ສູນເສຍຄວາມເປັນຕົນເອງ ຍ້ອນແຄສາຍຕາຄົນອື່ນຫຼາຍເກີນໄປ


ເຄີຍມີປະສົບການບໍ່? ຢາກລອງປ່ຽນຊົງຜົມ ແຕ່ຢ້ານຄົນອື່ນຈະເບິ່ງວ່າບໍ່ຄືເຮົາ, ຢາກທົດລອງເຮັດທຸລະກິດນີ້ ແຕ່ຢ້ານຄົນອື່ນຈະວ່າເຮົາເຮັດບໍ່ໄດ້, ຢາກລອງນັ່ງກິນບຸບເຟຄົນດຽວ ແຕ່ຢ້ານຄົນອື່ນຈະເບິ່ງວ່າເຮົາບໍ່ມີໝູ່ຫຼິ້ນນຳ. ທັງໝົດນີ້, ແມ່ນຄວາມຢ້ານທີ່ເກີດມາຈາກການຄິດໄປເອງຂອງເຮົາ, ເກີດຈາກການແຄສາຍຕາຄົນອື່ນຫຼາຍເກີນໄປ ຈົນເຮັດໃຫ້ເຮົາສູນເສຍຄວາມເປັນຕົວຂອງຕົນເອງ. ເຮົາມາເບິ່ງວ່າ ຍ້ອນຫຍັງຈຶ່ງເຮັດໃຫ້ເຮົາມີຄວາມຮູ້ສຶກແຄສາຍຕາຄົນອື່ນຫຼາຍຂະໜາດນັ້ນ ແລະ ຈະຕ້ອງເຮັດແນວໃດ ຈຶ່ງເຮັດໃຫ້ເຮົາເຄົາລົບຕໍ່ການຕັດສິນໃຈຂອງຕົນເອງ ໂດຍທີ່ບໍ່ຕ້ອງໄປຂຶ້ນກັບສາຍຕາຄົນອື່ນ ຈົນຕ້ອງສູນເສຍຄວາມເຊື່ອໝັ້ນຕໍ່ຕົນເອງ.

ສັນຍານທີ່ບອກວ່າ ເຈົ້າເປັນຄົນທີ່ມີ Low Self-esteem ຫຼື ມີຄວາມນັບຖືຕໍ່ຕົນເອງຕ່ຳ

ຄຳວ່າ Low Self-esteem ຫຼື ຄວາມນັບຖືຕົນເອງຕ່ຳ ໝາຍເຖິງການທີ່ເຮົາບໍ່ເຫັນຄຸນຄ່າຕໍ່ຕົນເອງ, ມີມຸມມອງຕໍ່ຕົນເອງໃນແງ່ລົບ, ຂາດຄວາມເຊື່ອໝັ້ນຕໍ່ຕົນເອງ ຈົນສົ່ງຜົນເຮັດໃຫ້ບໍ່ກ້າຕັດສິນໃຈໃນສິ່ງຕ່າງໆ ເຊິ່ງປັດໄຈທີ່ສົ່ງຜົນໃຫ້ເກີດມີຄວາມເຄົາລົບຕໍ່ຕົນເອງຕ່ຳນັ້ນ ມາຈາກຫຼາຍປັດໄຈເຊັ່ນ: ກຳມະພັນ, ປະສົບການໃນຊີວິດ, ອາຍຸ, ສຸຂະພາບ, ມຸມມອງຄວາມຄິດ ເປັນຕົ້ນ. ຄົນທີ່ມີຄວາມນັບຖືຕໍ່ຕົນເອງຕ່ຳ ຫຼື Low Self-esteem ມີສັນຍານດັ່ງຕໍ່ໄປນີ້:

  • ຂາດຄວາມໝັ້ນໃຈ

ຄົນທີ່ມີຄວາມໝັ້ນໃຈໃນຕົນເອງຕ່ຳ ສົ່ງຜົນໃຫ້ເປັນຄົນທີ່ມີຄວາມນັບຖືຕໍ່ຕົນເອງຕ່ຳ ເມື່ອຕ້ອງເຮັດສິ່ງໃດໜຶ່ງທີ່ແຕກຕ່າງອອກໄປຈາກທີ່ເຄີຍປະຕິບັດ ເກີດຄວາມກັງວົນ, ແຄສາຍຕາຄົນອື່ນວ່າຈະເບິ່ງເຮົາຄືແນວໃດ ຈົນທ້າຍທີ່ສຸດ ກໍບໍ່ສາມາດສ້າງສິ່ງໃໝ່ທີ່ແຕກຕ່າງໄດ້ເລີຍ ເພາະມີແຕ່ກັງວົນສາຍຕາຄົນອື່ນ.

