ເມື່ອບໍ່ດົນມານີ້ ໃນງານສັບປະດາຜູ້ນຳ APEC ທີ່ສະຫະລັດອາເມຣິກາ, ທ່ານ ຫວໍ ວັນເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພົບກັບ Tim Cook ປະທານບໍລິຫານຂອງບໍລິສັດ Apple ພ້ອມເຊີນຊວນໃຫ້ Apple ມາລົງທຶນໃນຫວຽດນາມ ຊຸກຍູ້ການລົງທຶນໃນຂະແໜງການ ດິຈິຕອນ ແລະ ຮ່ວມກັນພັດທະນາ 5G.
ໂດຍທ່ານ ຫວໍ ວັນເຖືອງ ໄດ້ກ່າວວ່າ: ຜະລິດຕະພັນຂອງ Apple ໄດ້ສ້າງໂອກາດຫຼາຍຢ່າງໃຫ້ຊາວໜຸ່ມຫວຽດນາມ ໄດ້ເຂົ້າເຖິງ ແລະ ນຳໃຊ້ອຸປະກອນເຕັກໂນໂລຊີ.
ທ່ານປະທານປເທດ ຫວຽດນາມ ໄດ້ເນັ້ນໜັກວ່າ ການຍົກລະດັບການພົວພັນ 2 ຝ່າຍຫວຽດນາມ – ອາເມຣິກາ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນໂອກາດດີເພື່ອໃຫ້ Apple ເປີດກວ້າງການເຄື່ອນໄຫວລົງທຶນຢູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້, ພິເສດແມ່ນຂະແໜງອຸດສາຫະກຳເຕັກໂນໂລຊີ.
ໂດຍ Tim Cook ກ່າວວ່າ: ຫວຽດນາມ ແມ່ນສ່ວນໜຶ່ງຂອງຍຸດທະສາດທຸລະກິດພິເສດຂອງ Apple ເນື່ອງຈາກຜະລິດຕະພັນຫຼາຍຊະນິດຂອງບໍລິສັດໄດ້ຜະລິດຢູ່ໃນປະເທດອາຊີຕາເວັນອອກສຽງໃຕ້,
ປະທານບໍລິຫານຂອງ Apple ກ່າວຕໍ່ວ່າ: ເສດຖະກິດດິຈິຕອນຂອງຫວຽດນາມ ພວມພັດທະນາ, ແລະ ບັນດາວິສາຫະກິດເຕັກໂນໂລຊີເອເລັກໂຕຣນິກແຖວໜ້າຂອງໂລກກຳລັງແນມເບິ່ງຫວຽດນາມ, ໃນນັ້ນມີບັນດາວິສາຫະກິດຈາກ ອາເມຣິກາ ພວມເພີ່ມທະວີການລົງທຶນໃນການຜະລິດ ແລະ ດຳເນີນທຸລະກິດຢູ່ຫວຽດນາມ ເຊັ່ນດຽວກັນ.
ທ່ານປະທານປະເທດ ໄດ້ຢືນຢັນວ່າ ພັກ ແລະ ລັດຖະບານ ຫວຽດນາມ ໄດ້ພະຍາຍາມສ້າງບັນດາກົນໄກ ແລະ ນະໂຍບາຍຕ່າງໆ, ພິເສດແມ່ນປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຂອງປະເທດເພື່ອອຳນວຍຄວາມສະດວກໃຫ້ວິສາຫະກິດຕ່າງປະເທດລົງທຶນ.
ທ່ານກ່າວວ່າ: “ຫວຽດນາມ ໄດ້ມານະພະຍາຍາມຍົກລະດັບມາດຕະຖານດ້ານໂທລະຄົມ, ປັບປຸງຂອບກົດໝາຍເພື່ອໜູນຊ່ວຍການພັດທະນາເສດຖະກິດດິຈິຕອນ, ພື້ນຖານໂຄງລ່າງດິຈິຕອນ ແລະ ຍົກລະດັບບຸກຄະລາກອນດ້ານດິຈິຕອນ”. ພ້ອມສະເໜີໃຫ້ Apple ສະໜັບສະໜູນຊ່ວຍ ຫວຽດນາມ ໃນບັນດາຄວາມມານະພະຍາຍາມດັ່ງກ່າວ.
ສຸດທ້າຍ ທ່ານປະທານປະເທດຮຽກຮ້ອງ Apple ເພີ່ມທະວີການລົງທຶນເຂົ້າບັນດາທ້ອງຖິ່ນຂອງຫວຽດນາມ, ພິເສດແມ່ນບັນດາແຂວງ ແລະ ຕາມນະຄອນຕ່າງໆຂອງຫວຽດນາມ, ເພີ່ມທະວີບັນດາວິສາຫະກິດຂອງອາເມຣິກາເຂົ້າຮ່ວມການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີ 5G ຢູ່ປະເທດຫວຽດນາມໃຫ້ຫຼາຍຂຶ້ນ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/