Etherscan ເປີດຕົວ “Code Reader” ເຄື່ອງມື AI ທີ່ຈະຊ່ວຍໃຫ້ການກວດສອບ Smart Contract ເປັນເລື່ອງງ່າຍ


Etherscan ເປັນໜຶ່ງໃນເວັບໄຊສະເເກນ Ethereum blockchain ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໄດ້ປະກາດເປີດຕົວ “Code Reader” ເຄື່ອງມື AI ທີ່ຖືກພັດທະນາຂຶ້ນໂດຍ OpenAI ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ສາມາດຕີຄວາມ Source code ຂອງ Smart contract ໄດ້ງ່າຍຂຶ້ນ.

ນອກຈາກນີ້ຜູ້ໃຊ້ບໍລິການຍັງສາມາດເອີ້ນເບິ່ງຟັງຊັນ “ອ່ານ” ແລະ “ຂຽນ” ຂອງ Smart contract ນັ້ນໄດ້ ເພື່ອໃຫ້ພວກເຂົາສາມາດຕັດສິນໃຈຢ່າງສະຫຼາດໃນການຕອບໂຕ້ກັບ Smart contract ນັ້ນໆ ເເລະ ສຳຫຼວດຄວາມເປັນໄປໄດ້ໃນການໃຊ້ງານ DeFi.

Etherscan ເວົ້າວ່າ ເຄື່ອງມື AI ນີ້ມີຈຸດປະສົງເພື່ອໃຫ້ຂໍ້ມູນ ແລະ ຊ່ວຍໃຫ້ຜູ້ໃຊ້ກວດສອບຄວາມຖືກຕ້ອງຂອງ Smart Contract ເທົ່ານັ້ນ.

ການ​ນໍາ​ໃຊ້​ເຄື່ອງ​ມື​ນີ້​ ຜູ້ໃຊ້ຈໍາເປັນຕ້ອງເຊື່ອມຕໍ່ກັບ API ຂອງ OpenAI ແລະ ມີຂໍ້ຈໍາກັດໃນການໃຊ້ງານຢ່າງພຽງພໍ, ໂດຍ API ອະນຸຍາດໃຫ້ສອງໂປຣແກຣມໃນຄອມພິວເຕີສາມາດສື່ສານ ແລະ ແບ່ງປັນຂໍ້ມູນໄດ້.

ຢ່າງໃດກໍຕາມ, Code Reader ຍັງບໍ່ອະນຸຍາດໃຫ້ສາມາດສົນທະນາກັບເເຊັດບັອດໄດ້ ແລະ ສາມາດຖາມຄໍາຖາມໄດ້ພຽງແຕ່ໜຶ່ງຄັ້ງຜ່ານ prompt.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/