ແມ່ຍິງດາວຊິນໂດຣມໄປສະໝັກວຽກຢູ່ໃສກໍບໍ່ມີໃຜຮັບ ຈຶ່ງຫັນມາເປີດຮ້ານເຂົ້າໜົມເປັນຂອງຕົນເອງ ປາກົດວ່າຜົນໄດ້ຮັບເກີນຄາດ!


Collette Divitto ຜູ້ຍິງອາຍຸ 26 ປີ ເຈົ້າຂອງຮ້ານເບເກີຣີ້ Collettey ໃນລັດແມສຊາຊູເຊັດ ປະເທດອາເມຣິກາ ເປັນຄົນທີ່ເກີດມາພ້ອມກັບສະພາວະດາວຊິນໂດຣມ ໃນຕອນທີ່ເລີ່ມເປີດຮ້ານລາວໄດ້ເລົ່າວ່າ ບໍ່ມີຄວາມຮູ້ຫຍັງກ່ຽວກັບທຸລະກິດເລີຍ ພຽງແຕ່ຮັກການເຮັດເຂົ້າໜົມເທົ່ານັ້ນ, ແຕ່ລາວມີແຮງສູ້ຍ້ອນວ່າ ໄປສະໝັກວຽກຢູ່ໃສກໍຖືກປະຕິເສດຕະຫຼອດ ດ້ວຍເຫດຜົນທີ່ວ່າ ລາວບໍ່ເໝາະກັບບໍລິສັດຂອງພວກເຂົາ.

Collette Divitto ໄດ້ເລົ່າວ່າ “ມັນເປັນເລື່ອງທີ່ໜ້າເສົ້າ ແລະ ທຳໃຈໄດ້ຍາກ ຂ້ອຍຮູ້ສຶກວ່າພວກເຂົາເຈົ້າບໍ່ມັກຂ້ອຍ ຍ້ອນວ່າຂ້ອຍເປັນແບບນີ້ ແຕ່ເມື່ອບໍ່ມີໃຜຈ້າງ ຂ້ອຍກໍບໍ່ຍອມແພ້ ຂ້ອຍຈຶ່ງຕັດສິນໃຈເປີດທຸລະກິດເປັນຂອງຕົນເອງ ເພື່ອພິສູດວ່າຂ້ອຍກໍເຮັດໄດ້!”

ປັດຈຸບັນທຸລະກິດຮ້ານ Collettey ໄດ້ກາຍເປັນທຸລະກິດທີ່ເຕີບໃຫຍ່ຂະຫຍາຍຕົວ ພວກເຂົາຈັດສົ່ງເຂົ້າໜົມຫຼາຍພັນກ້ອນໃນແຕ່ລະອາທິດໃຫ້ກັບລູກຄ້າ ລວມເຖິງບໍລິສັດໃຫຍ່ໆທົ່ວປະເທດ, ເຊິ່ງໃນໄລຍະວັນພັກເທສະການ ທາງຮ້ານສາມາດຜະລິດເຂົ້າໜົມໄດ້ຫຼາຍເຖິງ 30,000 ກ້ອນພາຍໃນ 2 ອາທິດ.

Rosemary Alfredo ແມ່ຂອງ Collette Divitto ໄດ້ເລົ່າວ່າ ຕົນເອງພະຍາຍາມລ້ຽງລູກສາວໃຫ້ຄືກັບເດັກນ້ອຍທຳມະດາທົ່ວໄປ ໃຫ້ລາວຮູ້ສຶກບໍ່ແຕກຕ່າງ ແຕ່ຄົນອ້ອມຂ້າງບໍ່ຄິດແບບນັ້ນ, ຕອນ Collette Divitto ຮຽນປະຖົມຖືກບູລີ້ຈາກໝູ່ຮ່ວມຊັ້ນຕະຫຼອດ ມີເທື່ອໜຶ່ງທີ່ໝູ່ຜູ້ຊາຍໃນຫ້ອງເອີ້ນລາວວ່າດາວຊິນໂດຣມ ລາວກັບມາຖາມແມ່ວ່າມັນແປວ່າຫຍັງ ເມື່ອແມ່ອະທິບາຍໃຫ້ລູກຟັງ ລູກກໍບໍ່ໄດ້ສະແດງຄວາມໂສກເສົ້າເສຍໃຈເລີຍ ມັນເຮັດໃຫ້ແມ່ພູມໃຈໃນຕົວລູກຂອງຕົນເອງ.

ເມື່ອຜ່ານຊັ້ນມັດທະຍົມໄປ Collette Divitto ກໍໄດ້ເຂົ້າຮຽນໃນມະຫາວິທະຍາໄລ ເຮັດໃຫ້ລາວໄດ້ມີໂອກາດທີ່ໄດ້ໃຊ້ຊີວິດແບບປົກກະຕິ ມີໝູ່ ມີສັງຄົມທີ່ເລີ່ມຍອມຮັບໃນຕົວຂອງລາວ,​ ແຕ່ເມື່ອຊີວິດມະຫາວິທະຍາໄລຈົບລົງ ລາວໄດ້ກັບມາບ້ານເກີດ ແລະ ຊອກຫາສະໝັກວຽກແລ້ວກໍເກີດເຫດການດັ່ງກ່າວຂຶ້ນ,​ ລາວຈຶ່ງເລີ່ມຫາຈຸດແຂງຂອງຕົນເອງ ນັ້ນກໍຄືກັນເຮັດເຂົ້າໜົມນັ້ນເອງ. ໃນຕອນທີ່ລາວເລີ່ມລົງມືເຮັດ ກໍມີຄອບຄົວ ແລະ ໝູ່ເພື່ອນໃຫ້ກຳລັງໃຈຢູ່ຂ້າງໆຕະຫຼອດ ຈາກມື້ນັ້ນຈົນຜ່ານມາແລ້ວ 5 ປີ ທຸກມື້ນີ້ທຸລະກິດຮ້ານ Collettey ມີສາຂາຢູ່ເຖິງ 3 ລັດ, ຈຳໜ່າຍທາງອອນໄລນ໌ ແລະ ມີພະນັກງານເຖິງ 15 ຄົນ, ເຝິກງານອີກ 2 ຄົນ.​ Collette Divitto ກ່າວວ່າ ທຸກໆຄົນລ້ວນມີຂໍ້ດີຂອງຕົນເອງທີ່ແຕກຕ່າງກັນໄປ.

ຈາກຄົນທີ່ໄປສະໝັກວຽກຢູ່ໃສກໍຖືກປະຕິເສດຕະຫຼອດ ກາຍເປັນຄົນທີ່ມານັ່ງສຳພາດພະນັກງານ ແລະ ເບິ່ງແຍງທຸກຂັ້ນຕອນຂອງບໍລິສັດ ແລະ Collette Divitto ເອງກໍບໍ່ໄດ້ເຮັດແບບທີ່ຕົນເຄີຍຖືກປະຕິບັດຕໍ່ພະນັກງານ ເພາະລາວບໍ່ໄດ້ຕັດສິນຄົນຈາກພາຍນອກ ຫຼື ສິ່ງທີ່ພວກເຂົາເປັນ, Collette Divitto ຍັງບອກວ່າສິ່ງທີ່ລາວຮັກທີ່ສຸດແມ່ນການໄດ້ສ້າງວຽກໃຫ້ກັບຜູ້ພິການທຸກປະເພດ.

ຂອບໃຈຂໍ້ມູນຈາກ:
https://bit.ly/3txw2oJ
https://bit.ly/33vTjgr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/