ເຊເລນສະກີ ຜູ້ນຳຢູເຄຣນຂໍເຈລະຈາຕົວຕໍ່ຕົວກັບ ປູຕິນ ເພື່ອຫາຫາງອອກສົງຄາມຢູເຄຣນ-ຣັດເຊຍ


ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງຢູເຄຣນ ຮຽກຮ້ອງໄປເຖິງ ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ເພື່ອຂໍເຕລະຈາໂດຍກົງແບບ ‘ຕົວຕໍ່ຕົວ’ ທ່າມກາງຄວາມພະຍາຍາມຢຸດສົງຄາມໃນຢູເຄຣນ ພ້ອມທັງຮຽກຮ້ອງໃຫ້ຊາດຕາເວັນຕົກເພີ່ມຄວາມຊ່ວຍເຫຼືອແກ່ຢູເຄຣນ.

ທ່າທີຂອງຜູ້ນຳຢູເຄຣນມີຂຶ້ນໃນລະຫວ່າງການຖະແຫຼງຂ່າວໃນວັນທີ 3 ມີນາທີ່ຜ່ານມາ ໂດຍ ເຊເລນສະກີຮ້ອງຂໍໃຫ້ປູຕິນຍອມນັ່ງລົງເຈລະຈາ ແລະຊີ້ວ່າການໂອ້ລົມນັ້ນເປັນສິ່ງທີ່ສົມເຫດສົມຜົນແລະມີຄວາມສຳຄັນຫຼາຍກວ່າການສູ້ຮົບ ພ້ອມທັງກ່າວຕິດຕະຫຼົກວ່າ “ຂ້ອຍບໍ່ກັດ” .

“ນັ່ງລົງກັບຂ້ອຍເພື່ອເຈລະຈາ ບໍ່ແມ່ນໄລຍະ 30 ແມັດໃດ ຂ້ອຍບໍ່ກັດເຈົ້າດອກ ເຈົ້າຢ້ານຫຍັງ, ຄຳເວົ້ານັ້ນສຳຄັນຫຼາຍກວ່າການຍິງກັນ” ເຊເລນສະກີກ່າວ ໂດຍໄລຍະ 30 ແມັດເປັນການອ້າງອີງຄວາມຍາວຂອງໂຕະທີ່ປູຕິນໃຊ້ໃນການປະຊຸມກັບປະທານາທິບໍດີ ເອັມມານູເອລ ມາຄຣົງ ຂອງຝຣັ່ງ ແລະ ຜູ້ນຳຈາກຊາດອື່ນໆ ເຊິ່ງກາຍເປັນທີ່ເວົ້າເຖິງໃນໂຊຊຽວມີເດຍກ່ອນໜ້ານີ້.

ນອກຈາກນີ້ ເຊເລນສະກີຍັງກ່າວເຖິງທ່າທີຂອງ NATO ແລະ ສະຫະລັດອາເມຣິກາ ທີ່ປະຕິເສດຂໍ້ຮຽກຮ້ອງໃຫ້ກຳນົດເຂດຫ້າມບິນເໜືອຢູເຄຣນ ເຊິ່ງຈະສົ່ງຜົນໃຫ້ຕ້ອງມີການສົ່ງກຳລັງທະຫານໄປບັງຄັບໃຊ້ມາດຕະການ ໂດຍຊີ້ວ່າຫາກ NATO ແລະ ສະຫະລັດອາເມຣິກາບໍ່ຍອມຮັບ ກໍຄວນຈະສົ່ງເຮືອບິນຮົບໃຫ້ແກ່ຢູເຄຣນ ເພື່ອປ້ອງກັນຕົນເອງຈາກການໂຈມຕີທາງອາກາດຂອງຣັດເຊຍ.

ຂະນະດຽວກັນ ມື້ວານນີ້ ທາງດ້ານຜູ້ແທນເຈລະຈາຂອງຣັດເຊຍໄດ້ເປີດການເຈລະຈາຮອບ 2 ທີ່ຊາຍແດນເບລາຣຸສ-ໂປແລນ ໂດຍທັງສອງຝ່າຍຕົກລົງສ້າງເຂດປ້ອງກັນໄພຄຸກຄາມເພື່ອມະນຸດສະທຳສຳລັບອົບພະຍົບພົນລະເຮືອນ. ແຕ່ທາງ ມິຄາອິໂລ ໂປໂດລຍັຄ (Mykhailo Podolyak) ທີ່ປຶກສາປະທານາທິບໍດີຢູເຄຣນແລະໜຶ່ງໃນຜູ້ແທນເຈລະຈາ ກ່າວສະແດງຄວາມເສຍດາຍທີ່ຢູເຄຣນຍັງບໍ່ໄດ້ທາງອອກທີ່ຕ້ອງການ ກໍຄືການຢຸດຍິງຂອງຣັດເຊຍໃນທັນທີ.

ຢ່າງໃດກໍຕາມ ເຊເລນສະກີຊີ້ວ່າ ໂອກາດໃນການເຈລະຈາຮອບໃໝ່ລະຫວ່າງຣັດເຊຍແລະຢູເຄຣນ ຫຼັງຈາກນີ້ເບິ່ງຄືຈະບໍ່ມີຄວາມຫວັງ ແຕ່ຍັງເນັ້ນຍ້ຳຄວາມຈໍາເປັນທີ່ຕ້ອງການເຈລະຈາທັງ 2 ຝ່າຍເພື່ອຫາທາງອອກຈາກຄວາມຂັດແຍ້ງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/