Facebook ກຽມເພີ່ມຟີເຈີ Read First ອ່ານກ່ອນແຊຣ໌ ເພື່ອປ້ອງກັນການແຊຣ໌ຂ່າວປອມ


ຫຼາຍໆເທື່ອເຮົາກໍອາດຈະເຫັນຄົນໃນຄອບຄົວ ຫຼື ໝູ່ເພື່ອນກົດແຊຣ໌ ບົດຄວາມ ຫຼື ຮູບພາບ ໂດຍທີ່ບໍ່ໄດ້ຄຳນຶງວ່າຮູບພາບ ຫຼື ບົດຄວາມເຫຼົ່ານັ້ນເປັນຄວາມຈິງ ຫຼື ບໍ່ ເຊິ່ງສິ່ງນີ້ສົ່ງຜົນກະທົບຕໍ່ຄົນທີ່ພົບເຫັນໃຫ້ມີຄວາມແຕກຕື່ນ ຫຼື ຫຼົງເຊື່ອຂ່າວເຫຼົ່ານັ້ນ ໂດຍສະເພາະຕັ້ງແຕ່ປີ 2020 – 2021 ທີ່ຜ່ານມາຍິ່ງມີຂ່າວປອມກ່ຽວກັບ COVID-19 ເປັນຈຳນວນຫຼາຍ.

ທາງ Facebook ຈຶ່ງໄດ້ປັບປຸງ ແລະ ເພີ່ມຟີເຈີໃໝ່ຂຶ້ນມາເພື່ອຮອງຮັບກັບເລື່ອງ Fake News ນີ້ດ້ວຍຟີເຈີ “Read First” ທີ່ຈະໃຫ້ຜູ້ທີ່ຈະແຊຣ໌ໂພສຕ່າງໆອອກໄປໃນໜ້າຟີດຫຼືເວັບໄຊອື່ນໆໃຫ້ກວດສອບ ແລະ ອ່ານກ່ອນແຊຣ໌ ໂດຍທີ່ຈະມີຂໍ້ຄວາມປາກົດຂຶ້ນມາວ່າ “You’re about to share this article without opening it. Sharing articles without reading them may mean missing key facts”. (ທ່ານກຳລັງຈະແຊຣ໌ຫົວຂໍ້ນີ້ໂດຍທີ່ຍັງບໍ່ໄດ້ເປີດອ່ານ ການແຊຣ໌ບົດຄວາມທີ່ຍັງບໍ່ໄດ້ອ່ານ ອາດຈະເຮັດໃຫ້ທ່ານພາດໃຈຄວາມສຳຄັນໄດ້).

ເຊິ່ງຕອນນີ້ ຟີເຈີດັ່ງກ່າວຍັງສາມາດນຳໃຊ້ໄດ້ພຽງແຕ່ຜູ້ໃຊ້ງານບາງກຸ່ມເທົ່ານັ້ນ ແລະ ຄາດວ່າ Facebook ຈະປ່ອຍໃຫ້ຜູ້ໃຊ້ ໄດ້ນຳໃຊ້ຢ່າງທົ່ວເຖິງໃນໄວໆນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/