Crypto ຟື້ນຕົວ! ບໍລິສັດ Crypto ລະດົມທຶນໄດ້ 2.5 ຕື້ໂດລາໃນໄຕມາດທີ 1 ສູງກວ່າໄຕມາດທີ່ຜ່ານມາ


Galaxy Digital ບໍລິສັດຍັກໃຫຍ່ດ້ານ crypto ໄດ້ອອກມາເປີດເຜີຍລາຍງານວ່າ ສາມາດລະດົມທຶນ 2.5 ຕື້ໂດລາຈາກເງິນທຶນ 603 ລາຍການໃນໄຕມາດທໍາອິດຂອງປີ 2024, ເຊິ່ງຄິດເປັນມູນຄ່າທີ່ເພີ່ມຂຶ້ນຫຼາຍເຖິງ 29% ແລະ ມີຈໍານວນການລະດົມທຶນທີ່ເພິ່ມຂຶ້ນ 68% ເມື່ອທຽບກັບໄຕມາດທີ່ຜ່ານມາ.

ຢ່າງໃດກໍຕາມ, ຍັງຄົງມີບາງສັນຍານເຕືອນທີ່ນັກລົງທຶນຄວນລະວັງ. ເຖິງແມ່ນວ່າຕົວເລກຈະເພີ່ມຂຶ້ນ ແຕ່ການລົງທຶນຍັງຖືວ່າ “ໜ້ອຍ” ເມື່ອທຽບກັບແນວໂນ້ມຂາຂຶ້ນໃນອະດີດ. ໂດຍສ່ວນໃຫຍ່ແມ່ນມາຈາກການຟື້ນຕົວຊ້າຂອງລາຄາ crypto, ບໍລິສັດ crypto ຫຼາຍແຫ່ງລົ້ມລະລາຍໃນປີ 2022 ແລະ ຂາດແຄນບໍລິສັດ crypto ຂະໜາດໃຫຍ່ພ້ອມທີ່ຈະລົງທຶນ.

ນອກຈາກນັ້ນ, ການອະນຸມັດຂອງ Bitcoin ETF ໃນຕົ້ນປີນີ້ ອາດຈະດຶງດູດທຶນບາງສ່ວນອອກຈາຫການລົງທຶນໃນບໍລິສັດ crypto.

ບໍລິສັດ Galaxy Digital ພົບວ່າ 3 ປະເພດບໍລິສັດ crypto ອັນດັບຕົ້ນໆທີ່ສາມາດລະດົມທຶນໄດ້ຫຼາຍກວ່າປະເພດອື່ນໆຄື:

  • ບໍລິສັດ Infrastructure (24%)  (ກ່ຽວຂ້ອງກັບ Stake, re-staking, ເຄື່ອງແພລັດຟອມ, ບໍລິການຈັດຮຽງລຳດັບ ແລະ ເຄື່ອງມືຕ່າງໆ)
  • ບໍລິສັດ Web3 (21%)
  • ບໍລິສັດTrading (17%)

ເປັນທີ່ໜ້າສົນໃຈວ່າ, ບໍລິສັດ startups ທີ່ສ້າງຕັ້ງຂຶ້ນລະຫວ່າງ 2021 – 2023 ໄດ້ມີການລະດົມທຶນຫຼາຍທີ່ສຸດ (80%).

ໂດຍລວມແລ້ວ, ການລະດົມທຶນຂອງບໍລິສັດ crypto ໃນໄຕມາດທີ 1 ຂອງປີ 2024 ສະແດງໃຫ້ເຫັນສັນຍານໃນທາງບວກ, ແຕ່ຍັງມີປັດໄຈທີ່ນັກລົງທຶນຄວນຕິດຕາມ. ນັກລົງທຶນຄວນສຶກສາຂໍ້ມູນຢ່າງລະອຽດກ່ອນທີ່ຈະຕັດສິນໃຈລົງທຶນຢູ່ສະເໝີ.

ທີ່ມາ:

cryptoslate

galaxy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/