ອຸນຫະພູມທີ່ເພີ່ມສູງຂຶ້ນ ສົ່ງຜົນກະທົບຕໍ່ທຸລະກິດກະສິກໍາ ແລະ ລາຄາສິນຄ້າກະສິກຳໃນຕະຫຼາດ


ອຸນຫະພູມທີ່ສູງຂຶ້ນໃນພາກກາງຂອງປະເທດລາວ ໂດຍສະເພາະໃນນະຄອນຫຼວງວຽງຈັນ ກໍາລັງສົ່ງຜົນເສຍຫາຍຕໍ່ການຜະລິດກະສິກໍາ ເຮັດໃຫ້ຜົນກໍາໄລຂອງຊາວກະສິກອນຫຼຸດລົງ. ເຊິ່ງການຫຼຸດລົງຂອງການຜະລິດແມ່ນອາດສົ່ງຜົນເຮັດໃຫ້ລາຄາຂາຍໃນຕະຫຼາດຂອງຜະລິດຕະພັນກະສິກຳເພີ່ມຂຶ້ນ ທ່າມກາງຄວາມຕ້ອງການຍັງຄົງສູງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ແຂວງພາກກາງ ເຊັ່ນແຂວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ຈະມີອຸນຫະພູມຈະຢູ່ໃນລະດັບ 40-43 ອົງສາ ໃນອີກສອງສາມມື້ຕໍ່ໜ້າ.

ອຸນຫະພູມທີ່ສູງເຮັດໃຫ້ການເຕີບໂຕຂອງພືດຊ້າລົງ, ເຊິ່ງໝາຍຄວາມວ່າການເກັບກ່ຽວແມ່ນຊັກຊ້າ, ໃນຂະນະທີ່ສັດຈໍານວນຫຼາຍກິນອາຫານໜ້ອຍກວ່າປົກກະຕິ, ດັ່ງນັ້ນຈຶ່ງບໍ່ມີນ້ໍາໜັກ ແລະ ຂາຍບໍ່ໄດ້.

ໂດຍສະເພາະການລ້ຽງໄກ່ໄດ້ຮັບຜົນກະທົບໂດຍກົງ, ກິນອາຫານໜ້ອຍລົງ ວາງໄຂ່ໜ້ອຍລົງໃນແຕ່ລະມື້ ເພາະພວກມັນມີຄວາມຄຽດ ຈາກອາກາດທີ່ຮ້ອນເກີນໄປ.

ໜັງສືພິມວຽງຈັນທາມ ລາຍງານວ່າ ຊາວກະສິກອນລ້ຽງໄກ່ ທ່ານໜຶ່ງ ຢູ່ເມືອງ ໄຊທານີ ມີແມ່ໄກ່ ຫຼາຍກວ່າ 2,000 ໂຕ ເຊິ່ງປົກກະຕິຈະສາມາດເກັບໄຂ່ໄກ່ໄດ້ປະມານ 70 ແຕະຕໍ່ມື້ (ກ່ອງໜຶ່ງ 30 ໜ່ວຍ), ແຕ່ຍ້ອນ ອຸນຫະພູມສູງຫຼາຍ ເຮັດໃຫ້ປັດຈຸບັນເກັບໄຂ່ໄດ້ພຽງແຕ່ 60 ແຕະຕໍ່ມື້.

ຊາວກະສິກອນກ່າວວ່າ “ສະພາບອາກາດທີ່ຮ້ອນແມ່ນສົ່ງຜົນກະທົບຕໍ່ຄວາມຢາກອາຫານຂອງພວກເຂົາ ແລະ ບໍ່ໄດ້ກິນອາຫານທີ່ພວກເຮົາໃຫ້ພວກເຂົາ, ນອກຈາກນີ້ ຟາມໃກ້ຄຽງຈໍານວນໜຶ່ງ ໄດ້ປະສົບກັບ ການຕາຍຂອງໄກ່ ໃນແຕ່ລະມື້”.

“ເພື່ອຊ່ວຍໃຫ້ໄກ່ຢູ່ລອດ, ພວກເຮົາພະຍາຍາມສີດນໍ້າໃສ່ມັນເປັນໄລຍະໆ ເພື່ອໃຫ້ພວກມັນຮູ້ສຶກເຢັນລົງ ແລະ ຜ່ອນຄາຍຂຶ້ນ”

“ພວກເຮົາຂາຍໄຂ່ໄກ່ໃຫ້ພໍ່ຄ້າແຕະລະ 38.000-40.000 ກີບສໍາລັບໄຂ່ນ້ອຍ ແລະ ແຕະລະ45.000-50.000 ກີບ ສໍາລັບໄຂ່ໃຫຍ່”

ເຊິ່ງລາຄາຂາຍຕົວຈິງໃຫ້ຜູ້ບໍລິໂພກໃນຕະຫຼາດແມ່ນ 50,000-55,000 ກີບສໍາລັບໄຂ່ນ້ອຍ ແລະ 60,000-65,000 ກີບສໍາລັບໄຂ່ໃຫຍ່.

ລາຄາໄຂ່ໄດ້ເພີ່ມຂຶ້ນຈາກ 35,000-40,000 ກີບຕໍ່ແຕະໃນທ້າຍປີ 2022 ເປັນ 60,000-65,000 ກີບໃນປັດຈຸບັນ, ເຊິ່ງເຮັດໃຫ້ຕົ້ນທຶນເພີ່ມຂຶ້ນເກືອບສອງເທົ່າ. ອັນເນື່ອງມາຈາກກຳລັງການຜະລິດຫຼຸດລົງ ຈາກເງິນກີບທີ່ອ່ອນຄ່າ ອັດຕາແລກປ່ຽນທີ່ບໍ່ຄົງທີ່ ທ່າມກາງຄວາມຕ້ອງການໃນຕະຫຼາດນັ້ນເພີ່ມສູງຂຶ້ນ.

https://www.facebook.com/photo?fbid=936273628502871&set=a.501887858608119

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/