ການທ່ອງທ່ຽວຫຼວງພະບາງຕິດຂັດ ພາຍໃຕ້ຄວາມກັງວົນ ແລະ ຜົນກະທົບຈາກ ໝອກຄວັນ ຝຸ່ນ PM 2.5

ການທ່ອງທ່ຽວຫຼວງພະບາງຕິຂັດ

ໃນໄລຍະທີ່ຜ່ານມາຫຼາຍພື້ນທີ່ໃນພາກພື້ນ ເອເຊຍຕາເວັນອອກສຽງໃຕ້ ໂດຍສະເພາະ ລາວ, ໄທ ແລະ ມຽນມາ ຕ້ອງປະເຊີນກັບໝອກຄວັນ ຝຸ່ນ PM 2.5 ຢ່າງໜັກ ເນື່ອງຈາກສະພາບອາກາດ ແລະ ການເຜົາປ່າ ເຮັດກະສິກຳ  ເຊິ່ງນອກຈາກ PM 2.5 ຈະສົ່ງຜົນເສຍຕໍ່ສຸຂະພາບຂອງມະນຸດເຮົາໂດຍກົງແລ້ວ ມັນຍັງຈະສົ່ງຜົນຕໍ່ເສດຖະກິດ ແລະ ການທ່ອງທ່ຽວອີກດ້ວຍ.

ຫຼ້າສຸດ ຫຼວງພະບາງ ຖືເປັນອີກໜຶ່ງຈຸດໝາຍປາຍທາງຂອງນັກທ່ອງທ່ຽວຈາກນັກເດີນທາງທົ່ວໂລກ ແລະ ເປັນອີກໜຶ່ງແຂວງສຳຄັນໃນອຸດສາຫະກຳການທ່ອງທ່ຽວລາວ ໄດ້ສູນເສຍລູກຄ້າຜູ້ທີ່ເປັນນັກທ່ອງທ່ຽວ ແລະ ໄດ້ເພີ່ມຄວາມກັງວົນໃຫ້ກັບນັກທ່ອງທ່ຽວທີ່ກຳລັງຈະເຂົ້າມາ ຫຼັງປະເຊີນກັບໝອກຄວັນ ຝຸ່ນ PM 2.5 ຢ່າງໜັກ ໃນໄລຍະທີ່ຜ່ານມາ.

ທ່ານ Henri-Pierre Leveillard ຜູ້ຈັດການໂຮງແຮມ Sanctuary ຫຼວງພະບາງໄດ້ເປີດເຜີຍວ່າ ເມື່ອບໍ່ດົນມານີ້ ມີລູກຄ້າຜູ້ສູງອາຍຸ ໄດ້ຍົກເລີກ ແລະ ອອກຈາກໂຮງແຮມກ່ອນກຳນົດ ເນື່ອງຈາກໄດ້ຮັບຜົນກະທົບຈາກ PM 2.5

ການທ່ອງທ່ຽວຫຼວງພະບາງຕິຂັດ

ໂດຍ Leveillard ລະບຸວ່າ: “ມີລູກຄ້າທ່ານໜຶ່ງອາຍຸປະມານ 60 ຫາ 70 ປີ ໄດ້ຈອງໂຮງແຮມເພື່ອມາທ່ອງທ່ຽວເປັນເວລາ 5 ມື້ ແຕ່ຫຼັງຈາກມາຮອດພຽງແຕ່ 3 ມື້ ພວກເຂົາກັບຍົກເລີກ ເດີນທາງອອກຈາກຫຼວງພະບາງທັນທີ”.

Leveillard ລະບຸຕື່ມວ່າ: “ນັກທ່ອງທ່ຽວໃຫ້ເຫດຜົນວ່າ ພວກເຂົາຫາຍໃຈບໍ່ອອກ ແລະ ບໍ່ສາມາດເພີດເພີນກັບທິວທັດອັນສວຍງາມຂອງນະຄອນຫຼວງພະບາງ ໄດ້ອີກຕໍ່ໄປ”. ພ້ອມທັງໃຫ້ເຫດຜົນວ່າ ພາຍໃນຫ້ອງນອນບໍ່ມີເຄື່ອງຟອກອາກາດ ທີ່ຈະສາມາດສູ້ກັບມົນລະພິດພາຍນອກໄດ້ ແລະ Leveillard ກໍຍັງໄດ້ສະແດງຄວາມກັງວົນວ່າແຂກທີ່ຈອງຫ້ອງໄປກ່ອນໜ້ານີ້ ກໍອາດມີການຍົກເລີກເຊັ່ນດຽວກັນ.

ການທ່ອງທ່ຽວຫຼວງພະບາງຕິຂັດ

ແຕ່ຢ່າງໃດກໍຕາມ ຫຼາຍໂຮງແຮມກໍຍັງບໍ່ທັນໄດ້ປະສົບກັບບັນຫາດັ່ງກ່າວ ເຊັ່ນ ທ່ານ ຈັນມະນີ ໃຈລາ ຜູ້ບໍລິຫານ ໂຮງແຮມຫຼວງພະບາງ ວິວ ລະບຸວ່າ ຕອນນີ້ທາງໂຮງແຮມຍັງບໍ່ໄດ້ມີລາຍງານເຖິງການຍົກເລີກການຈອງໃດໆເທື່ອ ແຕ່ໝັ້ນໃຈວ່າ ໝອກຄວັນ ຝຸ່ນ PM 2.5 ທີ່ກໍາລັງປະເຊີນຢູ່ນີ້ ຈະສົ່ງຜົນກະທົບຕໍ່ນັກທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວ ຫຼວງພະບາງ ແນ່ນອນ.

ອີງຕາມການວັດແທກຄ່າດັດຊະນີຄຸນະພາບອາກາດຂອງ IQAir ເຫັນວ່າ ໃນອາທິດທີ່ຜ່ານມາ ແລະ ໃນອາທິດຕໍ່ໜ້າ ທີ່ນະຄອນຫຼວງພະບາງ ແມ່ນສາມາດວັດແທກຄ່າດັດຊະນີຄຸນະພາບອາກາດໄດ້ ທີ່ໂຊນສີແດງ ບໍ່ຕ່ຳກວ່າ 190 ເຊິ່ງເປັນອັນຕະລາຍ ຕໍ່ສຸຂະພາບຂອງຄົນທຸກເພດທຸກໄວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/