FIFTY FIFTY ກາຍເປັນວົງ K-POP ທີ່ເຂົ້າສູ່ HOT 100 ຂອງ Billboard ໄດ້ໄວທີ່ສຸດ

fifty-fifty-ກາຍເປັນວົງ-k-pop

FIFTY FIFTY ກາຍເປັນກຸ່ມໄອດໍ K-POP ທີ່ເຂົ້າສູ່ chart HOT 100 ຂອງ Billboard ໄດ້ໄວທີ່ສຸດພຽງໄລຍະເວລາ 4 ເດືອນຫຼັງຈາກການເປີດຕົວໃນເດືອນພະຈິກ 2022 ທີ່ຜ່ານມາ ດ້ວຍອາລະບ້ຳ THE FIFTY ທີ່ມີເພງຕິດຫູຢ່າງ Higher ແລະ Lovin Me.

fifty-fifty-ກາຍເປັນວົງ-k-pop

ໃນວັນ 27 ທີ່ຜ່ານມາ Billboard ໄດ້ກ່າວເຖິງວົງ K-POP ນ້ອງໃໝ່ວົງ FIFTY FIFTY ທີ່ຕິດອັນດັບ 100 ໃນການຈັດອັນດັບເພງຍອດນິຍົມໃນປະເທດອາເມຣິກາປະຈຳອາທິດຂອງ Billboard HOT 100 ດ້ວຍເຫດນີ້ FIFTY FIFTY ຈຶ່ງກາຍເປັນວົງ K-POP ທີ່ເຂົ້າເຂົ້າສູ່ chart HOT 100 ຂອງ Billboard ໄດ້ໄວທີ່ສຸດ ແລະ ກາຍເປັນການສ້າງສະຖິຕິໃໝ່ຂອງວົງການ K-POP.

fifty-fifty-ກາຍເປັນວົງ-k-pop

FIFTY FIFTY ເປີດຕົວໃນເດືອນພະຈິກ 2022 ທີ່ຜ່ານມາ ດ້ວຍເພງ CUPID ມີສະມາຊິກໃນວົງທັງໝົດ 4 ຄົນຄື: Keena ເປັນ Rapper, ນັກຮ້ອງເສີມ ແລະ ເອື້ອຍໃຫຍ່ຂອງວົງ, Saena ເປັນຫົວໜ້າວົງ, ເຕັ້ນຫຼັກ ແລະ Rapper, Sio ເປັນນັກຮ້ອງຫຼັກ ແລະ ນັກເຕັ້ນນຳ, Aran ເປັນນັກຮ້ອງນຳ, Rapper ແລະ ນ້ອງນ້ອຍສຸດ ໂດຍ FIFTY FIFTY ມາຈາກຄ້າຍນ້ອຍໆທີ່ບໍ່ມີຊື່ສຽງຫຍັງຫຼາຍ ຄືຄ້າຍເພງ Attrakt ແຕ່ສາມາດສ້າງປະຫວັດສາດໜ້າໃໝ່ໃຫ້ວົງການ K-POP ແລະ ທຳລາຍສະຖິຕິຂອງວົງ NEWJEANS ທີ່ເປີດຕົວມາເປັນເວລາ 6 ເດືອນ ແຕ່ FIFTY FIFTY ກັບໃຊ້ເວລາພຽງ 4 ເດືອນເທົ່ານັ້ນ. ຖືວ່າເປັນອີກໜຶ່ງຄວາມສຳເລັດຂອງປະຫວັດສາດວົງການ K-POP ແລະ ຍັງມີຮຸ່ນເອື້ອຍຮຸ່ນອ້າຍອີກຫຼາຍວົງທີ່ສາມາດສ້າງສະຖິຕິໄວ້ກ່ອນໜ້ານີ້ໃນ Billboard HOT 100.

ຟັງເພງ Cupid ໄດ້ທີ່: https://www.youtube.com/watch?v=Qc7_zRjH808

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/