າທີ່ກໍໄດ້ພາມູຕລູ ແລະ ຜູ້ທີ່ເອີ້ນຊື່ຂອງລາວໄປເຮັດບົດບັນທຶກປະຈຳວັນເກັບໄວ້ເປັນຫຼັກຖານ ໂດຍໃນລາຍງານບໍ່ມີການລະບຸວ່າມູຕລູຖືກປັບໃໝຫຼືບໍ່. ນອກຈາກນີ້ມູຕລູຍັງບອກກັບເຈົ້າໜ້າທີ່ບັນທຶກປະຈຳວັນວ່າ “ຢ່າລົງໂທດຂ້ອຍແຮງເກີນໄປ ບໍ່ຊັ້ນພໍ່ຂ້ອຍຂ້າຂ້ອຍແທ້ໆ”. ຫຼັງຈາກລົງບັນທຶກປະຈຳແລ້ວ ເຈົ້າໜ້າທີ່ກໍໄດ້ພາມູຕລູກັບຄືນໄປຫາຄອບຄົວແລະໝູ່ເພື່ອນຂອງລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/