ວິນລີ້ ໄຊວຸດ ນັກແຕ້ມໜຸ່ມນ້ອຍຜູ້ທີ່ແຕ້ມຮູບ ຄຣິສຕິນ່າ ລາສະສິມມາ


ວິນລີ້ ໄຊວຸດ ຫຼື ວິນ ນັກແຕ້ມໜຸ່ມນ້ອຍຜູ້ທີ່ສ້າງຜົນງານຮູບແຕ້ມ ຄຣິສຕິນ່າ ລາສະສິມມາ ທີ່ໃຜໆເຫັນແລ້ວຕ່າງກໍບອກເປັນສຽງດຽວກັນວ່າ ສຸດຍອດ ແລະ ງາມຫຼາຍ.

ສຳລັບຮູບພາບນັ້ນ ວິນລີ້ໄດ້ບອກເຖິງແຮງບັນດານໃຈໃນການແຕ້ມວ່າ : “ຍ້ອນເປັນຄົນທີ່ມັກຮັກໃນລວດລາຍຢູ່ແລ້ວ ບວກກັບຊຸດປະຈຳຊາດປີນີ້ແມ່ນມີຄວາມງົດງາມຫລາຍ ເຊິ່ງປະສົມປະສານເອກະລັກອັນລ້ຳຄ່າຫລາຍໆຢ່າງຂອງລາວເຂົ້າໄປໄດ້ຢ່າງລົງຕົວ ເຊິ່ງໄດ້ບົ່ງບອກເຖິງວັດທະນະນຳ ແລະ ຮີດຄອງປະເພນີອັນດີງາມຂອງຫລວງພຣະບາງ ແລະ ທີ່ສຳຄັນທີ່ສຸດກໍເພື່ອເປັນການສົ່ງແຮງເຊຍແຮງໃຈໃຫ້ກັບເອື້ອຍ ຄຣິສຕິນ່າ ທີ່ເປັນຕົວແທນນາງງາມຂອງລາວເຂົ້າປະກວດໃນປີນີ້”

ຈຶ່ງໄດ້ສ້າງຜົນງານນີ້ຂຶ້ນມາໂດຍການແຕ້ມແບບດິຈິຕອລຜ່ານໂປຣແກຣມ Procreate ໃນ iPad ໂດຍໃຊ້ເວລາໃນການແຕ້ມໄປເຖິງ 12 ຊົ່ວໂມງກວ່າຈະໄດ້ເປັນຜົນງານທີ່ງົດງາມ ແລະ ລະອຽດອອກມາໃຫ້ພວກເຮົາໄດ້ເຫັນ.

ໂດຍສ່ວນຕົວແລ້ວວິນລີ້ເປັນຄົນທີ່ມັກແຕ້ມຮູບມາຕັ້ງແຕ່ຍັງນ້ອຍ, ມີຄວາມຕັ້ງໃຈໃນການສຶກສາ,ພັດທະນາສີມື ແລະ ຜະລິດຜົນງານອອກມາເລື້ອຍໆ “ຍ້ອນຮູ້ວ່າຕົນເອງມັກດ້ານນີ້ ກໍເລີຍພະຍາຍາມເຝິກຝົນຕົນເອງມາເລື້ອຍໆ ເພື່ອຈະມາຮຽນຢູ່ວິຈິດສິນໃຫ້ໄດ້ ເພາະຕອນນັ້ນຄິດວ່າມັນເປັນສິ່ງທີ່ຍາກຫລາຍ ໂດຍສະເພາະສຳລັບຄົນຕ່າງແຂວງຄືເຮົາ ” ວິນລີ້ກ່າວ.

ປັດຈຸບັນ ວິນລີ້ ອາຍຸ 20 ປີ ແລະ ກຳລັງສຶກສາຢູ່ທີ່ສະຖາບັນວິຈິດສິນແຫ່ງຊາດ ພາກວິຊາຈິດຕະກຳ ປີທີ 3.

ສາມາດຕິດຕາມຜົນງານຂອງວິນລີ້ໄດ້ທີ່ຊ່ອງທາງ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/