ຄ່າທຳນຽມ Gas ໃນ Polygon ເພີ່ມຂຶ້ນ 1,000% ທ່າມກາງກະແສຄວາມນິຍົມໂທເຄັນທີ່ໄດ້ຮັບແຮງບັນດານໃຈຈາກ Ordinals


ຄ່າທຳນຽມ Gasໃນ Ethereum layer-2 Polygon ເພີ່ມຂຶ້ນຫຼາຍກວ່າ 1,000% ເຖິງຈຸດສູງສຸດທີ່ 0.10 ໂດລາ. ເນື່ອງຈາກຜູ້ໃຊ້ພາກັນແຫ່ໄປສ້າງໂທເຄັນທີ່ໄດ້ຮັບແຮງບັນດານໃຈຈາກ Ordinals ທີ່ເອີ້ນວ່າ POLS, ນີ້ໄດ້ສົ່ງຜົນໃຫ້ຄ່າ Gas ໃນ Polygon ສູງຂຶ້ນຕາມ.

ໃນວັນທີ 16 ພະຈິກ, Sandeep Nailwal ຜູ້ກໍ່ຕັ້ງ Polygon ໄດ້ໂພສໃນແພລັດຟອມ x ເພື່ອແບ່ງປັນເຖິງຄວາມແປກໃຈກ່ຽວກັບຈຳນວນການເຮັດທຸລະກຳທີ່ເພີ່ມຂຶ້ນຢ່າງໄວວາໃນເຄື່ອຂ່າຍ, ເຊິ່ງນີ້່ອາດເປັນຜົນມາຈາກການເປີດຕົວຄໍເລັກຊັນໂທເຄັນ ( NFT) ຕົວໃໝ່ໃນ Polygon

ໃນໄລຍະເວລາທີ່ຜ່ານມາ ໄດ້ມີການເລັ່ງສ້າງໂທເຄັນ POLS ຢູ່ໃນ Polygon blockchain ເປັນຈຳນວນຫຼາຍ, ນີ້ໄດ້ເຮັດໃຫ້ຄວາມຕ້ອງການໃຊ້ຫຼຽນ MATIC ເພື່ອຈ່າຍຄ່າທໍານຽມການເຮັດທຸລະກໍາເພິ່ມຂຶ້ນ.

ອີງຕາມຂໍ້ມູນຈາກ Dune Analytics ພົບວ່າໂທເຄັນ MATIC ຫຼາຍກ່ວາ 102 ລ້ານໂທເຄັນ ຫຼື ຄິດເປັນມູນຄ່າຫຼາຍກວ່າ 86 ລ້ານໂດລາຖືກໃຊ້ເພື່ອຈ່າຍຄ່າທໍານຽມການເຮັດທຸລະກໍາໃນລະຫວ່າງໄລຍະເວລານັ້ນ.

ໂທເຄັນ POLS ນັ້ນຖືກສ້າງຂຶ້ນໃນມາດຕະຖານໂທເຄັນທີ່ເອີ້ນວ່າ PRC-20, ເຊິ່ງເຮັດວຽກຄ້າຍຄືກັນກັບໂທເຄັນມາດຕະຖານ BRC-20 ຂອງ Bitcoin Ordinals

ອີງຕາມຂໍ້ມູນຈາກ Ethereum Virtual Machine (EVM), ອຸປະທານຂອງຫຼຽນ POLS ຖືກ Mint ເພີ່ມຂຶ້ນພຽງແຕ່ 8.7% ເທົ່ານັ້ນ, ໂດຍມີເຈົ້າຂອງຫຼາຍກວ່າ 18,100 ລາຍອ້າງສິດໃນໂທເຄັນດັ່ງກ່າວ.

ໃນເວລາລາຍງານ, ຄ່າທໍານຽມອາຍແກສຂອງ Polygon ໄດ້ກັບຄືນສູ່ລະດັບປົກກະຕິຢູ່ທີ່ປະມານ 882 gwei, ໂດຍ 1 gwei ເທົ່າກັບຄ່າທໍານຽມປະມານ 0.000000001 MATIC.

ທີ່ມາ:

cointelegraph

polygonscan

brc-20-token

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/