ນັກວິໄຈພົບສານແບັກທີເຣຍທີ່ສາມາດດັກຈັບໄມໂຄຣພລາສຕິກໄດ້


ດັ່ງທີ່ມີການລາຍງານອອກມາຕະຫຼອດກ່ຽວກັບໄມໂຄຣພລາສຕິກ ອະນຸພາກນ້ອຍໆທີ່ເບິ່ງເຫັນດ້ວຍຕາເປົ່າໄດ້ຍາກ ກຳລັງປົນເປື້ອນໄປທົ່ວທຸກບ່ອນໃນໂລກ ຕັ້ງແຕ່ມະຫາສະໝຸດອັນຫວ້າງໃຫຍ່ ໄປຈົນຮອດຍອດພູເອເວີເຣັດທີ່ສູງທີ່ສຸດໃນໂລກ ລວມທັງໃນອາກາດທີ່ເຮົາຫາຍໃຈບາງບ່ອນກໍມີອະນຸພາກນ້ອຍໆລອຍປົນເປື້ອນຢູ່, ເຊິ່ງສານທີ່ປົນເປື້ອນໃນໄມໂຄຣພລາສຕິກນີ້ຫຼາຍຊະນິດກໍອັນຕະລາຍ ເຊັ່ນ: ສານໜູ, ຢາຂ້າແມງໄມ້, ສານຕົກຄ້າງຕ່າງໆ… ເປັນໄພຄຸກຄາມຕໍ່ທຳມະຊາດ ແລະ ສິ່ງທີ່ມີຊີວິດທຸກຮູບແບບ.

ຫຼ້າສຸດມີຂ່າວດີອອກມາ ນັກວິໄຈຈາກມະຫາວິທະຍາໄລໂພລີເທັກນິກຮົງກົງ ໄດ້ລາຍງານການພົບສານໃໝ່ທີ່ໃຊ້ສານໜຽວທີ່ຫຼັ່ງຈາກແບັກທີເຣຍ ຊຸໂດໂມນາສແອຣູຈິໂນຊາ (Pseudomonas aeruginosa) ມາດັກຈັບໄມໂຄຣພລາສຕິກ.

ນັກວິໄຈອະທິບາຍວ່າ ເມື່ອແບັກທີເຣຍລວມຕົວກັນເປັນໄບໂອຟີມ ແລະ ຫຼັ່ງສານໜຽວເປັນເກາະໂພລິເມີທຳມະຊາດ ຈະເຮັດໜ້າທີ່ປົກປ້ອງແບັກທີເຣຍຈາກອິດທິພົນພາຍນອກ,​ ທີມໄດ້ທົດລອງໂດຍການດັກຈັບໄມໂຄຣພລາສຕິກໃນເຄື່ອງປະຕິກອນຊີວະພາບ ປາກົດວ່າອະນຸພາກນ້ອຍໆໄດ້ຈົມລົງໄປທາງລຸ່ມຂອງເຄື່ອງປະຕິກອນ, ຈາກນັ້ນນັກວິໄຈກໍຈະໃຊ້ວິທີກະຈາຍໄບໂອຟີມ ເພື່ອເຮັດໃຫ້ໄມໂຄຣພລາສຕິກທີ່ຕິດຢູ່ຖືກປ່ອຍອອກມາ ເຊິ່ງຈະນຳມາຣີໄຊເຄິນໄດ້ພາຍຫຼັງ.

ຂອບໃຈຂໍ້ມູນຈາກ:
-​ https://www.thairath.co.th/news/society/2087938
https://bit.ly/3bngYUA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/