Joe Biden ປະທານາທິບໍດີສະຫະລັດ ໄດ້ໃຫ້ໄຟສີຂຽວໃນການລົງນາມອະນຸມັດຮ່າງກົດໝາຍໃນການແບນ TikTok, ເພື່ອບີບໃຫ້ ByteDance ຕ້ອງຂາຍກິດຈະການ ພາຍໃນໄລຍະເວລາ 9 ເດືອນຫາ 1 ປີ. ຖ້າບໍ່ດັ່ງນັ້ນ, ຈະຖືກແບນບໍ່ໃຫ້ສາມາດໃຊ້ງານໄດ້ໃນສະຫະລັດ, ເຊິ່ງເປັນປະເທດໜຶ່ງທີ່ມີການໃຊ້ງານ TikTok ສູງທີ່ສຸດໃນໂລກທີ່ 170 ລ້ານຄົນ.
ເຖິງແມ່ນວ່າກ່ອນໜ້ານີ້ ເບິ່ງຄືວ່າຮ່າງກົດໝາຍດັ່ງກ່າວຈະຕ້ອງໃຊ້ເວລາໃນການພິຈາລະນາໂດຍລັດຖະສະພາພາຍຫຼັງໄດ້ຜ່ານການອະນຸມັດຂັ້ນຕົ້ນຂອງສະພາຜູ້ແທນລາຊະດອນຂອງອາເມຣິກາ (US House of Representative), ແຕ່ທາງດ້ານວິຊາການທາງດ້ານການເມືອງໄດ້ສົ່ງຜົນໃຫ້ຮ່າງກົດໝາຍດັ່ງກ່າວຖືກສົ່ງໄປເຖິງໂຕະຂອງປະທານາທິບໍດີ Joe Biden ໃນເວລາສັ້ນໆ. ໂດຍການມັດລວມກົດໝາຍງົບປະມານເພື່ອຊ່ວຍປະເທດພັນທະມິດຂອງສະຫະລັດ ໃນສະພາວະສົງຄາມເຊັ່ນ: ຢູເຄຣນໄດ້ຮັບການຊ່ວຍເຫຼືອປະມານ 60 ຕື້ໂດລາ, ອິດສະຣາເອວ 26 ຕື້ໂດລາ, ໄຕ້ຫວັນ ແລະ ພາກພື້ນອິນໂດ-ປາຊີຟິກ 8 ຕື້ໂດລາ ແລະ ເຂດກາຊາ 1 ຕື້ໂດລາ. ສໍາລັບການຊ່ວຍເຫຼືອດ້ານມະນຸດສະທໍາ ທັງໝົດແມ່ນຖືກມັດລວມຕິດກັບຮ່າງກົດໝາຍໃນການແບນ TikTok, ເຮັດໃຫ້ກອງປະຊຸມຕ້ອງພິຈາລະນາກົດໝາຍເຫຼົ່ານີ້ຮ່ວມກັນ.
ຫຼັງຈາກນັ້ນບໍ່ດົນ, Shou Zi Chew CEO ຂອງ TikTok ກໍໄດ້ໂພສວິດີໂອລົງໃນ social media ໂດຍກ່າວວ່າ “ວາງໃຈໄດ້ເລີຍ, ພວກເຮົາຈະບໍ່ໄປໃສທັງນັ້ນ… ຄວາມຈິງແລ້ວ ລັດຖະທໍາມະນູນແມ່ນຢູ່ຂ້າງພວກເຮົາ ແລະ ພວກເຮົາຄາດວ່າຈະໄດ້ຮັບໄຊຊະນະອີກຄັ້ງ”
ເຊິ່ງນັ້ນໝາຍຄວາມວ່າເສັ້ນຕາຍຂອງ TikTok ຈະຕົກຢູ່ໃນວັນທີ 19 ມັງກອນ 2025 ຫຼື ເຫຼືອພຽງແຕ່ໜຶ່ງມື້ກ່ອນທີ່ Biden ຈະໝົດວາລະໃນການດຳລົງຕໍາແໜ່ງ. ແຕ່ Biden ສາມາດຂະຫຍາຍເສັ້ນຕາຍໄດ້ອີກສາມເດືອນຖ້າຫາກເຫັນວ່າ ByteDance ມີຄວາມຄືບໜ້າກ່ຽວກັບບັນຫາດັ່ງກ່າວ.
ໂຄສົກທຳນຽບຂາວ Caryn Jean-Pierre ກ່າວວ່າ “ພວກເຮົາບໍ່ຕ້ອງການໃຫ້ການແບນເກີດຂຶ້ນ. ແຕ່ປະເດັນມັນຢູ່ທີ່ວ່າ TikTok ນັ້ນສາທາລະນະລັດປະຊາຊົນຈີນເປັນເຈົ້າຂອງ”
ຕະຫຼອດຫຼາຍປີທີ່ຜ່ານມານັບຕັ້ງແຕ່ TikTok ກາຍເປັນໜຶ່ງໃນແອັບຍອດນິຍົມທີ່ສຸດຂອງອາເມຣິກາ, ສະມາຊິກສະພານິຕິບັນຍັດສະຫະລັດ ກໍເກີດມີຄວາມກັງວົນວ່າລັດຖະບານຈີນອາດຈະສາມາດເຂົ້າເຖິງຂໍ້ມູນຂອງພົນລະເມືອງໃນປະເທດໂດຍຜ່ານການປະສານງານກັບ TikTok. ແລະໃນວັນອັງຄານ (23 ເມສາທີ່ຜ່ານມາ), ສະພາສູງສະຫະລັດ ໄດ້ຮັບໄຟສີຂຽວຕໍ່ຮ່າງກົດໝາຍ ແລະ ໄດ້ຮັບການສະໜັບສະໜູນຢ່າງລົ້ນເຫຼືອຈາກສະມາຊິກຂອງທັງສອງພັກ. ໂດຍກົດໝາຍດັ່ງກ່າວຍັງຖືກຖືວ່າເປັນເຄື່ອງມືໃໝ່ທີ່ລັດຖະບານສະຫະລັດຈະໃຊ້ເພື່ອອອກຄຳສັ່ງຫ້າມ ຫຼື ບັງຄັບໃຫ້ແອັບພິເຄຊັນຂອງຕ່າງປະເທດຖອນຕົວອອກຖ້າພວກເຂົາເຫັນວ່າເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/