ປະຕິວັດວົງການແພດ! AI ອ່ານໃຈປ່ຽນຄວາມຄິດໃຫ້ເປັນຂໍ້ຄວາມ ຊ່ວຍໃຫ້ຜູ້ປ່ວຍໂຣກ ALS ກັບມາມີສຽງອີກຄັ້ງ


Unbabel ບໍລິສັດເຕັກໂນໂລຊີດ້ານລະບົບປະສາດ ໄດ້ພັດທະນາເຕັກໂນໂລຊີໃໝ່ທີ່ມີຊື່ວ່າ “Project Halo” ທີ່ຂັບເຄື່ອນໂດຍພະລັງ AI. ໂດຍເຕັກໂນໂລຊີນີ້ຈະໃຊ້ເຊັນເຊີຄື້ນສະໝອງເພື່ອອ່ານຄວາມຄິດຂອງຜູ້ໃຊ້, ຫຼັງຈາກນັ້ນໃຊ້ AI ເພື່ອປ່ຽນຄວາມຄິດໃຫ້ເປັນຂໍ້ຄວາມ, ເຊິ່ງຂໍ້ຄວາມທີ່ແປງແລ້ວຈະຖືກສະແດງຢູ່ໃນໜ້າຈໍ ຫຼື ເວົ້າອອກມາເປັນສຽງຈາກລຳໂພງ.

ໂດຍເຕັກໂນໂລຊີ “Project Halo” ນັ້ນສາມາດເຮັດໃຫ້ຜູ້ໃຊ້ສາມາດຊື່ສານໄດ້ພຽງແຕ່ນຶກຄິດກ່ຽວກັບສິ່ງທີ່ພວກເຂົາຕ້ອງການທີ່ຈະສື່ສານ ໂດຍບໍ່ຕ້ອງເວົ້າ ຫຼື ພິມໃຫ້ຫຍຸ້ງຍາກ, ເພາະຄວາມຄິດຂອງຜູ້ໃຊ້ຈະຖືກອ່ານໂດຍເຊັນເຊີກວດຈັບຄື້ນສະໝອງ ແລະ ແປງເປັນຂໍ້ຄວາມດ້ວຍພະລັງຂອງ AI.

Vasco Pedro CEO ຂອງບໍລິສັດ Unbabel ກ່າວວ່າ “ພຽງແຕ່ຄິດກ່ຽວກັບສິ່ງທີ່ທ່ານຕ້ອງການສື່ສານ, ເຄື່ອງຈັກກໍຈະເຮັດວຽກໃຫ້ທັງໝົດ ແລະ ຍັງມີພາສາສາກົນທີ່ຫຼາກຫຼາຍເກີດຂຶ້ນຢູ່ໃນສະໝອງຂອງພວກເຮົາ. ເມື່ອທ່ານເບິ່ງຮູບພາບ fMRI ຂອງຄົນທີ່ເວົ້າພາສາແຕກຕ່າງກັນ, ແຕ່ຄິດເຖິງວັດຖຸອັນດຽວກັນ ພວກມັນກະຕຸ້ນໃຫ້ເກີດຮູບແບບດຽວກັນໃນສະໝອງ”

ບໍລິສັດ Unbabel ຍັງໄດ້ສາທິດເຕັກໂນໂລຊີດັ່ງໃນງານ Web Summit ເມື່ອວັນທີ 8 ພະຈິກທີ່ຜ່ານມາ. ໂດຍສະແດງໃຫ້ເຫັນວິທີການຊ່ວຍໃຫ້ຜູ້ປ່ວຍທີ່ເປັນໂຣກ Amyotrophic Lateral Sclerosis (ALS) ສາມາດສື່ສານໂດຍການສັ່ງອາຫານທ່ຽງ ໂດຍບໍ່ຕ້ອງເວົ້າ ເພາະວ່າລະບົບຖອດລະຫັດສຽງເວົ້າຈາກສັນຍານປະສາດ. ຫຼັງຈາກນັ້ນ, ມັນໄດ້ຖືກສັງເຄາະອອກມາເປັນຂໍ້ຄວາມສຽງດິຈິຕອນທີ່ໃກ້ຄຽງກັບສຽງຕົ້ນສະບັບຂອງລາວເທົ່າທີ່ເປັນໄປໄດ້. ເຊິ່ງສຽງນັ້ນກໍໄດ້ຖືກບັນທຶກໄວ້ກ່ອນທີ່ລາວຈະສູນເສຍຄວາມສາມາດໃນການເວົ້າ.

Unbabel ບໍ່ແມ່ນ AI ຕົວທໍາອິດທີ່ອ່ານໃຈໄດ້ ເພາະກ່ອນໜ້ານີ້ ບໍລິສັດ Meta ໄດ້ພັດທະນາລະບົບ AI ທີ່ສາມາດສະແກນການເຄື່ອນໄຫວຂອງຄື້ນສະໝອງ ແລະ ມັນສາມາດສ້າງຮູບພາບໃນເວລາທີ່ແທ້ຈິງຈາກຮູບພາບທີ່ສະໝອງຂອງມະນຸດຮັບຮູ້ ແລະ ປະມວນຜົນໃນແຕ່ລະໄລຍະເວລາ.

ໂດຍຄວາມແຕກຕ່າງທີ່ສຳຄັນຄື “Project Halo” ນັ້ນສາມາດອ່ານໃຈ ແລະ ສ້າງຂໍ້ຄວາມຕອບກັບດ້ວຍພາສາທີ່ເປັນທຳມະຊາດ. ເຊິ່ງສິ່ງນີ້ຈຳເປັນຕ້ອງໄດ້ຖືກລວມເຂົ້າກັບຕົວແບບພາສາທີ່ສາມາດຮຽນຮູ້ກ່ຽວກັບສະພາບການສ່ວນບຸກຄົນ, ຄວາມສຳພັນ ແລະ, ຄວາມມັກ, ແລະເລື່ອງສ່ວນຕົວອື່ນໆ ເພື່ອສ້າງຂໍ້ຄວາມທີ່ສະທ້ອນເຖິງສິ່ງທີ່ພວກເຂົາຕ້ອງການສື່ສານຢ່າງຖືກຕ້ອງ.

Project Halo ສາມາດປະມວນດໍາເນີນຜົນໄດ້ປະມານ 15 ຄໍາຕໍ່ນາທີ, ເຊິ່ງອາດຈະເຮັດໃຫ້ສາມາດສື່ສານຊ້າເປັນສອງເທົ່າຂອງວິທີການແບບດັ້ງເດີມ. ໃນປັດຈຸບັນ, Project Halo ຍັງຢູ່ໃນໄລຍະເລີ່ມຕົ້ນຂອງການພັດທະນາ, ແຕ່ບໍລິສັດຄາດວ່າຈະເປີດຕົວເຕັກໂນໂລຊີດັ່ງກ່າວໃນປີ 2024 ທີ່ຈະມາເຖິງນີ້.

ທີ່ມາ:

decrypt

decrypt2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/