ລັດຖະບານລາວ ແລະໄທ ວາງແຜນທີ່ຈະເພີ່ມປະລິມານການຄ້າຮ່ວມກັນ ໂດຍການສ້າງເສັ້ນທາງ ແລະ ຂົວເຊື່ອມຕໍ່ ເປັນຕົ້ນແມ່ນຂົວສຳລັບທາງລົດໄຟພິເສດ ຫຼັງການພົບປະກັນລະຫວ່າງລັດຖະມົນຕີ ກະຊວງການຕ່າງປະເທດ ຂອງທັງ 2 ຝ່າຍ ເມື່ອຕົ້ນອາທິດທີ່ຜ່ານມາ.
ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງບັນດາຄວາມມານະພະຍາຍາມຂອງສອງປະເທດເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມື.
ແຜນການຮ່ວມມືດັ່ງກ່າວໄດ້ຖືກປຶກສາຫາລືໃນລະຫວ່າງການຢ້ຽມຢາມປະເທດໄທແຕ່ວັນທີ 22-25 ເມສານີ້ ໃນການພົບກັນລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ໂດຍທັງ 2 ຝ່າຍໄດ້ເຫັນດີ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດ, ສອງຝ່າຍຈະສືບຕໍ່ປຶກສາຫາລືກັນ ເພື່ອເພີ່ມບໍລິມາດທາງດ້ານການຄ້າສອງຝ່າຍໃຫ້ຫຼາຍຂຶ້ນຕື່ມ, ການເຊື່ອມຈອດຂົວ-ທາງ ແລະ ທາງລົດໄຟ ກໍຄື ການສ້າງຂົວລົດໄຟສະເພາະ, ການທ່ອງທ່ຽວ ລວມທັງການທ່ອງທ່ຽວຕາມເມືອງ ແລະ ບັນດາແຂວງຕາມຊາຍແດນ ລາວ-ໄທ, ການຮ່ວມມືເພື່ອການພັດທະນາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ແຮງງານ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງການຮ່ວມມືກັນໃນການຄຸ້ມຄອງບັນຫາໝອກຄວັນຂ້າມແດນຮ່ວມກັນ. ສອງຝ່າຍ ໄດ້ເຫັນດີຊຸກຍູ້ກົນໄກການຮ່ວມມືສອງຝ່າຍ ລາວ-ໄທ-ລາວ ທີ່ມີຢູ່ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສົ່ງເສີມການພົວພັນຮ່ວມມືໃຫ້ກ້າວສູ່ລວງເລິກ ໂດຍສອງຝ່າຍເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ທ່ານ ປານປຣີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ໃຫ້ລັດຖະບານໄທ ໃຫ້ປະຕິບັດຕາມໝາກຜົນຂອງການພົບປະ ແລະ ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດລາວ-ໄທໃຫ້ຍິ່ງຂຶ້ນກວ່າເກົ່າ
https://www.vientianetimes.org.la/freefreenews/freecontent_79_LaoThailand_y24.php
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/