ເກີດເຫດການຫຍັງຂຶ້ນ? ເມື່ອທົ່ວໂລກຮ່ວມໃຈກັນຕິດແຮັສແທັກ #SavePalestine


ເມື່ອຄືນທີ່ຜ່ານມາ-ຕອນເຊົ້າຂອງມື້ນີ້ ໄດ້ເກີດການປະທະກັນລະຫວ່າງປາເລສໄຕນ໌ ແລະ ອິດສະຣາເອວ ທາງອາກາດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 35 ຄົນ ໃນນັ້ນມີເດັກນ້ອຍລວມຢູ່ນຳ 10 ຄົນ ມີຜູ້ໄດ້ຮັບບາດເຈັບເຖິງ 200 ຄົນ, ເຊິ່ງກອງທັບອິດສະຣາເອວໄດ້ໂຈມຕີກອງທັບກຸ່ມຮາມາສ 130 ແຫ່ງ.

ເຊິ່ງເຫດການທີ່ກໍ່ໃຫ້ເກີດຄວາມຮຸນແຮງນີ້ ໄດ້ເລີ່ມຂຶ້ນຕັ້ງແຕ່ ມີພິທີສຳຄັນທາງສາສະໜາ Ramadan ຢູ່ມັດສະຍິດອາວອັກຊໍ ມັດສະຍິດທີ່ສຳຄັນທີ່ສຸດອັນດັບ 3 ຂອງສາສະໜາມຸດສະລິມ ເມື່ອເດືອນເມສາທີ່ຜ່ານມາ,ເຊິ່ງປະຊາຊົນຊາວປາເລສໄຕນ໌ມຸດສະລິມໄດ້ເຂົ້າຮ່ວມເປັນຈຳນວນຫຼາຍ ແຕ່ສິ່ງທີ່ເກີດຂຶ້ນແມ່ນ ທະຫານອິດສະຣາເອວໄດ້ຍິງລູກປືນຢາງ, ລະເບີດສຽງ ແລະ ແກ໊ສນ້ຳຕາ ໃສ່ບັນດາຄົນທີ່ເຂົ້າຮ່ວມໃນມັດສະຍິດ, ຈາກເຫດການດັ່ງກ່າວ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 700 ກວ່າຄົນ ຈົນຮອດເຫດການປັດຈຸບັນທີ່ທະຫານອິດສະຣາເອວກໍຍັງໂຈມຕີມັດສະຍິດແຫ່ງນີ້ຢູ່ ຈຶ່ງເຮັດໃຫ້ກອງກຳລັງຮາມາສ ຍິງຕອບໂຕ້ທາງອາກາດເພື່ອໃຫ້ຝ່າຍອິດສະຣາເອວຢຸດໂຈມຕີມັດສະຍິດ ແຕ່ອີກຝ່າຍກໍໄດ້ຍິງທາງອາກາດຕອບໂຕ້ກັບມາເຮັດໃຫ້ເກີດເຫດການປະທະດັ່ງກ່າວຂຶ້ນ.

ຄວາມຂັດແຍ້ງລະຫວ່າງ 2 ເຊື້ອຊາດນີ້ ໄດ້ມີມາດົນນານແລ້ວ, ຜູ້ນຳຂອງອິດສະຣາເອວຄົນປັດຈຸບັນຕ້ອງການຈະສ້າງເມືອງເຍລູຊາເລັມ ເປັນເມືອງຫຼວງຂອງອິດສະຣາເອວ ມີແຕ່ຊາວອິດສະຣາເອວເທົ່ານັ້ນທີ່ອາໄສຢູ່ ບໍ່ຕ້ອງການໃຫ້ມີຊາວປາເລສໄຕນ໌ອາໄສຢູ່ທີ່ແຫ່ງນີ້ ເຖິງວ່າຊາວປາເລສໄຕນ໌ຈະອາໄສ ແລະ ເປັນບ້ານເກີດຂອງເຂົາເຈົ້າມາຫຼາຍອາຍຸຄົນກໍຕາມ. ເຊິ່ງພື້ນທີ່ໃນເມືອງຫຼວງເຍລູຊາເລັມທາງຕາເວັນອອກ ເຂດ Sheikh Jarrah ຈະມີຊາວປາເລສໄຕນ໌ຈຳນວນຫຼາຍອາໄສຢູ່ເປັນຊຸມຊົນເກົ່າ ຫຼື Old City, ແຕ່ຜູ້ນຳຂອງອິດສະຣາເອວບອກວ່າ ເມືອງແຫ່ງນີ້ຕ້ອງເປັນເມືອງສັກສິດຕະຫຼອດການ ຈະມາແບ່ງກັນບໍ່ໄດ້ ມັນຕ້ອງເປັນຂອງອິດສະຣາເອວພຽງຜູ້ດຽວ ຈຶ່ງເປັນສາເຫດໃຫ້ມີກອງກຳລັງເດີນໜ້າບັງຄັບໃຫ້ຊາວປາເລສໄຕນ໌ຍ້າຍອອກຈາກພື້ນທີ່ແຫ່ງນີ້.

