Climate visas ວີຊາສະພາບພູມອາກາດ ທີ່ຊ່ວຍເຫຼືອຜູ້ອົບພະຍົບຈາກສະພາບອາກາດທີ່ໂຫດຮ້າຍ

climate-visas-ວີຊາສະພາບພູມອາກາດ

ບັນຫາການປ່ຽນແປງສະພາບດິນຟ້າອາກາດຈາກ “ພາວະໂລກຮ້ອນ” ສົ່ງຜົນໃຫ້ເກີດ “ວິກິດການອົບພະຍົບ” ຂຶ້ນ. ຂໍ້ມູນຈາກ UNHCR ໄດ້ປະເມີນວ່າ ການປ່ຽນເເປງດ້ານສະພາບອາກາດທີ່ເຊື່ອມໂຍງກັບພາວະໂລກຮ້ອນ ສົ່ງຜົນໃຫ້ປະຊາຊົນຫຼາຍສິບລ້ານຄົນທົ່ວໂລກໄດ້ຍົກຍ້າຍຖິ່ນຖານໃນແຕ່ລະປີ. ມີການຄາດການ​ວ່າ, ຈຳນວນ​ຜູ້ອົບ​ພະຍົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຈະ​ມີ​ເຖິງ 200 ລ້ານ​ຄົນພາຍໃນປີ 2050.

ການເຄື່ອນໄຫວກ່ຽວກັບ Climate visas ເກີດຂຶ້ນຫຼັງຈາກກຸ່ມນັກຄິດໄດ້ສະເໜີໃຫ້ອັງກິດອອກວີຊາໃຫ້ປະຊາຊົນທີ່ຫຼົບໜີຈາກໄພພິບັດທຳມະຊາດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ. ລັດ​ຖະ​ບານ​ຄວນ​ຈັດຫາເສັ້ນ​ທາງ​ທີ່​ປອດ​ໄພ​ ແລະ​ ຖືກຕ້ອງຕາມ​ກົດ​ໝາຍສຳລັບການເຂົ້າໄປໃນປະເທດ​ອັງ​ກິດ ເພື່ອລົດຜ່ອນຜົນກະທົບໃນການອົບພະຍົບທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຂອງຊາຍເເດນທີ່ຕິດພັນກັນ “ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄາດ​ວ່າ​ຈະ​ເຮັດ​ໃຫ້ປະຊາຊົນ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ຍ້າຍ​ອອກ​ໃນ​ໄລ​ຍະ 30 ປີ​ຂ້າງ​ໜ້າ​, ໂດຍບາງສ່ວນ​ທີ່​ມີ​ທ່າອ່ຽງທີ່​ຈະ​ລີ້​ໄພ​ຢູ່​ໃນ​ອັງກິດ ລວມໄປເຖິງເສັ້ນທາງທີ່ຜິດກົດໝາຍ.”

climate-visas-ວີຊາສະພາບພູມອາກາດ

​ເຖິງເເມ່ນ​ວ່າ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ໄດ້​ເວົ້າຖ້ອຍ​ຄຳທີ່ຮຸນເເຮງ ເເລະ ອອກຄຳສັ່ງ​ໃນ​ກົດໝາຍ​ວ່າດ້ວຍການຍ້າຍຖິ່ນຖານທີ່​ຜິດ​ກົດໝາຍ​ກໍຕາມ, ແຕ່ກຸ່ມນັກຄິດນີ້ຍັງມີມຸມມອງ ເເລະ ແນະນໍາການເປີດຮັບຜູ້ອົບພະຍົບສະພາບອາກາດ ໃນຈຳນວນຈຳກັດນັ້ນແມ່ນສອດຄ່ອງກັບຄໍາແນະນໍາຂອງລັດຖະບານ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອົງການ​ອົບ​ພະຍົບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (UNHCR) ລາຍງານວ່າ ​ໃນ​ແຕ່​ລະ​ປີ​ມີ​ຜູ້ຖືກບັງຄັບໃຫ້ຍ້າຍຖິ່ນຖານ ​ເພີ່ມ​ຂຶ້ນ​ສະ​ເລ່ຍ​ແລ້ວ 21,5 ລ້ານ​ຄົນ​ ຈາກ​ເຫດການສະພາບ​ດິນ​ຟ້າ​ອາກາດ​ທີ່​ຮ້າຍ​ແຮງ​ທີ່ເກີດຂຶ້ນຢ່າງ​ກະທັນຫັນ​ໃນລະຫວ່າງປີ.

ໃນປີ 2008-2016 ​ແລະ​ໃນໄວໆນີ້, ອັງກິດ​ໄດ້​ຮັບ​ເອົາ​ຜູ້​ອົບ​ພະຍົບ​ຢູເຄຣນ ​ແລະ​ ຮ່ອງ​ກົງ​ຫຼາຍ​ພັນ​ຄົນຜ່ານເສັ້ນທາງວີຊາທີ່ເຮັດຂຶ້ນເອງ.

climate-visas-ວີຊາສະພາບພູມອາກາດ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/