Dairy Queen ຮ່ວມມືກັບ WGG ເປີດຕົວໂຄງການຮ້ານຄ້າປັອບອັບ NFT ໃນເມືອງ Chengdu ຂອງປະເທດຈີນ


Dairy Queen ຮ່ວມມືກັບ Weirdo Ghost Gang (WGG) ໃນການເປີດຕົວໂຄງການໂທເຄັນ (NFT) ໃນທ້ອງຖິ່ນຂອງປະເທດຈີນ, ເພື່ອເປີດຮ້ານຄ້າ NFT ແບບ ປັອບອັບໃນເມືອງ Chengdu ຂອງປະເທດຈີນ, ໂດຍຈະດໍາເນີນການໄປຈົນເຖິງທ້າຍປີນີ້.

ໂດຍຮ້ານຄ້າປັອບອັບແຫ່ງໃໝ່ນີ້ ຈະເປີດຕົວຂຶ້ນໃນ theme “Ice and Snow Season” ຫຼື ລະດູຫິມະ ແລະ ນ້ຳແຂງ, ເຊິ່ງມີກຳນົດຈະເປີດແຕ່ວັນທີ 15 ພະຈິກ ຫາ 31 ທັນວາ. ໃນຮ້ານຄ້າປັອບອັບດັ່ງກ່າວຈະມີຜະລິດຕະພັນຍີ່ຫໍ້ຕ່າງໆທີ່ເຂົ້າຮ່ວມຫຼາກຫຼາຍຊະນິດເຊັ່ນ: ກະແລ້ມ Dairy Queen ຂອງ WGG ເປັນຕົ້ນ ແລະ ຍັງມີຜະລິດຕະພັນຮຸ່ນ limited ຈາກທັງສອງບໍລິສັດອີກເຊັ່ນ: ໝວກໄໝພົມ ແລະ ກະເປົາຜ້າໃບທີ່ອອກແບບມາໃຫ້ເຂົ້າກັບລະດູໜາວ. ນອກຈາກຜູ້ຖື WGG NFT ຍັງຈະໄດ້ຮັບສິດທິພິເສດສະເພາະໃນຖານະທີ່ເປັນສ່ວນໜຶ່ງຂອງການຮ່ວມລົງທຶນ, ເຊິ່ງໃນໂຄງການນີ້ມີຜູ້ໃຊ້ຈໍານວນຫຼາຍຢູ່ໃນພາກພື້ນອາຊີປາຊີຟິກ.

ນອກເໜືອຈາກຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ Dairy Queen ໃນການຕະຫຼາດດິຈິຕອນຜ່ານສື່ໃໝ່ແລ້ວ, ການຮ່ວມມືນີ້ຍັງຈະຊ່ວຍໃຫ້ຜູ້ບໍລິໂພກມີຄວາມເຂົ້າໃຈດີຂຶ້ນກ່ຽວກັບ NFT art IP, WGG ເຊິ່ງສົ່ງຜົນໃຫ້ຜູ້ບໍລິໂພກໄດ້ຮັບປະສົບການ ແລະ ການເຊື່ອມຕໍ່ດີຍິ່ງຂຶ້ນ.

ໃນຖະແຫຼງການໄດ້ລະບຸວ່າ ຄໍເລັກຊັນ WGG ຈະປະກອບມີ NFTs “Lil Ghosts” ທັງໝົດ 5,555 ໂຕທີ່ສ້າງໂດຍ ManesLab ເຊິ່ງເປັນບໍລິສັດຖືຮຸ້ນຂອງ Web3 ໃນຮ່ອງກົງ ໃນປີ 2021 ແລະ ມີຍອດຂາຍ NFT ເປັນ Ethereum ຫຼາຍກວ່າ 21,510 Eth. ໂດຍໃນປັດຈຸບັນລາຄາພື້ນຖານຂອງ NFT ຢູ່ທີ່ 0.485 ETH (995.2 ໂດລາ).

ໃນເດືອນກັນຍາທີ່ຜ່ານມາ, WGG ໄດ້ເປີດຕົວງານ “City Party Map – Shanghai Station” ໂດຍຮ່ວມມືກັບຮ້ານຂາຍຍ່ອຍໃນທ້ອງຖິ່ນ Jiujiu Duck Neck ເພື່ອສະເໜີສ່ວນຫຼຸດໃຫ້ແກ່ຜູ້ຖື NFT ທີ່ຮ້ານຄ້າຂາຍຍ່ອຍຫຼາຍກວ່າ 500 ແຫ່ງ. ໂຄງ​ການ​ດັ່ງ​ກ່າວ​ໄດ້​ປະ​ກາດ​ກິດ​ຈະ​ກຳ “Ghost Season” ຢູ່ທີ່ The Box ສູນ​ການ​ຄ້າ​ສຸດຫຼູ​ຫຼາ​ຂອງ​ປັກ​ກິ່ງ. ໂດຍໄດ້ຈັດສະແດງງານສິລະປະ NFT ໃນໜ້າຈໍ 3D ສໍາລັບຜູ້ຊື້.

ໃນໄລຍະເວລາທີ່ຕະຫຼາດ crypto ຕົກຕໍ່າຢ່າງຮຸນແຮງ, ໂຄງການ NFT ຈໍານວນຫຼາຍໄດ້ຫັນໄປສູ່ການຮ່ວມມືກັບ Web2 ຫຼື ບໍລິສັດແບບດັ້ງເດີມ ເພື່ອເຮັດຕະຫຼາດຮ່ວມກັນ. ໃນເດືອນມີນາທີ່ຜ່ານມາ, Wassies by Wassies NFT Collection ໄດ້ເປີດໂຮງແຮມຂຶ້ນໂດຍໃສ່ຊື່ດຽວກັນໃນສິງກະໂປ. ເຊິ່ງໂຮງແຮມຈະເປີດໃຫ້ບໍລິການຈົນຮອດເດືອນກັນຍາ ແລະ ຈະນຳສະເໜີຫ້ອງພັກໃນ theme Wassie-themed ໂດຍຈະມີລາຄາ 100 ໂດລາຕໍ່ຄືນ.

ທີ່ມາ:

cointelegraph

decrypt

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/