ຊາມູໄຣເປີດຄາເຟ່ເພື່ອຖ້າແກ້ແຄ້ນໃຫ້ນ້ອງຊາຍ ແຕ່ຮ້ານມີຊື່ສຽງຈົນຕ້ອງເປີດມາຮອດ 175 ປີ


ຮ້ານທີ່ກຳລັງເວົ້າເຖິງນີ້ຊື່ວ່າ Amanoya (ອາມາໂນະຍະ) ເປັນຮ້ານທີ່ຊ່ຽວຊານດ້ານການເຮັດສາເກຣົດຊາດຫວານ ແລະ ບໍ່ມີແອລກໍຮໍຈຶ່ງເປັນທີ່ນິຍົມແກ່ເດັກນ້ອຍ ແລະ ຜູ້ໃຫຍ່ ແຖມຍັງເປັນເຄື່ອງດື່ມທີ່ມີປະໂຫຍດອີກ, ເປັນຮ້ານທີ່ມີຈຸດເລີ່ມຕົ້ນມາຈາກ ຊາມູໄຣຄົນໜຶ່ງທີ່ຊື່ ຊິນສຸເກະ ອາມາໂນະ.

ຈຸດເລີ່ມຕົ້ນຂອງຮ້ານ ອາມາໂນະຍະ ແມ່ນເລີ່ມຕົ້ນຂຶ້ນເມື່ອສະໄໝເອໂດະ ໃນປີ 1846, ມີມື້ໜຶ່ງທີ່ນ້ອງຊາຍຂອງ ຊິນສຸເກະ ທີ່ເປັນຊາມູໄຣເຊັ່ນກັນໄດ້ຍ້າຍໄປເຂົ້າໄປທີ່ເອໂດະ (ຊື່ເກົ່າຂອງ ໂຕກຽວ) ເພື່ອໄປຮຽນຮູຸ້ວິຊາດາບ ແຕ່ກັບຖືກຊາມູໄຣ ໄຮ້ນາມຄົນໜຶ່ງລອບຂ້າໂດຍທີ່ບໍ່ມີໃຜຮູ້ສາເຫດ.

ເມື່ອ ຊິນສຸເກະ ຮູ້ຂ່າວຈຶ່ງໄດ້ສາບານຕົນ ເພື່ອຈະແກ້ແຄ້ນໃຫ້ແກ່ນ້ອງຊາຍ ເຂົາຈຶ່ງໄດ້ເດີນທາງໄປທີ່ເອໂດະ ເພື່ອຕາມຫາຊາມູໄຣທີ່ຂ້ານ້ອງຊາຍຂອງຕົນ, ແຕ່ການຊອກຫາໃຊ້ເວລາດົນ ຈົນເງິນທີ່ຊິນສຸເກະມີນັ້ນ ເກືອບຈະໝົດລົງ ຊິນສຸເກະຈຶ່ງໄດ້ຕັດສິນໃຈເປີດຮ້ານຂາຍເຄື່ອງດື່ມຢູທີ່ຖະໜົນທີ່ຈະເດີນທາງໄປສານເຈົ້າ ຄັນດະ ເພາະເປັນບ່ອນທີ່ຜູ້ຄົນຜ່ານໄປມາຫຼາຍໃນເວລານັ້ນ.

ລະຫວ່າງທີ່ຕ້ອນຮັບລູກຄ້າ ທາງຊິນສຸເກະກໍພະຍາຍາມຊອກຫາ ແລະ ສັງເກດຜູ້ທີ່ເຂົ້າມາໃຊ້ບໍລິການ ແລະ ຜ່ານຮ້ານໄປມາ ເພື່ອຊອກຫາຄົນທີ່ຂ້ານ້ອງຊາຍຂອງຕົນ, ຊິນສຸເກະ ເຮັດແບບນັ້ນເປັນເວລາຫຼາຍປີ ຈົນຮ້ານຂອງລາວໄດ້ຮັບຄວາມນິຍົມ ແລະ ມີລູກຄ້າຫຼາຍ ເປັນແຫ່ງຕົ້ນໆໃນເມືອງ.

ຕໍ່ມາຊິນສຸເກະ ໄດ້ແຕ່ງງານ ແລະ ສ້າງຄອບຄົວ, ຮ້ານ ອາມາໂນຍະ ກໍໄດ້ກາຍເປັນທຸລະກິດຫຼັກຂອງຄອບຄົວ ຈົນມາຮອດປັດຈຸບັນກໍເປັນເວລາເຖິງ 175 ປີ ມາແລ້ວ, ຈາກຮ້ານທີ່ເລີ່ມຈາກການຢາກລ້າງແຄ້ນໃຫ້ນ້ອງຊາຍ ກາຍເປັນຄາເຟ່ທີ່ເກົ່າແກ່ ແລະ ມີຊື່ສຽງ ສືບຕໍ່ກັນມາຈົນເຖິງຮຸ່ນທີ 7 ໃນປັດຈຸບັນ.

ຂໍ້ມູນຈາກ:
https://soranews24.com/…/how-a-samurais-quest-for…/
https://www.facebook.com/TidhooTH/photos/a.158588209256507/321161419665851

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/