ໃນປັດຈຸບັນ ເຕັກໂນໂລຊີໄດ້ເຂົ້າມີບົດບາດສຳຄັນຍິ່ງຂຶ້ນໃນຊີວິດປະຈຳວັນຂອງຄົນເຮົາ ແລະ ສະມາດໂຟນກໍປຽບດັ່ງປັດໄຈທີ 5 ໃນກິດຈະວັດຂອງແຕ່ລະມື້ໄປແລ້ວ ເນື່ອງຈາກວ່າ, ສະມາດໂຟນສາມາດເຮັດໃຫ້ເຮົາເຂົ້າເຖິງຂໍ້ມູນຕ່າງໆໄດ້ງ່າຍ ແລະ ວ່ອງໄວ ພ້ອມທັງເຂົ້າເຖິງສື່ສັງຄົມອອນລາຍເຊັ່ນ: Facebook, Twitter, Instagram ແລະ ແອັບພິເຄຊັນອື່ນໆທີ່ຫຼາກຫຼາຍ.
ແຕ່ແນວໃດກໍຕາມ, ຍັງມີບັນຫາການຕິດສື່ສັງຄົມອອນລາຍເກີດຂຶ້ນຫຼາຍໃນສັງຄົມ ເຊິ່ງບັນຫານີ້ອາດຈະເຮັດໃຫ້ເກີດມີອາການຊຶມເສົ້າ, ຄຽດ, ກັງວົນໃຈ, ສະມາທິສັ້ນ ແລະ ໂຣກໄບໂພລ່າ ເພາະການໃຊ້ສະມາດໂຟນ ຫຼື ສື່ສັງຄົມອອນລາຍເປັນເວລາດົນໆ ຈະເຮັດໃຫ້ໄດ້ຮັບພັກຜ່ອນໜ້ອຍລົງ ຍ້ອນວ່າຕົນເອງຢູ່ໃນໂລກອອນລາຍຫຼາຍເກີນໄປ ໂດຍພົວພັນກັບຄົນອ້ອມຂ້າງໜ້ອຍລົງ.
ທ່ານສາມາດເລີ່ມຕົ້ນກວດເຊັກອາການຂອງທ່ານວ່າຕິດສື່ສັງຄົມອອນລາຍບໍ່ ດັ່ງຕໍ່ໄປນີ້:
1.ຢູ່ກັບສື່ສັງຄົມ ຫຼາຍກວ່າຄວາມເປັນຈິງ
2.ເວລາທີ່ບໍ່ໃຊ້ສື່ສັງຄົມ ມັກຈະຮູ້ສຶກບໍ່ສະບາຍ ຫຼື ອາລົມຫງຸດຫງິດ
3.ພະຍາຍາມຄວບຄຸມພຶດຕິກຳການຫຼິ້ນສື່ສັງຄົມໃຫ້ໜ້ອຍລົງແຕ່ບໍ່ສາມາດຄວບຄຸມມັນໄດ້
4.ຄິດຫາສື່ອອນລາຍບໍ່ວ່າຈະເຮັດຫຍັງຢູ່ກໍຕາມ
5.ເມື່ອຮູ້ສຶກເຄັ່ງຄຽດ, ມັກໃຊ້ສື່ສັງຄົມເພື່ອຜ່ອນຄາຍຄວາມຄຽດ
6.ມີການຕົວະ ຫຼື ປົກປິດ ເພື່ອທີ່ຈະໄດ້ຫລິ້ນສື່ອອນລາຍ
7.ສື່ອອນລາຍເຮັດໃຫ້ກະທົບເຖິງການເຮັດວຽກ ຫຼື ບັນຫາຄວາມສໍາພັນກັບຄົນໃກ້ຊິດ.
ບົດລາຍງານຈາກ American Academy of Pediatrics ທີ່ຊີ້ບອກເຖິງຜົນກະທົບທາງລົບຂອງສື່ສັງຄົມຕໍ່ເດັກນ້ອຍ ແລະ ໄວໜຸ່ມໄວ້ວ່າ ການຫຼິ້ນສື່ອອນລາຍຢ່າງຕໍ່ເນື່ອງທຸກໆມື້ຈະກາຍເປັນການເສບຕິດ, ອາດຈະເຮັດໃຫ້ເກີດ “ພາວະຊຶມເສົ້າ” ແລະ ພຶດຕິກຳນີ້ສາມາດເກີດຂື້ນໃນຜູ້ໃຫຍ່ໄດ້ເຊັ່ນກັນ. ອາການເສບຕິດດັ່ງກ່າວສົ່ງຜົນກະທົບຕໍ່ຊີວິດຂອງຄົນເຮົາລວມມີການລະເລີຍຊີວິດສ່ວນຕົວ, ການບຽດບຽນ, ບໍ່ເຂົ້າສັງຄົມ, ອາລົມປ່ຽນແປງ, ມີຄວາມອົດທົນຕໍ່າ ແລະ ອື່ນໆ.
ພ້ອມກັນນີ້, ສື່ສັງຄົມອອນລາຍຍັງເຮັດໃຫ້ໂສກເສົ້າ ຫຼື ມີຄວາມສຸກໜ້ອຍລົງ ເພາະການໃຊ້ສະມາໂຟນນີ້ມີການເຊື່ອມໂຍງກັບຄວາມສຸກທີ່ເກີດຂຶ້ນພຽງຊົ່ວຄາວ ແລະ ເຮັດໃຫ້ຄວາມພຶງພໍໃຈໃນຊີວິດຫຼຸດລົງ ເນື່ອງຈາກວ່າການເອົາຕົນເອງໄປຢູ່ໃນສື່ອອນລາຍຕະຫຼອດເວລາ ຈະເຮັດໃຫ້ເຈົ້າຕັດການເຊື່ອມຕໍ່ຈາກໂລກທີ່ແທ້ຈິງ. ມັນສົ່ງຜົນເຮັດໃຫ້ຮູ້ສຶກໂດດດ່ຽວ ແລະ ກາຍເປັນການທຳລາຍສຸຂະພາບຈິດໂດຍບໍ່ຮູ້ຕົວ.
ວິທີແກ້ໄຂບັນຫາ
ພະຍາຍາມຈໍາກັດການນໍາໃຊ້ສື່ສັງຄົມອອນລາຍຂອງທ່ານໂດຍກຳນົດເວລາການຫຼິ້ນຢ່າງຊັດເຈນ ແລະ ພະຍາຍາມຊອກຫາກິດຈະກໍາອື່ນໆເຮັດ ເຊັ່ນ: ກິດຈະກຳຍາມວ່າງທີ່ທ່ານສົນໃຈ, ການອອກກໍາລັງກາຍ, ພົບປະໝູ່ເພື່ອນ ຫຼື ຍາດພີ່ນ້ອງ, ທ່ອງທ່ຽວຊອກຫາເຮັດກິດຈະກໍາ ເພື່ອບັນເທົາຄວາມກົດດັນ.
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/