Bitcoin ລາຄາຕົກ -12% ຫຼັງຈາກ Elon Musk ອອກມາບອກວ່າການຂຸດເໝືອງ Crypto ເຮັດໃຫ້ໂລກຮ້ອນ


Bitcoin ລາຄາຕົກລົງ -12% ຈາກ 56,755 USD ເຫຼືອພຽງ 49,498 USD ຕໍ່ຫຼຽນ ຫຼັງຈາກ Elon Musk ອອກມາທະວີດຂໍ້ຄວາມບອກວ່າ ການເຮັດເໝືອງຂຸດ Bitcoin ເຮັດໃຫ້ໂລກຮ້ອນ ແລະ ຂໍຢຸດລະງັບການຊື້ລົດ Tesla ດ້ວຍ Bitcoin.

ດ້ວຍເຫດການດັ່ງກ່າວນີ້ກໍເຮັດໃຫ້ຕະຫຼາດການເງິນດິຈິຕອລເກີດມີຄວາມສັ່ນສະເທືອນ ແລະ ກັງວົນກັນເປັນສ່ວນໃຫຍ່ວ່າເປັນຫຍັງ ເວລາຫາກໍຜ່ານໄປພຽງ 3 ເດືອນ ທາງ Tesla ຈຶ່ງໄດ້ປີ້ນຄຳເວົ້າ ເພາະກ່ອນໜ້ານີ້ໃນເດືອນກຸມພາທີ່ຜ່ານມາ Tesla ໄດ້ເລີ່ມເປັນບໍລິສັດຕົ້ນໆທີ່ປະກາດວ່າສາມາດຊື້ລົດຜ່ານ Bitcoin ໄດ້.

ເຫດຜົນຫຼັກໆກໍອາດຈະເປັນເລື່ອງຂອງການນຳໃຊ້ພະລັງງານທີ່ເກີນຈຳເປັນຢ່າງທີ່ Elon Musk ໄດ້ອອກມາກ່າວໄວ້ຜ່ານທະວິດເຕີ້ຂອງລາວເອງ ແລະ ບໍລິສັດກໍກຳລັງຊອກຫາການຊຳລະດ້ວຍການນຳໃຊ້ Cryptocurrency ອື່ນໆທີ່ກິນພະລັງງານຕ່ຳກວ່າ 1% ຂອງ Bitcoin ທີ່ໃຊ້ໃນປັດຈຸບັນ.

ຫຼັງຈາກທະວີດດັ່ງກ່າວໄດ້ອອກມາຜ່ານສາຍຕາຂອງຜູ້ຄົນກໍເຮັດໃຫ້ລາຄາຂອງ Cryptocurrency ອື່ນໆຕົກລົງເຊັ່ນດຽວກັນ:
-Bitcoin -12%
-Ethereum -6%
-Binance Coin -8%
-Dogecoin -13%
-Cardano -9%
-XRP -13%

ຂອບໃຈຂໍ້ມູນຈາກ : https://bit.ly/3tHHUou

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/