ສິງກະໂປໄດ້ເລີ່ມທົດລອງໃຊ້ສະກຸນເງິນດິຈິຕອນຂອງທະນາຄານກາງໃນການຊຳລະໜີ້ລະຫວ່າງທະນາຄານພາຍໃນປະເທດແລ້ວ


ໃນວັນທີ 16 ພະຈິກທີ່ຜ່ານມາ, ທະນາຄານສິງກະໂປໄດ້ມີການລາຍງານວ່າ ໃນຕອນນີ້ທາງທະນາຄານໄດ້ເລີ່ມທົດລອງໃຊ້ສະກຸນເງິນດິຈິຕອນຂອງທະນາຄານກາງ (CDBC) ສຳລັບການຊຳລະໜີ້ລະຫວ່າງທະນາຄານແລ້ວ.

ການທົດລອງໃນຄັ້ງນີ້ຖືໄດ້ວ່າເປັນການພັດທະນາທີ່ກ້າວກະໂດດຫຼາຍ ເນື່ອງຈາກກ່ອນໜ້ານີ້ທາງທະນາຄານກາງສິງກະໂປໄດ້ດຳເນີນການລອງໃຊ້ CDBC ຄື Monetary Authority of Singapore (MAS) ພາຍໃຕ້ການນໍາພາຂອງຜູ້ອໍານວຍການຜູ້ຈັດການ Ravi Menon ທີ່ໄດ້ດຳເນີນການສຳຫຼວດພູມສັນຖານຂອງ cryptocurrency ຢ່າງຫ້າວຫັນມາຕັ້ງແຕ່ປີ 2016.

ໂດຍໃນລາຍງານໄດ້ລະບຸວ່າ ນອກເໜືອຈາກການທົດລອງການຊຳລະເງິນລະຫວ່າງທະນາຄານການຄ້າແລ້ວ ພວກເຂົາຍັງໄດ້ພິຈາລະນາວ່າຈະນໍາໃຊ້ເຕັກໂນໂລຊີນີ້ເພື່ອຊໍາລະການເຮັດທຸລະກໍາຫຼັກຊັບລະຫວ່າງປະເທດ ເຊິ່ງເປັນໄປຕາມໂຄງຮ່າງຂອງໂຄງການ Orchid Blueprint.

ໂດຍໂຄງການ Orchid Blueprint ເປັນໂຄງການສຶກສາ ແລະ ກໍານົດໂຄງສ້າງພື້ນຖານທາງດ້ານເຕັກໂນໂລຊີທີ່ຕ້ອງການສໍາລັບການພັດທະນາໃນອະນາຄົດຂອງທຸລະກໍາສະກຸນເງິນດິຈິຕອນ. ນັບຕັ້ງແຕ່ການພັດທະນາບັນຊີລາຍການທີ່ແຈກຢາຍ ເພື່ອໃຊ້ຕິດຕາມການເຮັດທຸລະກໍາຕ່າງໆ ລວມທັງການຕັ້ງຊື່ກະເປົາເງິນເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ CBDC.

ນອກຈາກນີ້, ໂຄງການຍັງມີຄວາມຄິດທີ່ຈະພັດທະນາໂປໂຕຄອນປະເພດໃໝ່ທີ່ສາມາດຂຽນໂປຣແກຣມເອງໄດ້ ສໍາລັບການນໍາໃຊ້ກັບສະກຸນເງິນດິຈິຕອນທີ່ມີຈຸດປະສົງຈໍາກັດການນໍາໃຊ້ PBM (purpose-bound money)

ໂດຍໂປໂຕຄອນຕິດຕັ້ງຕົວກໍານົດ parameters ສະເພາະສໍາລັບການແລກປ່ຽນ cryptocurrency ທີ່ອະນຸຍາດໃຫ້ມີການຊໍາລະກ່ອນລ່ວງໜ້າ ແລະ ການເຮັດທຸລະກໍາແບບອັດຕະໂນມັດ ເຊິ່ງນີ້ຖືວ່າເປັນອີກໜຶ່ງບາດກ້າວຂອງເຕັກໂນໂລຊີສໍາລັບສະກຸນເງິນດິຈິຕອນ.

ແລະ ໃນວັນທີ 15 ພະຈິກທີ່ຜ່ານມາ, Monetary Authority of Singapore (MAS) ໄດ້ເປີດຕົວ 5 ໂຄງການທົດລອງເພີ່ມເຕີມ ໃນໂຄງການທົດສອບໂຄງສ້າງພື້ນຖານທາງດ້ານການເງິນທີ່ເອີ້ນວ່າ “Project Guardian” ເພື່ອປະເມີນກໍລະນີການນໍາໃຊ້ທີ່ແຕກຕ່າງກັນກ່ຽວກັບການສ້າງໂທເຄັນສິນຊັບ.

ການຮ່ວມມືໃນຄັ້ງໃໝ່ນີ້, ສົ່ງຜົນໃຫ້ໂຄງການ “Project Guardian” ໄດ້ມີຈຳນວນສະມາຊິກເພີ່ມຂຶ້ນຈາກ 12 ເປັນ 17 ລາຍ, ເຊິ່ງໃນປັດຈຸບັນລວມທັງສະຖາບັນການເງິນທີ່ສໍາຄັນເຊັ່ນ BNY Mellon, HSBC ແລະ Citigroup.

ທີ່ມາ:

cryptopolitan

mas.gov.sg

cointelegraph

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/