  • ຂາດການຄວບຄຸມຕົນເອງ

ເມື່ອເຮົາບໍ່ສາມາດຄວບຄຸມຕົນເອງໄດ້ ອຳນາດໃນການຄວບຄຸມຈຶ່ງຕົກໄປຢູ່ທີ່ຄົນອື່ນ. ຍົກຕົວຢ່າງ: ເຮົາຢາກປ່ຽນຊົງຜົມ ແຕ່ຂາດຄວາມໝັ້ນໃຈເພາະຢ້ານວ່າຄົນອື່ນຈະເວົ້າວ່າບໍ່ຄື ທ້າຍທີ່ສຸດຈຶ່ງບໍ່ປ່ຽນແປງຫຍັງ ຍ້ອນເຮົາເອງທີ່ເປັນຄົນມອບອຳນາດການຕັດສິນໃຈໃຫ້ຄົນອື່ນຕັດສິນແທນ.

  • ເອົາຕົນເອງໄປປຽບທຽບກັບຜູ້ອື່ນ ແລະ ມັກຈະບອກວ່າຕົນເອງດ້ອຍກວ່າຄົນອື່ນສະເໝີ

ບາງຄັ້ງການປຽບທຽບກັບຄົນອື່ນ ເພື່ອໃຫ້ເຮົາມີແຮງຈູງໃຈພັດທະນາຕົນເອງໃຫ້ດີຂຶ້ນ ກໍເປັນສິ່ງທີ່ບໍ່ຜິດ. ແຕ່ຖ້າຫາກເມື່ອໃດກໍຕາມທີ່ເຮົາເອົາຕົນເອງໄປປຽບທຽບກັບຄົນອື່ນ ແລະ ບອກຕົນເອງວ່າຕົນເອງບໍ່ມີຄຸນຄ່າ, ບໍ່ເກັ່ງ, ບໍ່ສົມຄວນໄດ້ຮັບສິ່ງດີໆ ສິ່ງນີ້ຖືວ່າເຈົ້າກຳລັງດ້ອຍຄຸນຄ່າຕົນເອງຢູ່. ໃນຍຸກປັດຈຸບັນ ທີ່ມີ Social Media ເຊັ່ນ: Facebook, Instagram ຕ່າງໆ ເຮົາຍິ່ງຈະມັກເອົາຕົນເອງໄປປຽບທຽບກັບຄົນອື່ນໄດ້ງ່າຍຂຶ້ນ ຈົນເຮັດໃຫ້ເກີດຄວາມນ້ອຍເນື້ອຕ່ຳໃຈ ແລະ ກ້າວໄປເຖິງບັນຫາສຸຂະພາບຈິດໄດ້ເຊັ່ນກັນ.

  • ມີບັນຫາໃນການຂໍຄວາມຊ່ວຍເຫຼືອ ຫຼື ແມ່ນແຕ່ຈະສອບຖາມໃນສິ່ງທີ່ຕ້ອງການ

ເມື່ອມີຄຳຖາມ ຫຼື ມີຄວາມຕ້ອງການຂໍຄວາມຊ່ວຍເຫຼືອໃນສິ່ງທີ່ຕົນເອງຕ້ອງການ, ຄົນທີ່ມີຄວາມນັບຖືໃນຕົນເອງຕ່ຳ ຈະບໍ່ກ້າ ຫຼື ບໍ່ສາມາດບອກໃນສິ່ງທີ່ຕ້ອງການໄດ້ ເນື່ອງຈາກມີຄວາມອາຍ, ເກງໃຈຄົນອື່ນ ຈົນບໍ່ສາມາດປະສົບຄວາມສຳເລັດໃນສິ່ງທີ່ຕ້ອງການໄດ້.

  • ມີຄວາມກັງວົນຕໍ່ການຕັດສິນໃຈຂອງຕົນເອງຕະຫຼອດເວລາ

ບາງເລື່ອງທີ່ໄດ້ຕັດສິນໃຈໄປແລ້ວ ກໍນຳກັບມາຄິດວົນໄປວົນມາ, ກັງວົນວ່າຈະຕັດສິນໃຈຜິດ, ສົງໄສໃນການຕັດສິນໃຈຂອງຕົນ; ໃນເວລາດຽວກັນ ຖ້າມີຄົນອື່ນສະເໜີແນວທາງໃໝ່ໃຫ້ ກໍອາດຄ້ອຍຕາມການຕັດສິນໃຈຂອງຄົນອື່ນໄດ້ງ່າຍ.

  • ມັກຈະປະຕິເສດຄຳຍ້ອງຍໍຈາກຄົນອື່ນ

ເມື່ອເຮັດສິ່ງໃດໜຶ່ງໄດ້ດີ ຫຼື ປະສົບຄວາມສຳເລັດ ແລະ ໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກຄົນອື່ນ. ຄົນທີ່ມີຄວາມນັບຖືຕົນເອງຕ່ຳ ມັກຈະປະຕິເສດຄຳຍ້ອງຍໍຈາກຄົນອື່ນທັນທີ, ມັກບໍ່ເຊື່ອໝັ້ນວ່າຕົນເອງສົມຄວນໄດ້ຮັບການຍ້ອງຍໍ.

