ຈຸບິນລາວສະກາຍເວ ແລະ ຈຸບິນຂອງກອງທັບ ບິນມອດໄຟໄໝ້ລາມປ່າເຂດປ່າສະຫງວນພູພະນັງ ແລະ ເມືອງສັງທອງ

ຈຸບິນລາວສະກາຍເວ-ແລະ-ຈຸບິນຂອງກອງທັບ

ໄຟໄໝ້ລາມປ່າຢູ່ລາວຖືວ່າມີຫຼາຍຈຸດພໍສົມຄວນ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນເມືອງສັງທອງ ມີໄຟໄໝ້ລາມປ່າຢ່າງຮຸນແຮງເປັນວົງກວ້າງ ປັດຈຸບັນມີເຖິງ 8 ບ້ານດ້ວຍກັນ, ດ້ານທີ່ຢູ່ອາໄສ ແລະ ຜົນຜະລິດ ແມ່ນຍັງບໍ່ໄດ້ຮັບຜົນກະທົບ. ເພື່ອຕັດບັນຫາທີ່ເກີດຂຶ້ນ ຂະນະນີ້ທາງເມືອງໄດ້ນຳໃຊ້ກຳລັງເຂົ້າໃນການດັບໄຟເປັນຈຳນວນຫຼາຍ ໂດດເດັ່ນສຸດກໍແມ່ນອ້າຍນ້ອງທະຫານ ພໍ່ແມ່ປະຊາຊົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ແຕ່ກໍເປັນໄປດ້ວຍຄວາມຫຍຸ້ງຍາກລຳບາກພໍສົມຄວນຍ້ອນເປັນພູສູງຊັນ, ​ເຈົ້າເມືອງ ເມືອງສັງທອງ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບໄຟໄໝ້ລາມປ່າຢູ່ເມືອງສັງທອງ ປັດຈຸບັນສະພາບໄຟໄໝ້ລາມປ່າຢູ່ເມືອງສັງທອງໄດ້ເກີດຂຶ້ນຢູ່ຫຼາຍຈຸດ ເຊິ່ງເລີ່ມມາແຕ່ວັນທີ 20 ມີນາ ຈົນຮອດປັດຈຸບັນ ໄຟໄໝ້ຍັງຄົງລາມເປັນບໍລິເວນກວ້າງ ເຊິ່ງໄດ້ໃຊ້ກຳລັງພະນັກງານ ທະຫານ, ຕຳຫຼວດ ແລະ ປະຊາຊົນ ພາຍໃນເມືອງ ປ່ຽນກັນຂຶ້ນມອດໄຟ.

ຈຸບິນລາວສະກາຍເວ-ແລະ-ຈຸບິນຂອງກອງທັບ

ວັນທີ 27 ມີນາ ຜ່ານມາ ມີເຫດໄຟໄໝເພີ່ມອີກ 4 ​ຈຸດ, ດັ່ງນັ້ນ ການນຳເມືອງຈຶ່ງປະສານການນຳນະຄອນຫຼວງ ເພື່ອປະສານກັບກະຊວງປ້ອງກັນປະເທດ ຂໍກຳລັງທະຫານມາຊ່ວຍກຳລັງສະໜັບສະໜູນ ແກ້ໄຂມອດໄຟຢູ່ເມືອງສັງທອງ ຈຳນວນ 200 ຄົນ, ມາຮອດມື້ນີ້ ມີກຳລັງຕະລຸມບອນເຂົ້າມອດໄຟຫຼາຍກວ່າ 400 ຄົນ.

ຈຸບິນລາວສະກາຍເວ-ແລະ-ຈຸບິນຂອງກອງທັບ

ການເຂົ້າມອດໄຟເຫັນວ່າມີຄວາມຫຍຸ້ງຍາກ ຍ້ອນພູພະນັງເປັນພູສູງຊັນ ຈຸດຮ້ອນແຮງທີ່ສຸດລາມໄວກວ່າໝູ່ແມ່ນຢູ່ບ້ານເພຍລາດ ເຊິ່ງເປັນເທສະບານຂອງເມືອງສັງທອງ ສັງລວມນັບແຕ່ມື້ເກີດເຫດມີຈຳນວນ 8 ບ້ານ ຜົນຜະລິດແມ່ນຍັງບໍ່ໄດ້ຮັບຜົນກະທົບ ແຕ່ສະພາບອາກາດເປັນມົນລະພິດຢ່າງຮຸນແຮງ ຄວັນລາມໄປຮອດຝັ່ງໄທ. ເຂດເມືອງສັງທອງຖືໄດ້ວ່າເປັນເຂດທີ່ມີການຜະລິດກະສິກຳຫຼາຍພໍສົມຄວນ. ເຖິງຢ່າງໃດກໍຕາມ ຫຼ້າສຸດ ກໍໄດ້ມີພາກສ່ວນທີ່ກ່ຽວຂ້ອງເຂົ້າມາສົມທົບອີກແຮງ ເຊິ່ງຈຸບິນລາວສະກາຍເວ ແລະ ຈຸບິນຂອງກອງທັບ ບິນມອດໄຟໄໝ້ລາມປ່າເຂດປ່າສະຫງວນພູພະນັງ ແລະ ເມືອງສັງທອງ ແລະ ກໍຈະສືບຕໍ່ດັບໄຟລາມ.

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/