ຜົນສຳຫຼວດຊາວຍີ່ປຸ່ນ 60% ຢາກໃຫ້ຍົກເລີກ “ໂອແລມປິກ” ທີ່ຈະມາເຖິງໃນເດືອນກໍລະກົດນີ້


Olympics Tokyo ທີ່ເລື່ອນການຈັດແລ້ວປີກາຍນີ້ ແລະ ປີນີ້ກໍມີທ່າອ່ຽງຈະເລື່ອນໄປອີກ, ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຈາກຜົນການສຳຫຼວດຂອງປະຊາຊົນເກືອບ 60% ໃນຍີ່ປຸ່ນ ຢາກໃຫ້ຍົກເລີກມະຫະກຳກິລາໂອແລມປິກ ທີ່ຍີ່ປຸ່ນເປັນເຈົ້າພາບໃນປີນີ້.

ມີການລາຍງານຫຼ້າສຸດຜ່ານໜັງສືພິມປະຈຳວັນ ໂຢມິອຸຣິຊິມບຸນ ສຳຫຼວດຄວາມຄິດເຫັນຂອງປະຊາຊົນລະຫວ່າງວັນທີ 7-9 ພຶດສະພາ 2021 ພົບວ່າ 59% ຢາກໃຫ້ຍົກເລີກ, 39% ເຫັນວ່າຄວນຈັດ, ໃນແບບສອບຖາມນີ້ ຈະບໍ່ມີໂຕເລືອກໃຫ້ເລື່ອນຈັດ, ໃນອີກກຸ່ມຄົນໜຶ່ງກໍຕອບວ່າ ໂອແລມປິກຄວນຈັດຂຶ້ນ ເພາະທີ່ຜ່ານມາແມ່ນໄດ້ກະກຽມຄວາມພ້ອມໄດ້ຫຼາຍດ້ານພໍສົມຄວນ ລົງທຶນກັບໂອແລມປິກຄັ້ງນີ້ແລ້ວ ແລະ ມີການປະຊຸມປຶກສາຫາລືກັນຫຼາຍຄັ້ງແລ້ວ ຖ້າຫາກວ່າຈັດກໍຄວນຈະມີມາດຕະການປ້ອງກັນດ້ານຕ່າງໆ ໃຫ້ຮອບຄອບ ແລະ ກຳນົດຜູ້ເຂົ້າຮັບຊົມ.

ຜົນການສຳຫຼວດຄວາມຄິດເຫັນອີກດ້ານໜຶ່ງ ເມື່ອອາທິດທີ່ຜ່ານມາໂດຍ ບີທີເອສນິວ ອອກຂ່າວພົບວ່າ: ຜູ້ໃຫ້ຂໍ້ມູນ 65% ຢາກໃຫ້ຍົກເລີກ ຫຼື ເລື່ອນອອກໄປອີກ.

ເດືອນເມສາ ທີ່ຜ່ານມາ ຜົນສຳຫຼວດຂອງສຳນັກຂ່າວກຽວໂດ ກໍອອກມາຄ້າຍຄືກັນ 70% ຂອງປະຊາກອນທັງໝົດທີ່ຢາກໃຫ້ຍົກເລີກ ຫຼື ເລື່ອນ.

John Coates ເຈົ້າໜ້າທີ່ລະດັບສູງຂອງໂອແລມປິກ ກ່າວໃນຄືນວັນທີ 8 ພຶດສະພາວ່າ: ເຖິງປະຊາຊົນຈະກັງວົນ ແຕ່ປະຊາຊົນຍັງບໍ່ເຫັນເຖິງການດຳເນີນການໂອແລມປິກ ເຊິ່ງອາດໝາຍຄວາມວ່າປະຊາຊົນນັ້ນ ຖ້າຫາກເຫັນເຖິງການຈັດໂອແລມປິກອາດຈະເຫັນເຖິງຄວາມສຳຄັນຕໍ່ກັບຄວາມເສຍຫາຍ.

ທາງນາຍົກລັດຖະມົນຕີ ປະກາດສະເໝີມາວ່າ: ຈະເດີນໜ້າຈັດໂອແລມປິກຕໍ່ໄປ ເຖິງຈຳນວນຜູ້ຕິດເຊື້ອໂຄວິດ-19 ຈະຢູ່ໃນລະດັບສູງ, ແຕ່ຜົນສຳຫຼວດຂອງທີບີເອສ ພົບວ່າຄະແນນໃນໂຕເລກຍັງຕ່ຳເຫຼືອ 40% ເກືອບຕ່ຳສຸດເປັນປະຫວັດສາດທີ່ເຄີຍເກີດຂຶນ.

ໃນການຈັດໂອແລມປິກ ເຊິ່ງທຍີ່ປຸ່ນກໍກຳລັງ ຢູ່ໃນຂັ້ນຕອນການປ້ອງກັນໂຄວິດ-19 ຫຼື ຫາວິທີການອື່ນໆ ທີ່ຈະບໍ່ສົ່ງຜົນກະທົບ, ເຊິ່ງຈະດຳເນີນຢ່າງໃດນັ້ນຄຳຕອບອາດຈະຮູ້ໃນໄວໆນີ້ ວ່າຈະຍົກເລີກ ຫຼື ເລື່ອນ ຫຼື ວ່າຈະມີວິທີທີ່ດີກວ່ານີ້ ຄືການບໍ່ຈຳກັດຈຳນວນຜູ້ເຂົ້າຊົມ.

ຂອບໃຈຂໍ້ມູນຈາກ: https://www.bangkokbiznews.com/news/detail/936984

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/