ລົດໄຟຂົນສົ່ງສິນຄ້າ ຈີນ-ລາວ-ໄທ-ມາເລເຊຍ ສາຍທຳອິດ ເລີ່ມອອກເດີນທາງ ການເຊື່ອມຕໍ່ການຄ້າໃນພາກພື້ນ


ລົດໄຟຂົນສົ່ງສິນຄ້າຈີນ-ລາວ-ໄທ-ມາເລເຊຍ ສາຍທຳອິດໄດ້ອອກເດີນທາງຈາກເມືອງເຊິງຕູ່ຂອງແຂວງເສສວນທາງຕາເວັນຕົກສຽງໃຕ້ຂອງຈີນ ແລະ ຄາດວ່າຈະມາຮອດທ່າເຮືອກາງຂອງມາເລເຊຍໃນວັນທີ 8 ພຶດສະພານີ້. ຊິ່ງເປັນຂີດໝາຍອັນສຳຄັນໃນການເຊື່ອມຕໍ່ການຄ້າໃນພາກພື້ນ.

ໂດຍລົດໄຟຂະບວນດັ່ງກ່າວ ບັນຈຸຕູ້ຄອນເທນເນີ 30 ໜ່ວຍ ທີ່ເຕັມໄປດ້ວຍຈໍສະແດງຜົນ Liquid Crystal Display, ລົດໄຟຂະບວນດັ່ງກ່າວ ຈະເດີນທາງໄປຕາມ ເສັ້ນທາງລົດໄຟ ລາວ-ຈີນ, ຂ້າມຜ່ານເຄືອຂ່າຍລົດໄຟຂອງລາວ ແລະ ໄທ ກ່ອນທີ່ຈະໄປເຖິງຈຸດໝາຍປາຍທາງ ສຸດທ້າຍທີ່ມາເລເຊຍ.

ການ​ເດີນ​ທາງ​ລົດ​ໄຟ​ທັງ​ໝົດ​ນີ້​ຄາດ​ວ່າ​ຈະ​ກວມ​ໄລຍະ​ທາງ​ໄປ​ໄທ​ໃນ​ເວລາ​ພຽງ 5 ວັນ ​ແລະ ໄປ​ມາ​ເລ​ເຊຍ​ໃນ​ເວລາ 8 ມື້, ​ເຊິ່ງຈະ​ຫຼຸດ​ເວລາ​ການ​ຂົນ​ສົ່ງ​ໄປ​ປະມານ 50% ​ເມື່ອ​ທຽບ​ໃສ່​ເສັ້ນທາງ​ທະ​ເລ​ແບບ​ດັ້ງ​ເດີມ​ທີ່​ມີ​ຕົ້ນ​ກຳ​ເນີດ​ຈາກ​ເມືອງ Qinzhou ທາງ​ພາກ​ໃຕ້​ຂອງ​ຈີນ.

ນັກ​ຊ່ຽວຊານ​ດ້ານ​ອຸດສາຫະກຳ​ຄາດ​ວ່າ​ເສັ້ນທາງ​ລົດ​ໄຟ​ໃໝ່​ນີ້​ບໍ່​ພຽງ​ແຕ່​ຈະ​ຊຸກຍູ້​ການ​ບໍລິການ​ທາງ​ລົດ​ໄຟ​ລາວ-ຈີນ​ເທົ່າ​ນັ້ນ​ ແຕ່​ຍັງ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ລາວ-​ໄທ​ ແລະ​ ມາ​ເລ​ເຊຍ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ນອກ​ນີ້, ຄາດ​ວ່າ​ຈະ​ເລັ່ງລັດ​ການ​ຂະຫຍາຍ​ຕາໜ່າງ​ທາງ​ລົດ​ໄຟ​ພາຍ​ໃນ​ພາກ​ພື້ນ, ​ເພື່ອ​ໃຫ້ການ​ສະໜັບສະໜູນ​ອັນ​ສຳຄັນ​ຕໍ່​ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ ​ການ​ເຕີບ​ໂຕ​ລະຫວ່າງ​ແຂວງ​ເສ​ສວນ​ ແລະ​ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ສ້າງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ ແລະ ​ໄທ​ໃນ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ. ໂດຍການ​ເຊື່ອມ​ໂຍງ​ດັ່ງກ່າວ​ໄດ້​ຫຼຸດ​ໄລຍະ​ເວລາ​ການ​ຂົນ​ສົ່ງ​ຈາກ​ໄທ​ໄປ​ຍັງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຢ່າງ​ຫຼວງ​ຫຼາຍ, ​ໄດ້​ຫຼຸດ​ໄລຍະ​ເວລາ​ຈາກ​ໜຶ່ງ​ອາທິດ​ຜ່ານ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ເຫຼືອພຽງ ​ປະມານ 1 ຫາ 2 ມື້ ຜ່ານການຂົນສົ່ງທາງລົດໄຟ.

https://en.vietnamplus.vn/rail-route-connects-china-laos-thailand-malaysia-post285478.vnp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/