  • ເວົ້າເຖິງຕົນເອງໃນແງ່ລົບຕະຫຼອດເວລາ

ຄວາມນັບຖືຕົນເອງຕ່ຳ ສົ່ງຜົນໃຫ້ເປັນຄົນທີ່ມັກເວົ້າເຖິງຕົນເອງໃນແງ່ລົບ, ມັກຈະກ່າວໂທດຕົນເອງວ່າເປັນຄົນທີ່ບໍ່ມີຄວາມສາມາດ,​ ບໍ່ຄູ່ຄວນ, ບໍ່ເກັ່ງ, ບໍ່ງາມ ເປັນຕົ້ນ.

  • ພະຍາຍາມເຮັດໃຫ້ຄົນອື່ນປະທັບໃຈ

ການສ້າງຄວາມປະທັບໃຈໃຫ້ຄົນອື່ນ ຫຼື ພະຍາຍາມຕາມໃຈຄົນອື່ນ ຖ້າຢູ່ໃນຂອບເຂດກໍຖືວ່າເປັນເລື່ອງທຳມະດາ. ແຕ່ເມື່ອໃດກໍຕາມທີ່ພະຍາຍາມຕາມໃຈຄົນອື່ນພຽງແຕ່ຢາກໄດ້ການຍອມຮັບ, ຢາກເປັນສ່ວນໜຶ່ງຂອງສັງຄົມ ຫຼື ກຸ່ມໜຶ່ງໃນເວລານັ້ນ ແລະ ຢ້ານຄົນອື່ນຈະຮູ້ສຶກບໍ່ດີຕໍ່ກັບຕົນເອງ ຈົນຍອມສູນເສຍຄວາມເຊື່ອໝັ້ນຕໍ່ຕົນເອງໄປມັນຄົງບໍ່ເປັນຜົນດີປານໃດ ເພາະເຮົາຄົງຕ້ອງໄດ້ຍອມແບບນີ້ຢູ່ຕະຫຼອດ.

  • ຢ້ານການປ່ຽນແປງໃໝ່

ການປ່ຽນແປງໃໝ່ໆ ອາດກະທົບຕໍ່ຄວາມໝັ້ນຄົງພາຍໃນຈິດໃຈຂອງຄົນທີ່ມີຄວາມເຊື່ອໝັ້ນຕໍ່ຕົນເອງຕ່ຳ ເພາະເປັນສິ່ງທີ່ບໍ່ສາມາດຄາດເດົາໄດ້ວ່າຈະປະສົບຄວາມສຳເລັດ ຫຼື ບໍ່ ແລະ ຖ້າຫາກບໍ່ເປັນໄປຕາມທີ່ຄາດຫວັງໄວ້ ຈະຖືກຕຳໜິຈາກສັງຄົມອ້ອມຂ້າງຫຼືບໍ່.

ຄວາມນັບຖືຕໍ່ຕົນເອງສາມາດສ້າງໄດ້ ແລະ ເຮົາສາມາດເປັນຄົນທີ່ດີຂຶ້ນກວ່າມື້ວານ

ເມື່ອເຮົາເປັນຄົນທີ່ມີຄວາມນັບຖືຕໍ່ຕົນເອງຕ່ຳ ແຕ່ຢາກປ່ຽນແປງຕົນເອງໃໝ່ ໃຫ້ເປັນຄົນທີ່ມີຄວາມນັບຖືຕໍ່ຕົນເອງສູງຂຶ້ນ ແລະ ໝັ້ນໃຈຕໍ່ຕົນເອງ ໃຫ້ລອງປະຕິບັດຕາມນີ້:

  • ຂຽນບັນທຶກຄວາມພາກພູມໃຈຕໍ່ຕົນເອງ:

ໃຫ້ທົດລອງຂຽນເຖິງສິ່ງທີ່ເຮົາເຮັດໃນແຕ່ລະວັນແລ້ວສຳເລັດຕາມເປົ້າໝາຍ ໂດຍອາດບັນທຶກໃສ່ປຶ້ມ ຫຼື ແອັບໃນໂທລະສັບມືຖື ຕໍ່ໃຫ້ເລື່ອງທີ່ເຮົາຮູ້ສຶກພາກພູມໃຈຈະເປັນພຽງແຕ່ເລື່ອງເລັກນ້ອຍກໍຕາມ ແຕ່ກໍໃຫ້ລອງບັນທຶກແບບນີ້ທຸກໆມື້ ຍົກຕົວຢ່າງເຊັ່ນ: ໄດ້ຊ່ວຍພາຜູ້ເຖົ້າຍ່າງຂ້າມຖະໜົນ, ໄດ້ຊ່ວຍໃຫ້ກຳລັງໃຈໝູ່ໃນມື້ທີ່ໝູ່ຜິດຫວັງໃນຊີວິດ ເປັນຕົ້ນ. ວິທີນີ້ ເມື່ອເຮົາກັບມາອ່ານ ມັນຈະຊ່ວຍສ້າງຄວາມເຊື່ອໝັ້ນຕໍ່ຕົນເອງຂຶ້ນມາໂດຍອັດຕະໂນມັດ.

