ສປປ ລາວ ສຳເລັດການປະຊາສໍາພັນ ດຶງດູດການລົງທຶນຢູ່ນິຄົມ ອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ ທີ່ ສປ ຈີນ


ໃນ​ວັນ​ທີ 3-6 ກໍ­ລະ­ກົດ 2023, ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ພິ­ທີ​ເຊັນ​ບົດ​ບັນ­ທຶກ​​ການ​ຮ່ວມ​ມື​ລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ແຂວງ​ຄໍາ​ມ່ວນ ສປປ ລາວ ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ທີ່​ນະຄອນ​ກວາງ​ໂຈວ ສປ ຈີນ, ເຊິ່ງ​​ເປັນ​ເຈົ້າ­ພາບ​​ໂດຍ ກະ­ຊວງອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ແລະ ອໍາ​ນາດ​ການ​ປົກຄອງ​ແຂວງ​ຄໍາ​ມ່ວນ ສປປ ລາວ. ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ຄັ້ງ​ນີ້, ແມ່ນ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນໃນຂະແໜງ​ອຸດ­ສາ­ຫະ­ກຳ​ຂະ­ໜາດ​ໃຫຍ່​ຄັ້ງ​ທໍາ​ອິດ ​ທີ່​​ລັດ­ຖະ­ບານ​ລາວ​ ຈັດ​ຂຶ້ນ​ຢູ່​ຕ່າງ­ປະ­ເທດ ເຊິ່ງ​ແຕກ​ຕ່າງ​ຈາກ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ ການ​ລົງ­ທຶນ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​​ລັດ­ຖະ­ບານ​ລາວ​ ຈັດ​ຂຶ້ນ​ໃນ​ຄັ້ງ​ກ່ອນ. ກອງ​ປະ­ຊຸມໄດ້​ແບ່ງ​ອອກ​ເປັນ 3 ວາ­ລະຄື: ວາ­ລະ​ປະ­ຊຸມ​ເຈ­ລະ­ຈາ​ລະ­ດັບ​ສູງ​ລະ­ຫວ່າງລັດ­ຖະ­ບານ ແລະ ວິສາຫະກິດ, ວາ­ລະ​ປຶກສາ​ຫາ­ລື​ປະ­ຊາ­ສຳ­ພັນ​ການ​ລົງ­ທຶນ​ຂອງ​ບໍ­ລິ­ສັດ ແລະ ວາ­ລະ​ພິ­ທີ​ເຊັນ​ບົດ​ບັນ­ທຶກ​​ການ​ຮ່ວມ​ມືລົງທຶນ ໂດຍ​ລັດຖະບານ​ ໄດ້​ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ເປັນ​ເຂດ​ພັດ­ທະ­ນາ​ລະ­ດັບ​ສູງ​ໃໝ່.

ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ໃນ​ງານ​ປະ­ກອບ​ມີຫລາຍ​ 100 ບໍ­ລິ­ສັດ, ນັກ​ລົງ­ທຶນ ແລະ ອົງ­ກອນ​ການ​ເງິນ​ຕ່າງໆ​ທີ່​ມີ​ຊື່​ສຽງ​ໃນ ສປ ຈີນ ເຂົ້າ​ຮ່ວມ ເຊິ່ງ​ໄດ້​ສະ­ແດງ​ໃຫ້​ທົ່ວ​ໂລກເຫັນ​ເຖິງ​ທ່າ­ແຮງ​ການ​ພັດ­ທະ­ນາ​ຂອງ ສປປ ລາວ. ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ ມີ​ປະ­ສິດ​ທິ​ຜົນ​ສູງ, ໄດ້​ສໍາ​ເລັດ​ການ​ລົງ​ນາມຈໍາ​ນວນ 10 ໂຄງການ, ລວມ​ຍອດ​ມູນ​ຄ່າ​ການ​ລົງ­ທຶນ 835 ລ້ານໂດ​ລາ ຫລື ທຽບ​ເທົ່າ 15.100 ຕື້ກີບ. ໃນ​ນັ້ນ, ລວມ​ມີ​ບັນ­ດາ​ໂຄງ­ການ​ທີ່​ກ່ຽວ­ຂ້ອງ​ກັບ​ຕ່ອງ​ໂສ້​ອຸດ­ສາ­ຫະ­ກຳ​ເຊັ່ນ:  ໂຄງ­ການຄ​ລໍ​-​ອັນ​ຄາ​ໄລ (chlor-alkali), ໂຄງ­ການ​ປຸງ​ແຕ່ງ​ໂບຣ​ມິນ, ໂຄງ­ການ​ແບ​ດ​ເຕີ​ຣີ​ກະ­ແສວາ​ເນ​ດຽມ/ສັງ​ກະ​ສີ​-​ໂບຣ​ມິນ Vanadium/zinc-bromine ແລະໂຄງ­ການ​ອຸດ​ສາ​ຫະ​ກໍາ​ທີ່​ພົ້ນ​ເດັ່ນ​ ເຊັ່ນ: ວິ­ທະ­ຍາ­ສາດ​ຊີ­ວະ​ພາບ​ວິ­ທະ­ຍາ ແລະ ການ​ຜະ­ລິດ​ອັດ​ສະ​ລິ​ຍະ ເຊິ່ງ​ຄາດ​ວ່າເມື່ອ​ບັນ­ດາ​ໂຄງ­ການ​ທັງ​ໝົດ​ສຳ­ເລັດ ລວມ​ຍອດ​ມູນ​ຄ່າ​ຜົນ​ຜະ­ລິດ​ຂອງ​ໂຄງ­ການຈະ​ສູງ​ເກີນ 2 ຕື້ໂດ​ລາ ຫລື ທຽບ​ເທົ່າ 36.200 ຕື້ກີບ. ໂດຍ​ອີງ​ຕາມ​ທິດ​ຊີ້​ນໍາ​ຂອງ​ພັກ, ລັດ­ຖະ­ບານ ແລະ ສະ­ພາ​ແຫ່ງ​ຊາດກ່ຽວ​ກັບການ​ຮັກ­ສາ​ສະ ຖຽນ​ລະ​ພາບ​ຂອງ​ເສດ­ຖະ­ກິດ, ດຶງ​ດູດ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ, ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ, ທົດ​ແທນ​ການ​ນຳ​ເຂົ້າ, ນີ້​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດແລະເປັນ​ອີກ​ບາດ­ກ້າວ​ໜຶ່ງ​ ແຫ່ງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ.

ເພື່ອ​ແນ­ໃສ່​ແກ້​ໄຂ​ບັນ­ຫາ​ ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ​ໃນປັດ­ຈຸ​ບັນ​ ຢ່າງ​ມີ​ປະ­ສິດ​ທິ​ຜົນ ເຊັ່ນ: ໄພ​ເງິນ​ເຟີ້, ເງິນ​ກີບ​ອ່ອນ​ຄ່າ ແລະ ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ບໍ່​ພຽງ​ພໍ. ໃນ​ກອງ​ປະ­ຊຸມ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີກະ­ຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ, ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຈົ້າ­ແຂວງແຂວງ​ຄໍາ​ມ່ວນ, ທ່ານ Guo Baichun ປະ­ທານບໍ­ລິ­ສັດອາ​ຊີ​-​ໂປ​ຕາສສາ­ກົນຈໍາ​ກັດ, ພ້ອມ​ດ້ວຍກຸ່ມ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງໄດ້​ລົງ​ເລິກ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ລົງ­ທຶນ ແລະ ການ​ພັດ­ທະ­ນາເສດຖະກິດ ໂດຍສະເພາະແມ່ນການພັດທະນາອຸດສາຫະກໍາ​ຢູ່​ປະ­ເທດ​ລາວ.

ຂໍ້ມູນຈາກ: ປະເທດລາວ Phathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/