EU ຈະຟື້ນຟູເສດຖະກິດການທ່ອງທ່ຽວ ດ້ວຍການອອກໃບຮັບຮອງໂຄວິດ-19


ໃນສະຖານະການໂຄວິດ-19 ແບບນີ້ ຫຼາຍທຸລະກິດຫຼາຍໜ່ວຍງານກໍລ້ວນແຕ່ໄດ້ຮັບຜົນກະທົບບໍ່ຫຼາຍກໍໜ້ອຍ ແຕ່ເສດຖະກິດໜຶ່ງທີ່ໄດ້ຮັບຜົນກະທົບຢ່າງມະຫາສານເລີຍ ນັ້ນກໍຄືເສດຖະກິດການທ່ອງທ່ຽວ,​ ເຊິ່ງຫຼາຍປະເທດເອງກໍກຳລັງເລັ່ງແກ້ໄຂບັນດັ່ງກ່າວເຊັ່ນ: ປະເທດອອສເຕເລຍ,​ ນິວຊີແລນ,​ ສິງກະໂປ… ກໍມີຫຼາຍໂຄງການອອກມາບໍ່ວ່າຈະເປັນ ວັກຊີນພາສປອດ ຫຼື ໂຄງການທຣາໂວບັບເບິລລະຫວ່າງປະເທດ. ຫຼ້າສຸດປະເທດໃນຢູໂຣບ ຫຼື EU ກໍກຽມຈະອອກໃບຮັບຮອງໂຄວິດ-19 ອອກມາ ເພື່ອຫວັງຈະຟື້ນຟູເສດຖະກິດການທ່ອງທ່ຽວໃຫ້ກັບມາຄຶກຄື້ນອີກຄັ້ງ.

ຕາມທີ່ສຳນັກຂ່າວຣອຍເຕີໄດ້ລາຍງານວ່າ ລັດຖະມົນຕີຈາກປະເທດສະມາຊິກສະຫະພາບຢູໂຣບ ຫຼື EU ໄດ້ພົບກັນໃນວັນອັງຄານທີ່ຜ່ານມາ ທີ່ນະຄອນບຣັສເຊວ ເພື່ອປຶກສາຫາລືກ່ຽວກັບລາຍລະອຽດຂອງໃບຮັບຮອງໂຄວິດ-19 ຫຼື green certificate ເຊິ່ງ EU ຈະເປີດຕົວໃນເດືອນມິຖຸນາ 2021 ທີ່ກຳລັງຈະມາເຖິງນີ້, ແຕ່ການເຈລະຈາລະຫວ່າງຄະນະກຳມາທິການຢູໂຣບຝ່າຍນິຕິບັນຍັດຂອງ EU ແລະ ລັດຖະບານປະເທດສະມາຊິກຍັງບໍ່ທັນໄດ້ຂໍ້ຕົກລົງເທື່ອ.

ນະໂຍບາຍດັ່ງກ່າວ ເປັນສັນຍານໃນການຟື້ນຟູເສດຖະກິດການທ່ອງທ່ຽວໃຫ້ກັບມາຄຶກຄື້ນອີກຄັ້ງໃນລະດູຮ້ອນ ຫຼື ເອີ້ນວ່າລະດູການທ່ອງທ່ຽວທີ່ຈະມາເຖິງນີ້.

ໃບຮັບຮອງໂຄວິດ-19 ຈະຊ່ວຍໃຫ້ຜູ້ທີ່ສັກວັກຊີນແລ້ວ ແລະ ຜູ້ທີ່ຫາຍດີຈາກໂຄວິດ-19 ຫຼື ຜູ້ທີ່ກວດເຊື້ອເປັນລົບ ສາມາດເດີນທາງໄປ 27 ປະເທດສະມາຊິກສະຫະພາບຢູໂຣບໄດ້ງ່າຍຂຶ້ນ, ເຊິ່ງຕອນນີ້ປະເທດສະມາຊິກກໍໄດ້ມີການອອກມາໂຄສະນາໃຫ້ປະຊາຊົນມາສັກວັກຊີນກັນຫຼາຍຂຶ້ນ ໂດຍມີການສົ່ງມອບວັກຊີນກວ່າ 200 ລ້ານໂດສໃນຢູໂຣບ.

ຂອບໃຈຂໍ້ມູນຈາກ:
https://bit.ly/3tI05KK
https://bit.ly/2RiOPqN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/