ຫຼຽນ Dogecoin ມູນຄ່າເພີ່ມຂຶ້ນ +28% ຫຼັງຈາກ Elon Musk ບອກຈະມີການປັບປຸງໃຫ້ປະຢັດພະລັງງານ


ຫຼັງຈາກທີ່ Elon Musk ອອກມາທະວີດວ່າ Tesla ຈະລະງັບການຊື້ລົດດ້ວຍ Bitcoin ເຮັດໃຫ້ລາຄາຫຼຽນ Cryptocurrency ປະເພດອື່ນລາຄາຕົກກັນເປັນແຖວ.

ເວລາຜ່ານໄປພຽງ 24 ຊົ່ວໂມງ Elon Musk ກໍກັບມາອີກເທື່ອໜຶ່ງພ້ອມກັບການຊີ້ແຈງວ່າ ຍັງມີຄວາມເຊື່ອຕໍ່ກັບ Cryptocurrency ຢູ່ ແຕ່ຕ້ອງເບິ່ງທີ່ປັດໄຈຂອງການນຳໃຊ້ພະລັງງານທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມດ້ວຍ.

ແລະ ກັບມາທີ່ຫຼຽນ Dogecoin, Elon Musk ອອກມາບອກວ່າຈະພັດທະນາ ແລະ ປັບປຸງປະສິດທິພາບໃຫ້ມີທ່າອ່ຽງຕໍ່ການນຳໃຊ້ພະລັງງານທີ່ດີຂຶ້ນ.

ເອີ້ນໄດ້ວ່າໂລກແຫ່ງຫຼຽນດິຈິຕອລມີການຂຶ້ນລົງຍ້ອນຄົນຜູ້ດຽວໂດຍແທ້.

ຂອບໃຈຂໍ້ມູນຈາກ : https://www.blognone.com/node/122669

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/