ລັດຖະບານກຽມຄວບຄຸມການລົງທຶນໃນ ເຂດເສດຖະກິດພິເສດ ໃຫ້ຮັດກຸມ ຮັບປະກັນຖານລາຍຮັບ ເຂົ້າງົບປະມານໃຫ້ຫຼາຍຂຶ້ນ


ລັດຖະບານ ສປປ ລາວ, ກະຊວງແຜນການ ແລະ ການລົງທຶນ ກຽມຄວບຄຸມການລົງທຶນໃນ ເຂດເສດຖະກິດພິເສດ ໃຫ້ຮັດກຸມຂຶ້ນ ສ້າງຖານລາຍຮັບ ແລະ ຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຫຼາຍຂຶ້ນ ຜ່ານການສະເໜີກົດໝາຍວ່າດ້ວຍເຂດເສດຖະກິດພິເສດ (ສະບັບສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX  ໃນວັນທີ 16 ພະຈິກ 2023 ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງ.

ໂດຍກົດໝາຍສະບັບດັ່ງກ່າວ ມີເປົ້າໝາຍສຳຄັນແມ່ນແນໃສ່ເຮັດໃຫ້ການພັດທະນາ ເຂດເສດຖະກິດພິເສດ ສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄດ້ຮັບຜົນສຳເລັດດີຂຶ້ນເປັນກ້າວໆ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ກ່າວວ່າ: ພາຍຫຼັງ ກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ສະບັບສ້າງໃໝ່ ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະເຮັດໃຫ້ການພັດທະນາ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດມີຄວາມໜັກແໜ້ນ ຮັດກຸມ ຈະແຈ້ງ ຄົບຖ້ວນ ແລະ ສັກສິດຂຶ້ນຕື່ມ ທັງຮັບປະກັນການພັດທະນາທີ່ດິນຢ່າງມີຈຸດສຸມ ຮັບປະກັນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງຈະສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນຈາກພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ ສາມາດສ້າງວຽກເຮັດງານທຳໄດ້ຢ່າງກວ້າງຂວາງ ສ້າງຖານລາຍຮັບເພີ່ມຂຶ້ນ ແລະ ສ້າງລາຍຮັບເຂົ້າງົບປະມານຂອງລັດເປັນລະບົບທີ່ຕັ້ງໜ້າ ແລະ ໝັ້ນຄົງ ທັງຮັບປະກັນການແບ່ງຜົນປະໂຫຍດໃຫ້ທຸກພາກສ່ວນ (ລັດ ຜູ້ລົງທຶນ ແລະ ສັງຄົມ).

ສຳລັບກົດໝາຍໃໝ່ສະບັບນີ້ ປະກອບມີທັງໝົດ XII ພາກ 16 ໝວດ ແລະ 90 ມາດຕາເຊິ່ງໄດ້ກຳນົດຫຼັກການ ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ ການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານເຂດເສດຖະກິດພິເສດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ປະສິດທິຜົນ ສາມາດດຶງດູດການລົງທຶນ ແນໃສ່ເຮັດໃຫ້ການລົງທຶນ ພັດທະນາ ມີຄວາມສະດວກ ວ່ອງໄວ ຖືກຕ້ອງ ໂປ່ງໃສ ຮັກສາໄດ້ຄວາມສະຫງົບ ແລະ ຄວາມປອດໄພ ຮັບປະກັນສິດ ແລະ ຜົນປະໂຫຍດຂອງລັດ ປະຊາຊົນ ຜູ້ພັດທະນາ ແລະ ຜູ້ລົງທຶນ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ເເລະ ຍືນຍົງ.

ເຂດເສດຖະກິດພິເສດ ແມ່ນເຂດທີ່ມີນະໂຍບາຍ ກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນທີ່ນໍາໃຊ້ ເຕັກໂນໂລຊີລະດັບສູງ ນະວັດຕະກໍາ ໃນການຜະລິດເປັນສິນຄ້າ ປະຢັດຊັບພະຍາກອນທໍາມະຊາດ ແລະ ພະລັງງານ ເພື່ອການພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ເຂດເສດຖະກິດພິເສດ ລວມມີ ເຂດອຸດສາຫະກຳ ເຂດພັດທະນາກະສິກຳ ເຂດພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ເຂດການບໍລິການ ເຂດການຄ້າ ເຂດການທ່ອງທ່ຽວ ເຂດການເງິນ-ການທະນາຄານ ແລະ ເຂດອື່ນໆ ຕາມການຕົກລົງຂອງລັດຖະບານໄດ້ຮັບການຄຸ້ມຄອງ ໂດຍກະຊວງແຜນການ ແລະ ການລົງທຶນ ອົງການປົກຄອງ ແຂວງ ນະຄອນຫຼວງ ບ່ອນທີ່ເຂດເສດຖະກິດພິເສດນັ້ນຕັ້ງຢູ່.

ຢ່າງໃດກໍຕາມ ລັດໄດ້ວາງນະໂຍບາຍພິເສດ ກ່ຽວກັບ ການລົງທຶນ ການດຳເນີນທຸລະກິດ ການຜະລິດ ການບໍລິການ ການຫຼຸດຜ່ອນ ຫຼື ຍົກເວັ້ນ ພາສີອາກອນ ຕາມກົດໝາຍ ການຄຸ້ມຄອງບໍລິຫານ ດ້ວຍກົນໄກປະຕູດຽວ ໃນເຂດເສດຖະກິດພິເສດ ໂດຍສະເພາະເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ເພື່ອດຶງດູດການລົງທຶນໃສ່ບັນດາຂະແໜງການ ທີ່ເປັນບູລິມະສິດຂອງລັດ ໃນແຕ່ລະໄລຍະ ແນໃສ່ຍາດແຍ່ງເຕັກໂນໂລຊີ ບົດຮຽນໃນການຄຸ້ມຄອງທຸລະກິດ ພັດທະນາຊັບພະຍາກອນມະນຸດ ການຫຼຸດໂຕນກັນ ດ້ານການພັດທະນາ ແລະ ການແກ້ໄຂວຽກເຮັດງານທຳ ຂອງປະຊາຊົນລາວບັນດາເຜົ່າ ທັງສ້າງແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ອື່ນໆ.

https://www.facebook.com/photo/?fbid=725413509606482&set=a.467793538701815

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/