  • ໃຫ້ອະໄພຕົນເອງ ເມື່ອຜິດພາດ ຫຼື ອາດເຮັດສິ່ງໃດໜຶ່ງບໍ່ປະສົບຄວາມສຳເລັດ

ເມື່ອຕ້ອງປະສົບກັບເລື່ອງຜິດຫວັງໃນຊີວິດ ຫຼື ເຮັດສິ່ງໃດໜຶ່ງຜິດພາດ ບໍ່ມີເຫດຜົນໃດເລີຍທີ່ຕ້ອງຈົມຢູ່ກັບຄວາມທຸກທີ່ເກີດຂຶ້ນ ຍິ່ງຖ້າເຮົາສາມາດຟື້ນຟູຕົນເອງໄດ້ໄວ ແລະ ຕັ້ງເປົ້າໝາຍຂຶ້ນມາໃໝ່ໄດ້ໄວເທົ່າໃດ ຍິ່ງຈະຊ່ວຍໃຫ້ເຮົາມີຄວາມນັບຖືຕໍ່ຕົນເອງເພີ່ມຂຶ້ນ.

  • ກ້າຍອມຮັບຄຳຍ້ອງຍໍຊົມເຊີຍຈາກຄົນອື່ນ

ເມື່ອປະສົບເລື່ອງທີ່ໜ້າຍິນດີ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກຄົນອື່ນ ຈົ່ງນ້ອມຮັບເອົາດ້ວຍຄວາມຂອບໃຈ.

  • ລອງເຮັດສິ່ງໃໝ່ໆທີ່ບໍ່ເຄີຍເຮັດ

ການທີ່ໄດ້ທົດລອງເຮັດສິ່ງໃໝ່ໆ ຈະຊ່ວຍສ້າງນິດໄສໃໝ່ໆເກີດຂຶ້ນ. ຖ້າເຮົາຢາກປ່ຽນແປງຕົນເອງໃຫ້ເປັນຄົນທີ່ມີຄວາມໝັ້ນໃຈຕໍ່ຕົນເອງ ໃຫ້ສ້າງນິດໄສໃໝ່ຂຶ້ນມາ ແລະ ທ້າທາຍຕົນເອງດ້ວຍເປົ້າໝາຍໃໝ່ໃນທຸກມື້. 

  • ຮັກຕົນເອງ, ເຊື່ອໝັ້ນຕົນເອງ ແລະ ໂອບກອດຕົນເອງ

ບໍ່ວ່າເຮົາຈະເປັນແນວໃດກໍຕາມ ທ້າຍສຸດແລ້ວ ຢ່າລືມຮັກຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ ແລະ ໂອບກອດຕົນເອງ, ຢ່າດູຖູກຕົນເອງວ່າບໍ່ຄູ່ຄວນທີ່ຈະໄດ້ຮັບສິ່ງດີໆໃນຊີວິດ, ຢ່າດ້ອຍຄ່າຕົນເອງດ້ວຍການເອົາຕົນເອງໄປປຽບທຽບກັບຄົນອື່ນ ທຸກຄົນມີຄວາມເກັ່ງບໍ່ຄືກັນ ແລະ ມີຈັງຫວະທີ່ຈະປະສົບຄວາມສຳເລັດໃນຊີວິດບໍ່ຄືກັນ, ການທີ່ເຮົາເປັນເຮົາທຸກມື້ນີ້ ເຮົາກໍຕ້ອງມີດີຢ່າງໃດຢ່າງໜຶ່ງ ເຮົາຈຶ່ງຢູ່ມາໄດ້ຈົນເຖິງທຸກມື້ນີ້. ສະນັ້ນ, ຈົ່ງເຊື່ອໝັ້ນຕໍ່ຕົນເອງໃຫ້ຫຼາຍຂຶ້ນ ແລະ ໂອບກອດຕົນເອງໃຫ້ຄືດັ່ງທີ່ເຮົາກຳລັງໂອບກອດເພື່ອນຄົນໜຶ່ງທີ່ຕ້ອງການກຳລັງໃຈ.

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/KSCjZ

http://cuts2.com/GShWY

http://cuts2.com/TTkWf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/