Mattel ເປີດຕົວ Barbie ຂອງ Mariah Carey ເພື່ອຕ້ອນຮັບເທສະການ Christmas


ໃກ້ຈະຮອດໄລຍະເທສະການ Christmas ແນ່ນອນວ່າສິ່ງທີ່ມາຄູ່ກັນນັ້ນກໍຄືເພງປະຈຳຂອງເທສະການ ໂດຍສະເພາະເພງທີ່ເຮັດໃຫ້ຮູ້ສຶກເຖິງບັນຍາກາດແຫ່ງການສະເຫຼີມສະຫຼອງເຊັ່ນເພງ  All I Want for Christmas Is You ຂອງ Mariah Carey.

ສຳລັບປີນີ້ກໍກັບມາຢ່າງຍິ່ງໃຫຍ່ອີກຄັ້ງເມື່ອທາງ Mariah Carey ໄດ້ຈັບມືກັບທາງ Mattel ເປີດຕົວຕຸກກະຕາ Barbie ຂອງຕົນເອງໃນຊຸດສີແດງອັນສວຍງາມ ແນ່ນອນວ່າຕ້ອງເປັນຊຸດດຽວກັບໃນ MV ເພງ All I Want for Christmas Is You ພ້ອມຖືໄມໂຄຣໂຟນເອົາໄວ້ໃນມື ແລະ ຖອດແບບຈາກຕົ້ນສະບັບມາທຸກລາຍລະອຽດ.

ໂດຍ Barbie ເວີຊັນ Mariah Carey ມີຄວາມສູງປະມານ 11,5 ນິ້ວ ລາຄາຢູ່ທີ່ 75 ໂດລາ ເລີ່ມວາງຈຳໜ່າຍແລ້ວ ເຊິ່ງຄາດວ່າໜ້າຈະໄດ້ຜົນຕອບຮັບທີ່ດີຈາກແຟນໆ ແລະ ແນ່ນອນວ່າ Barbie ຮຸ່ນນີ້ມີຊື່ວ່າ All I Want for Christmas Is You.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/