ສ.ອາເມຣິກາ ແລະ ນອກແວ ສະໜັບສະໜູນທຶນແກ່ການຂຸດຄົ້ນລະເບີດທີ່ບໍ່ທັນແຕກໃນ ສປປ.ລາວ 14,740,000 ໂດລາສະຫະລັດ


ສປປ ລາວ ໄດ້ຮັບການສະໜັບສະໜູນທຶນ ຈຳນວນ 14,740,000 ໂດລາສະຫະລັດ ຈາກ ສະຫະລັດອາເມຣິກາ ແລະ ນອກແວ ເພື່ອຊ່ວຍໃນການສຳຫຼວດ ແລະ ກວດກູ້ລະເບີດທີ່ບໍທັນແຕກ ໃຫ້ແກ່ອົງການ The Halo Trust ແລະ  ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ (Norwegian People’s Aid Lao PDR) ໃນ ສປປ ລາວ. ທຶນດັ່ງກ່າວແມ່ນຈະສະໜັບສະໜູນການປະຕິບັດງານໃນດ້ານການສຳຫຼວດ ແລະ ກວດກູ້ລະເບີດທີ່ບໍ່ທັນແຕກ ໃນບັນດາແຂວງພາກໃຕ້ຂອງ ສປປ ລາວ ເພື່ອກຳຈັດໄພອັນຕະລາຍຈາກລະເບີດຊະນິດຕ່າງໆທີ່ຍັງຫຼົງເຫຼືອຢູ່.

ທີ່ມາ: https://www.facebook.com/usembassyvte/posts/10159580475539916

ພາບ: ອົງການເອັນພີເອ, U.S embassy Vientiane

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/