ອັດຕາແມ່ຍິງເສັງຜ່ານເຂົ້າແພດສູງກວ່າຜູ້ຊາຍ ເປັນຄັ້ງທຳອິດໃນຍີ່ປຸ່ນ


ກະຊວງສຶກສາທິການປະເທດຍີ່ປຸ່ນ ໄດ້ອອກມາເຜີຍຂໍ້ມູນວ່າ ອັດຕາແມ່ຍິງເສັງຜ່ານເຂົ້າຮຽນແພດສູງກວ່າຜູ້ຊາຍເປັນຄັ້ງທຳອິດ ໃນການສອບເສັງເຂົ້າຮຽນແພດໃນມະຫາວິທະຍາໄລ 81 ແຫ່ງ, ໃນເດືອນເມສາປີ 2021 ທີ່ຜ່ານມາ ເຊິ່ງເປັນຫຼັກຖານຢືນຢັນເຖິງຄວາມສາມາດຂອງແມ່ຍິງ ສືບເນື່ອງຈາກການແບ່ງແຍກທາງເພດ ທີ່ບັນດາມະຫາວິທະຍາໄລໄດ້ອອກມາຍອມຮັບວ່າພວກເຂົານັ້ນຈົງໃຈບິດເບືອນຄະແນນເສັງເຂົ້າ ເພື່ອຈຳກັດສິດການເຂົ້າຮຽນຂອງແມ່ຍິງ.

ເມື່ອປີ 2018 ໄດ້ມີເຫດການໂກງບົດເສັງເປັນຈຳນວນຫຼວງຫຼາຍໃນບັນດາມະຫາວິທະຍາໄລ ເຊັ່ນ ມະຫາວິທະຍາໄລແພດໂຕກຽວ ແລະ ສະຖາບັນຊື່ດັງອີກຫຼາຍແຫ່ງ ເຊິ່ງພວກເຂົາກໍໄດ້ອອກມາຍອມຮັບວ່າໄດ້ມີການບິດເບືອນຄະແນນຈຳກັດສິດຂອງນັກຮຽນຍິງ ເພື່ອຈະເຫຼືອພື້ນທີ່ໃຫ້ແກ່ນັກສຶກສາຊາຍ ໂດຍໄດ້ສະແດງຄວາມກັງວົນວ່າ ແມ່ຍິງນັ້ນມີທ່າອ່ຽງທີ່ຈະຍຸຕິການສືບຕໍ່ອາຊີບທາງການແພດຫຼັງແຕ່ງງານ ຫຼື ມີລູກ ໂດຍສະເພາະໃນລະຫວ່າງວິກິດທີ່ຂາດບຸກຄະລາກອນທາງການແພດທົ່ວປະເທດແບບນີ້. ເຫດການດັ່ງກ່າວກໍ່ໃຫ້ເກີດການກ່າວຫາສະຖາບັນເຖິງການກີດກັນທາງເພດ ພ້ອມສົ່ງຜົນໃຫ້ລັດຖະບານໄດ້ມີການສືບສວນສອບສວນຢ່າງຍິ່ງໃຫຍ່. ເມື່ອປີທີ່ຜ່ານມາ, ທາງກະຊວງສຶກສາໄດ້ກ່າວວ່າ ມີສະຖານສຶກສາທາງການແພດຈຳນວນ 10 ເຖິງ 81 ໃນຍີ່ປຸ່ນທີ່ບິດເບືອນບົດເສັງ ເພື່ອໃຫ້ນັກສຶກສາຊາຍ ແລະ ຍາດຕິພີ່ນ້ອງກັບສິດເກົ່າໄດ້ເຂົ້າຫຼາຍກວ່າ.

ຜົນການສອບເສັງໃນໂຮງຮຽນແພດ 81 ແຫ່ງ ສະແດງອັດຕາການເສັງຜ່ານຂອງແມ່ຍິງແມ່ນ 13.60% ເປັນຕົວເລກເສັງຜ່ານ 5,880 ຄົນຈາກ 43,243 ຄົນ ແລະ ຊາຍ 13.51% ດ້ວຍຈຳນວນ 8,421 ຄົນ ຈາກ 62,325 ຄົນ ທີ່ນັບວ່າເປັນຄັ້ງທຳອິດຕັ້ງແຕ່ກະຊວງສຶກສາໄດ້ເລີ່ມເກັບກຳບັນທຶກຂໍ້ມູນປຽບທຽບເມື່ອປີ 2013. ຂໍ້ມູນດັ່ງກ່າວນີ້ກໍພິສູດໃຫ້ເຫັນວ່າ ຊ່ອງວ່າງການເປີດຮັບສະໝັກຮຽນລະຫວ່າງຊາຍ-ຍິງກໍເກືອບຈະບໍ່ມີແລ້ວ ແລະ ການເລືອກປະຕິບັດນັກສຶກສາຍິງຈະບໍ່ມີອີກຕໍ່ໄປ
ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/