ໄດ້ແກ້ຕົວໃໝ່! ທີມຊາດລາວ ໄດ້ສິດກັບເຂົ້າໄປຊິງຂັນນາຍົກປະເທດ ເນປານ (FIFA DAY) ເລີ່ມແຂ່ງ 31 ມີນາ ນີ້

ໄດ້ແກ້ຕົວໃໝ່-ທີມຊາດລາວ

ທັບນັກກິລາບານເຕະ ທີມຊາດລາວ ໄດ້ມີໂອກາດລົງສະໜາມອີກຄັ້ງໃນນັດຊິງຊະນະເລີດ ພົບກັບທີມຊາດ ເນປານ ໃນການແຂ່ງຂັນຊິງຂັນນາຍົກປະເທດ ເນປານ (FIFA DAY) ພາຍຫຼັງລົງແຂ່ງ ມາແລ້ວ 2 ນັດ ສາມາດເກັບໄດ້ 3 ຄະແນນ ເປັນອັນດັບ 2 ຂອງກຸ່ມ ໄດ້ຮັບສິດໄປຫຼິ້ນໃນນັດທີ 3 ຫຼື ນັດຊິງຊະນະ ກັບອັນດັບ 1 ຂອງກຸ່ມ ຢ່າງປະເທດ ເນປານ ເຈົ້າພາບ ເຊິ່ງຈະເລີ່ມແຂ່ງ 31 ມີນາ ນີ້.

ໄດ້ແກ້ຕົວໃໝ່-ທີມຊາດລາວ

ໂດຍສິດດັ່ງກ່າວຂອງທີມຊາດລາວ ໄດ້ຮັບມາຈາກການທີ່ ປະເທດ ບູຖານ ນັ້ນບໍ່ສາມາດເອົາຊະນະ ທີມຊາດ ເນປານໄດ້ ແລະ ເຮັດໄດ້ພຽງ ສະເໝີກັນ 1 ປະຕູຕໍ່ 1 ເຮັດໃຫ້ ບູຖານລົງແຂ່ງ 2 ນັດ ເກັບໄດ້ພຽງ 1 ຄະແນນ ເປັນອັນດັບ 3 ຂອງກຸ່ມ ໝົດສິດຫຼິ້ນນັດຊິງໄປແບບອັດຕະໂນມັດ.

ໄດ້ແກ້ຕົວໃໝ່-ທີມຊາດລາວ

ເນປານ ເຈົ້າພາບ ລົງແຂ່ງ 2 ນັດ ຊະນະ 1 ນັດ ແລະ ສະເໝີ 1 ນັດ ເກັບໄດ້ 4 ຄະແນນ ເປັນອັນດັບ 1​ຂອງກຸ່ມ. ສ່ວນ ສປປ ລາວ ກໍບໍນ້ອຍໜ້າ ລົງແຂ່ງ 2 ນັດ ປະລາໄຊ 1 ນັດ ແລະ ຊະນະ 1 ນັດ ລວມເກັບໄດ້ 3 ຄະແນນ ເປັນອັນດັບ 2 ຂອງກຸ່ມ ຜ່ານເຂົ້າໄປຊິງກັບເນປານ.

ສ່ວນນັດຊິງຊະນະເລີດ ແມ່ນຈະແຂ່ງຂັນ ໃນວັນທີ 31 ມີນາ ເວລາ 18:45 ແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

ໄດ້ແກ້ຕົວໃໝ່-ທີມຊາດລາວ

ສຳລັບເງິນຮາງວັນລາຍການດັ່ງກ່າວ ທີມຊະນະເລີດຈະໄດ້ຮັບຂັນ ແລະ ເງິນຮາງວັນ 5.000$ ສ່ວນອັນດັບ 2 ແມ່ນຈະໄດ້ຮັບເງິນຮາງວັນ 3.000$, ລ/ຮາງວັນນັກເຕະດີເດັ່ນປະຈຳນັດແຂ່ງຂັນໄດ້ຮັບເງິນຮາງວັນ 250$  ແລະ ຮາງວັນນັກເຕະດີເດັ່ນປະຈຳການແຂ່ງຂັນໄດ້ຮັບເງິນລາງວັນ 500$.

ຂອບໃຈຂໍ້ມູນຈາກ: https://bit.ly/40F0bDG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/