ໃນພິທີທາງສາສະໜາ Ramada ຕຳຫຼວດຂອງອິດສະຣາເອວໄດ້ເຂົ້າປິດລ້ອມ ເອົາສິ່ງກີດຂວາງມາກັ້ນໄວ້ຕາມຫົນທາງ ເພື່ອເຮັດໃຫ້ພວກເຂົາບໍ່ສາມາດດຳເນີນພິທີໄດ້ ແຕ່ຕຳຫຼວດອິດສະຣາເອວກໍບອກວ່າເປັນໄປຕາມຄວາມເປັນລະບຽບຮຽບຮ້ອຍຂອງຄົນໃນການສັນຈອນເມືອງເກົ່າ, ໃນຂະຍະທີ່ຊາວຍິວຊາດນິຍົມທີ່ເປັນຄົນອິດສະຣາເອວ ກໍໄດ້ເດີນຂະບວນໃນເຂດເມືອງເກົ່າຂອງເຢລູຊາເລັມ ແລະ ຮ້ອງວ່າຊາວອາຣັບຕ້ອງຕາຍ ເຊິ່ງກໍໝາຍເຖິງຊາວປາເລສໄຕນ໌ນັ້ນເອງ.

ກ່ອນຈະເກີດເຫດຮຸນແຮງນີ້ຂຶ້ນ ແມ່ນໃນວັນທີ 10 ພຶດສະພາ 2021 ສານຈະຕັດສິນວ່າຊາວປາເລສໄຕນ໌ຕ້ອງອົບພະຍົບອອກໄປຈາກພື້ນທີ່ແຫ່ງນີ້ຫຼືບໍ່ ທະຫານອິດສະຣາເອວຈຶ່ງກົດດັນຊາວປາເລສໄຕນ໌ຫຼາຍຂຶ້ນ ດ້ວຍການລະດົມຍິງເຂົ້າມັດສະຍິດ ອາວ ອັກຊໍ ເຊິ່ງປະຊາຊົນມີພຽງມັດສະຍິດເປັນບ່ອນກຳບັງ ອາວຸດກໍມີພຽງແຕ່ກ້ອນຫີນເທົ່ານັ້ນ ແລະ ເມື່ອເກີດເຫດການນີ້ຂຶ້ນ ສານກໍໄດ້ເລື່ອນການພິຈາລະນາຄະດີອອກໄປອີກ.

ປັດຈຸບັນພື້ນທີ່ແຫ່ງນີ້ກໍຍັງມີສຽງປືນແຕກຢູ່ຕະຫຼອດ ເຊິ່ງເລີ່ມທະວີຄວາມຮຸນແຮງ, ດຸເດືອດ ແລະ ຄວາມເສຍຫາຍຫຼາຍຂຶ້ນ ເດັກນ້ອຍຫຼາຍຄົນຕ້ອງກາຍເປັນເດັກກຳພ້າ, ຫຼາຍຄອບຄົວຕ້ອງສູນເສຍຄົນທີ່ຮັກ,​ ຖືກບັງຄັບໃຫ້ອອກຈາກບ້ານເກີດຂອງພວກເຂົາເອງ, ເດັກນ້ອຍຫຼາຍຄົນຕ້ອງຫຼົບໜີຢູ່ໃຕ້ດິນ ບໍ່ມີເຂົ້າ-ນ້ຳ ເພາະຖືກທະຫານປິດລ້ອມ,​ ໂຊຊຽວມີເດຍທົ່ວໂລກ ຕັ້ງແຕ່ Twitter, Facebook ລວມເຖິງແພດຟອມອື່ນໆໄດ້ຮ່ວມໃຈກັນລຸກຂຶ້ນປະນາມການກະທຳຂອງອິດສະຣາເອວ ແລະ ຮ່ວມກັນຕິດແຮັສແທັກ #SavePalestine #SaveSheikhJarrah #FreePalestine ຂຶ້ນເທຣນໃນຫຼາຍປະເທດ, ບັນດາຜູ້ນຳໃນປະເທດຕ່າງໆເຊັ່ນ: ອາເມຣິກາ,​ ສະຫະລາຊະອານາຈັກ, ສະຫະພາບຢູໂຣບ… ກໍໄດ້ອອກມາຂໍຮ້ອງໃຫ້ຍຸຕິຄວາມຮຸນແຮງ ແລະ ລົດຄວາມເຄັ່ງຕຶງໃຫ້ໄວທີ່ສຸດ.

ຂອບໃຈຂໍ້ມູນຈາກ:
https://bit.ly/3yfMPjY
https://twitter.com/hashtag/SavePalestine?src=hashtag_click
https://www.khaosod.co.th/around-the-world-news/news_6392873

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/