FOPO ອາການຢ້ານຄົນອື່ນເບິ່ງຕົນເອງເປັນຄົນບໍ່ດີ

xr:d:DAGCCKJeTTA:11,j:1967371583806844782,t:24041016


FOPO ຫຍໍ້ມາຈາກ Fear of Other People’s Opinion ໝາຍຄວາມວ່າ ອາການຢ້ານຄວາມຄິດເຫັນຂອງຄົນອື່ນເບິ່ງເຮົາໃນທາງບໍ່ດີ ເຊິ່ງແມ່ນຄວາມພະຍາຍາມທີ່ຈະຫຼີກເວັ້ນການຖືກຕຳໜິ ເພື່ອໃຫ້ໄດ້ຮັບການຍອມຮັບ ແລະ ຄົນທີ່ມີອາການນີ້ຈະພະຍາຍາມວິເຄາະແນວຄວາມຄິດຂອງຄົນອື່ນ ເພື່ອຫຼີກເວັ້ນການຖືກປະເມີນໃນທາງລົບຈາກຜູ້ອື່ນ.

Michael Gervais, ນັກຈິດຕະສາດທີ່ມີຄວາມຊ່ຽວຊານໃນການເຊື່ອມຕໍ່ລະຫວ່າງຈິດໃຈ ແລະ ສັກກະຍະພາບຂອງມະນຸດ, ໄດ້ໃຫ້ຄໍາເຫັນກ່ຽວກັບເລື່ອງນີ້ວ່າ: ຄວາມຄິດເຫັນຂອງບາງຄົນມີຄວາມສໍາຄັນ ແລະ ມີຜົນກະທົບຫຼາຍຕໍ່ຊີວິດຂອງຜູ້ຄົນຢ່າງແທ້ຈິງ, ແຕ່ວ່າອາການ FOPO ສາມາດຈຳກັດສັກກະຍະພາບຂອງເຮົາ ແລະ ຂັດຂວາງໃຫ້ເຮົາບໍ່ສາມາດເຮັດສິ່ງທີ່ເຮົາຕ້ອງການຢ່າງແທ້ຈິງ.

ອາການນີ້ ແມ່ນກ່າວເຖິງຄົນທີ່ມີຄວາມຮູ້ສຶກກັງວົນກັບຄວາມຄິດ ແລະ ຄວາມຮູ້ສຶກຂອງຄົນອື່ນຫຼາຍເກີນໄປ. ແນ່ນອນວ່າ ການຄິດເຖິງຄົນອື່ນມັນເປັນເລື່ອງທີ່ດີ ແຕ່​ຖ້າ​ເຮົາ​ຄິດ​ເຖິງ​ຄົນ​ອື່ນ​ຫຼາຍ​ເກີນ​ໄປ ມັນ​ອາດຈະ​ສົ່ງ​ຜົນ​ເສຍ​ຕໍ່​ເຮົາ​ ໂດຍກະທົບຕໍ່ສຸຂະພາບຈິດ ແລະ ຮ່າງກາຍ.

ນອກຈາກນີ້, ທຸກທ່ານຮູ້ບໍ່ວ່າ ອາການດັ່ງກ່າວຍັງສົ່ງຜົນກະທົບຕໍ່ການພັດທະນາຄວາມຮູ້, ຄວາມສາມາດຂອງຕົວເຮົາເອງອີກດ້ວຍ ເຊັ່ນວ່າ: ນັກຮຽນບໍ່ກ້າຍົກມືຂຶ້ນຖາມຄໍາຖາມໃນຫ້ອງຮຽນ, ຫຼື ຫ້ອງປະຊຸມ ເພາະຢ້ານຄົນອື່ນບໍ່ມັກ, ຄວາມຢ້ານກົວທີ່ຈະເວົ້າໃນສາທາລະນະ ເພາະຢ້ານຄວາມຜິດພາດ ແລະ ຄົນອື່ນຈະວິພາກວິຈານໃນທາງລົບ ຫຼື ແມ່ນແຕ່ຢ້ານທີ່ຈະສະແດງຄວາມຄິດເຫັນຂອງຕົນເອງໃຫ້ຄົນອື່ນຮູ້ ຍ້ອນ​ຢ້ານ​ວ່າ​ຈະ​ບໍ່​ໄດ້​ຮັບ​ການ​ຍອມຮັບ​ຈາກ​ກຸ່ມ​ຄົນ ເປັນຕົ້ນ. ກ່າວໄດ້ວ່າອາການ FOPO ເຮັດໃຫ້ເຮົາສູນເສຍຄວາມເປັນຕົນເອງ ແລະ ບໍ່ກ້າເຮັດໃນສິ່ງທີ່ຕົນຕ້ອງການ ນັ້ນເອງ.

ເຮົາມາກວດເບິ່ງອາການເບື້ອງຕົ້ນຂອງ FOPO ນຳກັນວ່າຈະເປັນແນວໃດ?

•ຢ້ານໃນສິ່ງທີ່ຕົນຈະເວົ້າ ຫຼື ຄິດຢູ່ ເຖິງແມ່ນວ່າມັນຖືກຕ້ອງກໍຕາມ

•ມີຄວາມຄິດຢູ່ໃນຫົວຕະຫຼອດເວລາ ວ່າມີຄົນບໍ່ພໍໃຈເຮົາ

•ກັງວົນຄວາມຄິດເຫັນຂອງຄົນອື່ນ ຈົນຕ້ອງຝືນເຮັດໃນສິ່ງທີ່ຕົນບໍ່ຢາກເຮັດ ເພື່ອເອົາໃຈຄົນອື່ນ

•ຢ້ານການເຮັດໃນສິ່ງທີ່ແຕກຕ່າງ ເພາະຢ້ານຄົນອື່ນເບິ່ງເຮົາບໍ່ດີ

ຜົນກະທົບທາງລົບຂອງ FOPO 

•ຕັດສິນໃຈໄດ້ຊ້າລົງ ຫຼື ບໍ່ສາມາດຕັດສິນໃຈດ້ວຍຕົນເອງໄດ້

•ຫຼຸດຄວາມສາມາດການຮັບມືກັບຄວາມສ່ຽງໃນການຕັດສິນໃຈ 

•ຫຼຸດຜ່ອນຄວາມຄິດສ້າງສັນຂອງຕົນເອງ

•ບໍ່ເປັນຕົວຂອງຕົນເອງ

•ຖືກຄົນອື່ນເອົາປຽບ

ວິທີແກ້ໄຂອາການ FOPO

•ພະຍາຍາມໃຫ້ຄຸນຄ່າຕົນເອງຫຼາຍຂຶ້ນ

•ໝັ້ນໃຈໃນຕົນເອງ

•ມີແບບແຜນການດຳລົງຊີວິດຢ່າງຊັດເຈນ

•ກັງວົນກ່ຽວກັບຄວາມຄິດຂອງຄົນອື່ນໜ້ອຍລົງ

•ປຶກສາກັບຄົນທີ່ທ່ານໄວ້ໃຈ ແລະ ເຫັນຄຸນຄ່າໃນຕົວເຈົ້າ.

•ພິສູດຕົວທ່ານເອງ

ອ້າງອີງຂໍ້ມູນຈາກ:

https://cutt.ly/Kw4vUR7R

https://cutt.ly/ow4vUhlD

https://cutt.ly/cw4vYEsO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/