Meta ເປີດຕົວ AI ເຮັດເພງທີ່ບໍ່ຕິດລິຂະສິດ ຢາກໄດ້ເພງແນວໃດ AI ຈັດໃຫ້ໄດ້


ຕັ້ງແຕ່ທ້າຍປີ 2022 ຜ່ານມາມີການເປີດຕົວ AI ຫຼາຍຕົວທີ່ເຮັດເຮົາໄດ້ຮູ້ຕົວວ່າເທັກໂນໂລຢີມັນພັດທະນາໄປໄວເທົ່າໃດ ແລະ ມັນຈະມາແທນທີ່ເຮົາໄດ້ແນວໃດ.

ປັນຍາປະດິດໄດ້ເຂົ້າມາປ່ຽນແປງຫຼາຍໆອຸດສາຫະກຳ ແລະ ໜຶ່ງອຸດສາຫະກຳທີ່ຕ້ອງຢ້ານ AI ຫຼາຍທີ່ສຸດຄື ດົນຕີ ແລະ ສິລະປະ. ເຊິ່ງຜ່ານມາເຮົາຄົງຄິດບໍ່ເຖິງວ່າມັນຈະເຮັດໄດ້ດີກວ່າມະນຸດ ແຕ່ຕອນນີ້ມັນກຳລັງພິສູດໃຫ້ເຫັນວ່າມັນເຮັດໄດ້ ແລະ ອາດຈະເຮັດໄດ້ດີກວ່າມະນຸດອີກ.

ສິ່ງໜຶ່ງທີ່ຈະນຳມາເມື່ອ AI ເຂົ້າມາໃນວົງການສິລະປະ ແລະ ດົນຕີ ກໍຄືຂໍ້ຖົກຖຽງເລື່ອງລິຂະສິດ. ໃນການເຝິກຝົນປັນຍາປະດິດເຫຼົ່ານັ້ນຈະມີການນຳເອົາຜົນງານຂອງມະນຸດໄປເຝິກ ເຊິ່ງແນ່ນອນວ່າສິ່ງເຫຼົ່ານັ້ນມີລິຂະສິດ ແລະ ຈະເຮັດໃຫ້ມີບັນຫາເມື່ອຜົນງານຂອງ AI ເຮັດຂຶ້ນມາແມ່ນອີງຕາມຜົນງານເຫຼົ່ານັ້ນ. ພ້ອມກັນນັ້ນ, ໃນຫຼາຍໆປະເທດທົ່ວໂລກກໍຍັງບໍ່ມີກົດໝາຍຄວບຄຸມທີ່ກ່ຽວຂ້ອງກັບ AI ຢ່າງຊັດເຈນ.

ຄວາມເປັນຈິງ AI ຜະລິດດົນຕີບໍ່ແມ່ນສິ່ງທີ່ເປັນໄປໄດ້ຍາກ ແລະສາມາດເຮັດໄດ້ດົນແລ້ວຖ້າຈະເຮັດ. ແຕ່ຍ້ອນວ່າໃນເລື່ອງຂອງລິຂະສິດ ຜ່ານມາຈຶ່ງບໍ່ມີຄົນເຮັດ.

ແຕ່ວ່າຫຼ້າສຸດໃນເດືອນມິຖຸນາທີ່ຜ່ານມາ Meta ກໍໄດ້ອອກ AI ທີ່ຊື່ວ່າ MusicGen ເຊິ່ງເປັນ AI ຜະລິດເພງທີ່ສາມາດໃສ່ເມໂລດີເພື່ອໄກ້ເພງ ພ້ອມນັ້ນເອງທາງ Meta ເອງກໍຍັງອ້າງວ່າ ໃດ້ນຳໃຊ້ແທຣັກສຽງພຽງ 20.000 ຊົ່ວໂມງໃນການເຝິກ ແລະ ແທຣັກເພງເຫຼົ່ານັ້ນຖືກເຄຼຍເລື່ອງລິຂະສິດຮຽບຮ້ອຍແລ້ວ.

ນີ້ໝາຍຄວາມວ່າເພງທີ່ຖືກ AI ຕົວນີ້ຜະລິດ ເຮົາສາມາດນຳມາໃຊ້ໂດຍບໍ່ຕ້ອງຢ້ານເລື່ອງລິຂະສິດ, ແຕ່ສິ່ງທີ່ໜ້າສົນໃຈກວ່າເລື່ອງລິຂະສິດ ກໍຄືເລື່ອງຄຸນະພາບຂອງເພງ ຫຼືສຽງທີ່ AI ຕົວນີ້ສາມາດເຮັດໄດ້ ເຊິ່ງຖືວ່າເຮັດອອກມາໄດ້ດີຫຼາຍ ຫາກທຽບກັບ AI ຕົວອື່ນໆ ໂດຍສະເພາະສຽງຂອງເຄື່ອງດົນຕີທີ່ເຮັດອອກມາໄດ້ສົມຈິງຫຼາຍ.

ກ່ອນໜ້າທີ່ຈະມີ MusicGen ຂອງ Meta, ໃນເດືອນມັງກອນ 2023 ທາງ Google ເອງກໍມີ MusicLM ທີ່ເປັນ AI ຜະລິດເພງແລະໄດ້ມີການເຄຣມວ່າໄດ້ນຳໃຊ້ແທຣັກສຽງຫຼາຍກວ່າ 300.000 ຊົ່ວໂມງໃນການເຝິກ, ແຕ່ວ່າຫຼາຍຄົນບໍ່ຮູ້ສຶກປະທັບໃຈກັບຄຸນະພາບສຽງເພງທີ່ອອກມາ.

ຖ້າໃຜສົນໃຈກໍສາມາດລອງໄປນຳໃຊ້ໄດ້ທີ່

https://huggingface.co/spaces/facebook/MusicGen

source:

https://cutt.ly/jwiQu4Hc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/